ຫວຽດນາມ-ອາເມລິກາ ເຈລະຈາຂໍ້ຕົກລົງການຄ້າທາງອອນລາຍ ຫວັງຫລີກລ່ຽງພາສີ 46%

ຫວຽດນາມ-ອາເມລິກາ ເຈລະຈາຂໍ້ຕົກລົງການຄ້າທາງອອນລາຍ ຫວັງຫລີກລ່ຽງພາສີ 46%

         ກະຊວງອຸດສາຫະກໍາ ແລະ ການຄ້າຂອງຫວຽດນາມ ເປີດເຜີຍໃນວັນທີ 20 ມິຖຸນາວ່າ: ຫວຽດນາມ ແລະ ອາເມລິກາ ໄດ້ຮ່ວມກັນຫາລືທາງອອນລາຍໃນຄືນວັນທີ 19 ມິຖຸນາ ເພື່ອເຈລະຈາຂໍ້ຕົກລົງການຄ້າສະບັບໃໝ່ ພາຍຫລັງໄດ້ເຈລະຈາກັບອາເມລິກາມາແລ້ວຫລາຍຮອບ ໂດຍຫວັງບັນລຸຂໍ້ຕົກລົງທີ່ຈະເຮັດໃຫ້ສິນຄ້າຫວຽດນາມບໍ່ຕ້ອງຖືກເກັບພາສີ 46% ເມື່ອນໍາເຂົ້າອາເມລິກາ.          ກະຊວງອຸດສາຫະກໍາ…

ອີຣານພ້ອມຢືດຢຸ່ນບັນຫານິວເຄຼຍ ແຕ່ຢືນຢັນຈະບໍ່ກັບເຂົ້າສູ່ໂຕະເຈລະຈາໃດໆ ຖ້າອິດສະລາແອນຍັງບໍ່ຢຸດໂຈມຕີ

ອີຣານພ້ອມຢືດຢຸ່ນບັນຫານິວເຄຼຍ ແຕ່ຢືນຢັນຈະບໍ່ກັບເຂົ້າສູ່ໂຕະເຈລະຈາໃດໆ ຖ້າອິດສະລາແອນຍັງບໍ່ຢຸດໂຈມຕີ

           ແຫລ່ງຂ່າວທາງການທູດ 3 ທ່ານໃຫ້ຂໍ້ມູນຕໍ່ຣອຍເຕີວ່າ: ທ່ານ ສະຕີບ ວິດຄອບ ຜູ້ແທນພິເສດດ້ານຕາເວັນອອກກາງ ໄດ້ເຈລະຈາທາງໂທລະສັບໂດຍກົງກັບທ່ານ ອັບບາສ ອາຣັກຊີ ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງອີຣານ ຫລາຍຄັ້ງນັບແຕ່ວັນທີ 13 ມິຖຸນາເປັນຕົ້ນມາ ເຊິ່ງເປັນວັນທີ່ອິດສະລາແອນເລີ່ມໂຈມຕີອີຣານພາຍໃຕ້ປະຕິບັດການ “ສິງໂຕຜະຫງາດ” (Rising Lion) ໂດຍເນື້ອໃນສ່ວນໜຶ່ງຄືຄວາມພະຍາຍາມຂອງອາເມລິກາທີ່ຈະຫາທາງອອກທາງການທູດເພື່ອຢຸດຄວາມຮຸນແຮງທີ່ກໍາລັງລຸກລາມ….

TikTok ໄດ້ໄປຕໍ່ ທ່ານ ທຣໍາ ຂະຫຍາຍເສັ້ນຕາຍຫ້າມນໍາໃຊ້ອີກຮອດວັນທີ 17 ກັນຍານີ້

TikTok ໄດ້ໄປຕໍ່ ທ່ານ ທຣໍາ ຂະຫຍາຍເສັ້ນຕາຍຫ້າມນໍາໃຊ້ອີກຮອດວັນທີ 17 ກັນຍານີ້

           ປະທານາທິບໍດີ ໂດນັລ ທຣໍາ ລົງນາມໃນຄໍາສັ່ງຝ່າຍບໍລິຫານໃຫ້ TikTok ເຊິ່ງເປັນແອັບຍອດນິຍົມໃນບັນດາເຍົາວະຊົນທີ່ມີບໍລິສັດ ByteDance ຈາກຈີນເປັນເຈົ້າຂອງ ຍັງດໍາເນີນກິດຈະການໃນອາເມລິກາຕໍ່ໄປໄດ້ອີກ 90 ວັນ ເພື່ອເປີດໂອກາດໃຫ້ລັດຖະບານອາເມລິກາມີເວລາເພີ່ມຂຶ້ນໃນການເຈລະຈາຂໍ້ຕົກລົງພາຍໃຕ້ກົດໝາຍ “ຂາຍ ຫລື ຫ້າມນໍາໃຊ້”.          ດ້ວຍເຫດນີ້, TikTok ຈຶ່ງຍັງສາມາດໃຫ້ບໍລິການຜູ້ນໍາໃຊ້…

ອີຣານເຕືອນ ຖ້າອາເມລິກາແຊກແຊງການສູ້ຮົບອິດສະລາແອນ-ອີຣານ ຈະເຮັດໃຫ້ເກີດຄວາມເສຍຫາຍຄັ້ງໃຫຍ່

ອີຣານເຕືອນ ຖ້າອາເມລິກາແຊກແຊງການສູ້ຮົບອິດສະລາແອນ-ອີຣານ ຈະເຮັດໃຫ້ເກີດຄວາມເສຍຫາຍຄັ້ງໃຫຍ່

          ທ່ານ ຢາຕຸລເລາະ ຄາເມເນອີ ຜູ້ນໍາສູງສຸດຂອງອີຣານປະກາດເຕືອນ ຖ້າອາເມລິກາແຊກແຊງການສູ້ຮົບລະຫວ່າງອິດສະລາແອນ-ອີຣານ ຈະເຮັດໃຫ້ເກີດຄວາມເສຍຫາຍຄັ້ງໃຫຍ່ ແລະ ຈະຍິ່ງເຮັດໃຫ້ຄວາມຂັດແຍ່ງຂະຫຍາຍຕົວກາຍເປັນສົງຄາມໃຫຍ່ ພາຍຫລັງການສູ້ຮົບຂອງທັງສອງປະເທດດໍາເນີນມາໜຶ່ງອາທິດແລ້ວ ກອງກໍາລັງທັງສອງຝ່າຍຍັງໂຈມຕີຕອບໂຕ້ກັນໄປມາຢ່າງຕໍ່ເນື່ອງ.          ອິດສະລາແອນຍັງເນັ້ນໂຈມຕີໃສ່ຄວາມສາມາດໃນການຜະລິດລູກສອນໄຟຂອງອີຣານ ເຊິ່ງມີເປົ້າໝາຍທາງທະຫານກວ່າ 20 ແຫ່ງໃນນະຄອນຫລວງເຕຫະຣານ. ສ່ວນສໍານັກຂ່າວ IRNA ຂອງອີຣານລາຍງານວ່າ: ຊາວອີຣານທີ່ອາໄສຢູ່ນະຄອນຫລວງເຕຫະຣານບໍ່ສາມາດນອນຫລັບໄດ້ຫລາຍວັນ…

ທ່ານ ປູຕິນ ເຜີຍ ຣັດເຊຍ-ອູແກຣນ ພ້ອມເຈລະຈາສັນຕິພາບຫລັງວັນທີ 22 ມິຖຸນາ

ທ່ານ ປູຕິນ ເຜີຍ ຣັດເຊຍ-ອູແກຣນ ພ້ອມເຈລະຈາສັນຕິພາບຫລັງວັນທີ 22 ມິຖຸນາ

          ປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນໍາຣັດເຊຍ ເປີດເຜີຍໃນວັນທີ 19 ມິຖຸນາວ່າ: ຄະນະຜູ້ແທນເຈລະຈາຂອງຣັດເຊຍ ແລະ ອູແກຣນພ້ອມຈະກັບມາເຈລະຈາກັນໂດຍກົງອີກພາຍຫລັງວັນທີ 22 ມິຖຸນາ.          ໃນລະຫວ່າງການພົບກັບຜູ້ບໍລິຫານສໍານັກຂ່າວໃຫຍ່ທົ່ວໂລກຢູ່ນະຄອນເຊນປີເຕີສເບິກ, ປະທານາທິບໍດີ ປູຕິນ ໄດ້ເນັ້ນວ່າ: ຣັດເຊຍເປີດກວ້າງຕໍ່ການເຈລະຈາ ລວມທັງການພົບປະກັບປະທານາທິບໍດີ…

IEA ຄາດອຸປະສົງນໍ້າມັນໂລກຫລຸດລົງໃນປີ 2030 ເປັນຄັ້ງທໍາອິດນັບແຕ່ໄລຍະໂຄວິດ-19

IEA ຄາດອຸປະສົງນໍ້າມັນໂລກຫລຸດລົງໃນປີ 2030 ເປັນຄັ້ງທໍາອິດນັບແຕ່ໄລຍະໂຄວິດ-19

           ອົງການພະລັງງານສາກົນ (IEA) ລະບຸວ່າ: ອຸປະສົງນໍ້າມັນທົ່ວໂລກຈະຫລຸດລົງເລັກໜ້ອຍໃນປີ 2030 ເຊິ່ງຖືເປັນການຫລຸດລົງຄັ້ງທໍາອິດ ນັບແຕ່ການລະບາດຂອງພະຍາດໂຄວິດ-19 ໃນປີ 2019.            IEA ລະບຸໃນລາຍງານທ່າອ່ຽງປະຈໍາປີຂອງຕະຫລາດນໍ້າມັນວ່າ: ຄວາມຕ້ອງການນໍ້າມັນທົ່ວໂລກຈະຫລຸດລົງ ເນື່ອງຈາກການເຕີບໃຫຍ່ທາງເສດຖະກິດທີ່ຫລຸດລົງ, ຄວາມເຄັ່ງຕຶງທາງການຄ້າລະດັບໂລກ, ການເພີ່ມຂຶ້ນຂອງລົດໄຟຟ້າ (EV) ແລະ ການເລີກໃຊ້ນໍ້າມັນດິບເພື່ອຜະລິດໄຟຟ້າ….

ທ່ານ ຮຸນ ມານີ ນໍາພາຊາວກໍາປູເຈຍເດີນຂະບວນໃຫຍ່ ໜຸນລັດຖະບານແກ້ໄຂກໍລະນີຂັດແຍ່ງຊາຍແດນໄທ

ທ່ານ ຮຸນ ມານີ ນໍາພາຊາວກໍາປູເຈຍເດີນຂະບວນໃຫຍ່ ໜຸນລັດຖະບານແກ້ໄຂກໍລະນີຂັດແຍ່ງຊາຍແດນໄທ

         ຊາວກໍາປູເຈຍຈໍານວນຫລາຍອອກມາຮ່ວມເດີນຂະບວນຕາມທ້ອງຖະໜົນໃນນະຄອນຫລວງພະນົມເປັນນັບແຕ່ເຊົ້າວັນທີ 18 ມິຖຸນາ ເພື່ອສະໜັບສະໜູນການດໍາເນີນງານຂອງລັດຖະບານໃນກໍລະນີຂໍ້ຂັດແຍ່ງຊາຍແດນກັບໄທ.          ຝູງຊົນຈໍານວນຫລາຍ ນໍາໂດຍທ່ານ ຮຸນ ມານີ ຮອງນາຍົກລັດຖະມົນຕີ ເຊິ່ງເປັນນ້ອງຊາຍຂອງທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມການເດີນຂະບວນທີ່ເອີ້ນວ່າ: “ການເດີນຂະບວນເພື່ອຄວາມສາມັກຄີ” ເພື່ອສະໜັບສະໜູນລັດຖະບານກໍາປູເຈຍ ແລະ ກອງກໍາລັງທະຫານທີ່ປະຈໍາການຢູ່ຊາຍແດນ….

ທ່ານ ເນທັນຢາຮູ ປະຕິບັດການອິດສະລາແອນອາດປູທາງສູ່ “ການປ່ຽນລະບອບ” ໃນອີຣານ

ທ່ານ ເນທັນຢາຮູ ປະຕິບັດການອິດສະລາແອນອາດປູທາງສູ່ “ການປ່ຽນລະບອບ” ໃນອີຣານ

          ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ໃຫ້ສໍາພາດຕໍ່ສະຖານີໂທລະພາບ Fox News ໂດຍກ່າວວ່າ: ປະຕິບັດການທາງທະຫານຂອງອິດສະລາແອນຕໍ່ອີຣານ “ມີໂອກາດ” ຈະນໍາໄປສູ່ການປ່ຽນແປງລະບອບການປົກຄອງ ເນື່ອງຈາກທ່ານເຊື່ອວ່າ: “ລັດຖະບານໃນອີຣານອ່ອນແອ” ແລະ ອ້າງວ່າ: “80% ຂອງປະຊາຊົນຈະໂຄ່ນລົ້ມກຸ່ມສາສະໜາເຫລົ່ານີ້ຖ້າມີໂອກາດ”.           ຄໍາກ່າວຂອງທ່ານ…

ອິດສະລາແອນປະກາດສັງຫານຜູ້ນໍາກອງທັບອີຣານກາງນະຄອນຫລວງເຕຫະຣານໄດ້ສໍາເລັດ

ອິດສະລາແອນປະກາດສັງຫານຜູ້ນໍາກອງທັບອີຣານກາງນະຄອນຫລວງເຕຫະຣານໄດ້ສໍາເລັດ

          ກອງທັບອິດສະລາແອນອອກຖະແຫລງການໃນວັນທີ 17 ມິຖຸນາ ປະກາດຜົນສໍາເລັດໃນການສັງຫານທ່ານ ອາລີ ຊັດມານີ ເສນາທິການທະຫານໃນໄລຍະສົງຄາມ (Wartime Chief of Staff) ຂອງອີຣານ ແລະ ໜຶ່ງໃນບຸກຄົນທີ່ມີອິດທິພົນທີ່ສຸດຂອງກອງທັບ ໃນປະຕິບັດການໂຈມຕີທາງອາກາດໄລຍະຂ້າມຄືນ ຖະຫລົ່ມສູນບັນຊາການໃຈກາງນະຄອນຫລວງເຕຫະຣານ.           ຖະແຫລງການລະບຸວ່າ: ປະຕິບັດການຄັ້ງນີ້ເກີດຂຶ້ນຫລັງໄດ້ຮັບ…

ຫວຽດນາມຂະຫຍາຍເວລາຫລຸດ VAT ເຫລືອ 8% ເຖິງທ້າຍປີໜ້າ ຫວັງກະຕຸ້ນເສດຖະກິດ

ຫວຽດນາມຂະຫຍາຍເວລາຫລຸດ VAT ເຫລືອ 8% ເຖິງທ້າຍປີໜ້າ ຫວັງກະຕຸ້ນເສດຖະກິດ

          ຫວຽດນາມເລີ່ມໃຊ້ມາດຕະການຫລຸດພາສີມູນຄ່າເພີ່ມຈາກ 10% ເຫລືອ 8% ມາແຕ່ຕົ້ນປີ 2022 ເພື່ອຟື້ນຟູເສດຖະກິດພາຍຫລັງຜ່ານວິກິດໂຄວິດ-19 ແລະ ມີການຂະຫຍາຍໄລຍະເວລາມາຢ່າງຕໍ່ເນື່ອງ.           ສໍານັກຂ່າວຫວຽດນາມລາຍງານວ່າ: ໃນວັນທີ 17 ມິຖຸນາ, ສະພາແຫ່ງຊາດ ເຊິ່ງເປັນອົງກອນນິຕິບັນຍັດຂອງຫວຽດນາມ ໄດ້ລົງມະຕິຂະຫຍາຍມາດຕະການຫລຸດພາສີດັ່ງກ່າວອອກໄປອີກຈົນຮອດປີໜ້າ ໂດຍຄວບຄຸມສິນຄ້າ ແລະ…