ອຸທາຫອນ! ສາວໄທ ແຊປະສົບການຍົກບາເບວໜັກ 70 ກິໂລ ພາດເຮັດແຂນຊ້າຍຫັກ
ເພຈອີຈັນຂອງໄທເຜີຍແຜ່ ອຸທາຫອນສາຍອອກກໍາລັງກາຍ ຈົນເກີດອຸປະຕິເຫດພາໃຫ້ແຂນຊ້າຍຫັກ ເຊິ່ງຂ່າວລະບຸວ່າ ຜູ້ໃຊ້ຕິກຕັອກຊື່ moxoziis ຫລື ແຕງໂມ ໄດ້ອອກມາໂພສແບ່ງປັນປະສົບການຄັ້ງໜຶ່ງໃນຊີວິດ ຕົນເປັນຜູ້ທີ່ມັກການອອກກຳລັງກາຍຫຼາຍ ແລະ ໄປອອກກຳລັງກາຍຢູ່ສູນຟິດເນັສເລື້ອຍໆ. ແຕ່ໃນຄັ້ງນີ້, ໄດ້ເກີດຂໍ້ຜິດພາດຂຶ້ນ ໃນຂະນະທີ່ລາວໃຊ້ເຄື່ອງອອກກຳລັງກາຍຊະນິດໜຶ່ງ ຈົນເຮັດໃຫ້ ເສຍຫຼັກ ແລະ ປະສົບອຸປະຕິເຫດ ຈົນຕ້ອງເຂົ້າໂຮງໝໍຢ່າງຮີບດ່ວນ.
ຕໍ່ມາທີມຂ່າວ “ອີຈັນ” ໄດ້ສຳພາດຜູ້ບາດເຈັບເພີ່ມຕື່ມໂດຍສາວແຕງໂມເລົ່າວ່າ: ໃນຂະນະເກີດເຫດ ຕົນກຳລັງຫຼິ້ນທ່າ ສະຄອດ (Squat) ດ້ວຍບາເບວໜັກ 70 ກິໂລກຣາມ ເຊິ່ງເປັນນ້ຳໜັກທີ່ເຄີຍຫຼິ້ນເປັນປະຈຳ ແລະ ເຄີຍຝຶກກັບຄູຝຶກມາແລ້ວຫລາຍປີ, ເຊິ່ງກ່ອນເກີດເຫດ ຕົນໄດ້ ວອມກ່ອນ ດ້ວຍນ້ຳໜັກ 50 ກິໂລກຣາມມາແລ້ວ 1 ເຊັດ ກ່ອນຈະຫລິ້ນເຊັດ 70 ກິໂລ.
ແຕ່ອຸປະຕິເຫດເກີດຂຶ້ນໃນຈັງຫວະທີ່ພະຍາຍາມ ວາງບາເບວຄືນໃສ່ຊັ້ນພັກ (Rack) ເຊິ່ງລະດັບຊັ້ນວາງສູງເກີນໄປ ຈົນຕ້ອງເຢັ່ງຕີນ ເຮັດໃຫ້ແຂນເສຍຄວາມສົມດຸນ ແລະ ຕ້ອງລະວັງແວ່ນທາງເບື້ອງຊ້າຍ ເຮັດໃຫ້ສົ່ງບາເບວເຂົ້າບ່ອນວາງບໍ່ໄດ້ ແລະ ໄຫລອອກຈາກມືຢ່າງໄວ.
ສາວແຕງໂມບອກອີກວ່າ: ຕອນທີ່ບາເບວເລີ່ມໄຫຼລົງ ຕົນໄດ້ຍິນສຽງ “ກຣ໋ອບ” ແລະ ຮູ້ທັນທີວ່າກະດູກແຂນຫັກ. ແຕ່ໃນຕອນທຳອິດມີອາການຊາ, ຈຶ່ງຍັງບໍ່ຮູ້ສຶກເຈັບຫຼາຍ, ຈົນຄູຝຶກ (Trainer) ທີ່ຢູ່ໃກ້ໆ ເຫັນເຫດການ, ໄດ້ເຂົ້າໄປຊ່ວຍຍົກບາເບວອອກ ແລະ ປະສານງານໂຮງໝໍໃຫ້ມາຮັບຕົວໄປປິ່ນປົວຢ່າງຮີບດ່ວນ.
ເຊິ່ງແພດກວດພົບວ່າ ກະດູກຂໍ້ແຂນແຕກຫັກອອກເປັນ 2 ທ່ອນ ຈຶ່ງຕ້ອງໄດ້ເຂົ້າຜ່າຕັດ ໃສ່ໂລຫະໄທທທານຽມ ພ້ອມນັອດຕິດອີກ 5 ໂຕ. ປັດຈຸບັນເປັນມື້ທີ 4 ຫຼັງເກີດເຫດ, ອາການເຈັບແມ່ນດີຂຶ້ນ ແຕ່ຍັງມີອາການປວດເລັກໜ້ອຍ ແລະ ຢູ່ໃນຊ່ວງພັກຟື້ນ.
ໂດຍແພດລະບຸວ່າ ແຂນສາມາດກັບມາໃຊ້ງານໄດ້ຕາມປົກກະຕິ, ແຕ່ຕ້ອງໄດ້ເຂົ້າ ກາຍະພາບບຳບັດ (Physical Therapy) ແລະ ງົດຍົກຂອງໜັກ ປະມານ 3 ເດືອນ. ຄາດວ່າຈະໃຊ້ເວລາຟື້ນໂຕເຕັມທີ່ປະມານ 6 ເດືອນ ເຖິງ 1 ປີ.
ເຈົ້າຂອງເລື່ອງໄດ້ຝາກເຕືອນເຖິງຜູ້ທີ່ຮັກສຸຂະພາບວ່າ: ເຖິງຈະມີປະສົບການກໍຕາມ, ຢ່າປະໝາດ, ໂດຍສະເພາະເລື່ອງ “ການຈັດຕັ້ງຄ່າບາເບວໃຫ້ຖືກລະດັບ” (Set-up Bar), ເພາະຄວາມຜິດພາດເລັກນ້ອຍໃນຂະນະທີ່ເກັບອຸປະກອນ ອາດເຮັດໃຫ້ເກີດອຸບັດເຫດຮ້າຍແຮງໄດ້ເຊັ່ນກໍລະນີນີ້.
ຂໍ້ມູນຈາກ https://www.ejan.co/news/17xr6w7l4pbh

