ອີຣານເຕືອນ ຖ້າອາເມລິກາແຊກແຊງການສູ້ຮົບອິດສະລາແອນ-ອີຣານ ຈະເຮັດໃຫ້ເກີດຄວາມເສຍຫາຍຄັ້ງໃຫຍ່

ທ່ານ ຢາຕຸລເລາະ ຄາເມເນອີ ຜູ້ນໍາສູງສຸດຂອງອີຣານປະກາດເຕືອນ ຖ້າອາເມລິກາແຊກແຊງການສູ້ຮົບລະຫວ່າງອິດສະລາແອນ-ອີຣານ ຈະເຮັດໃຫ້ເກີດຄວາມເສຍຫາຍຄັ້ງໃຫຍ່ ແລະ ຈະຍິ່ງເຮັດໃຫ້ຄວາມຂັດແຍ່ງຂະຫຍາຍຕົວກາຍເປັນສົງຄາມໃຫຍ່ ພາຍຫລັງການສູ້ຮົບຂອງທັງສອງປະເທດດໍາເນີນມາໜຶ່ງອາທິດແລ້ວ ກອງກໍາລັງທັງສອງຝ່າຍຍັງໂຈມຕີຕອບໂຕ້ກັນໄປມາຢ່າງຕໍ່ເນື່ອງ.
ອິດສະລາແອນຍັງເນັ້ນໂຈມຕີໃສ່ຄວາມສາມາດໃນການຜະລິດລູກສອນໄຟຂອງອີຣານ ເຊິ່ງມີເປົ້າໝາຍທາງທະຫານກວ່າ 20 ແຫ່ງໃນນະຄອນຫລວງເຕຫະຣານ. ສ່ວນສໍານັກຂ່າວ IRNA ຂອງອີຣານລາຍງານວ່າ: ຊາວອີຣານທີ່ອາໄສຢູ່ນະຄອນຫລວງເຕຫະຣານບໍ່ສາມາດນອນຫລັບໄດ້ຫລາຍວັນ ເນື່ອງຈາກສຽງລະເບີດທີ່ດັງຂຶ້ນຢ່າງຕໍ່ເນື່ອງ.
ຂະນະທີ່ກອງທັບອີຣານລະບຸວ່າ: ພວກເຂົາໄດ້ຍິງລູກສອນໄຟ Sejjil-2 ເຊິ່ງເປັນລູກສອນໄຟໄລຍະກາງໄປອິດສະລາແອນ ພ້ອມບັງຄັບໃຊ້ຂໍ້ຈໍາກັດຊົ່ວຄາວໃນການເຂົ້າເຖິງອິນເຕີເນັດທົ່ວປະເທດ ໂດຍອ້າງເຖິງຄວາມກັງວົນດ້ານຄວາມໝັ້ນຄົງ.
ທ່ານ ໂຍອັບ ກັລລັນ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດອິດສະລາແອນ ລະບຸວ່າ: ການທີ່ອາເມລິກາເຂົ້າມາແຊກແຊງທາງດ້ານການທະຫານໃນຄວາມຂັດແຍ່ງຄັ້ງນີ້ ຈະມີສ່ວນຊ່ວຍສ້າງອະນາຄົດທີ່ດີຍິ່ງຂຶ້ນ ເຊິ່ງແມ່ນຫຍັງກໍຕາມທີ່ເປັນຜົນດີຕໍ່ພົນລະເມືອງອາເມລິກາກໍເປັນຜົນດີຕໍ່ພົນລະເມືອງໂລກ ລວມທັງພົນລະເມືອງອິດສະລາແອນ ໂດຍຫລາຍຝ່າຍເຝົ້າຕິດຕາມການຕັດສິນໃຈຂອງທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ວ່າຈະເຂົ້າຮ່ວມວົງຂັດແຍ່ງຄັ້ງນີ້ ຫລື ບໍ່ ຫລື ຈະມີແນວທາງໃນການເປັນຄົນກາງເຈລະຈາຢຸດຍິງ ຫລື ບໍ່ ແນວໃດ.
ທ່ານ ອັບບາສ ອາຣັກຊີ ລັດຖະມົນຕີຕ່າງປະເທດອີຣານ ຢືນຢັນວ່າ: ການຕອບໂຕ້ທາງການທະຫານຂອງອີຣານເປັນໄປເພື່ອການປ້ອງກັນຕົນເອງ (Self-Defense), ແຕ່ອີຣານຍັງເປີດພື້ນທີ່ໃຫ້ແກ່ການເຈລະຈາທາງການທູດ ເພື່ອຢຸດການສູ້ຮົບໃນຄັ້ງນີ້.
ໂດຍຜູ້ແທນລັດຖະບານຫລາຍປະເທດ ລວມທັງ ສປປ ເກົາຫລີ ໄດ້ຮ່ວມປະນາມການໂຈມຕີອີຣານຂອງອິດສະລາແອນ. ພ້ອມລະບຸວ່າ: ອິດສະລາແອນໄດ້ຮັບການສະໜັບສະໜູນຈາກອາເມລິກາ ແລະ ໂລກຕາເວັນຕົກ ບໍ່ຕ່າງຫຍັງກັບ “ມະເຮັງ” ສໍາລັບສັນຕິພາບໃນຕາເວັນອອກກາງ.
ໂດຍກຸ່ມນັກເຄື່ອນໄຫວດ້ານສິດທິມະນຸດໃນອາເມລິກາ ລະບຸວ່າ: ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 639 ຄົນ ແລະ ມີຜູ້ບາດເຈັບ 1,320 ກວ່າຄົນ. ຂະນະທີ່ຕົວເລກຜູ້ເສຍຊີວິດຫລ້າສຸດຈາກທາງອີຣານຍັງບໍ່ມີການອັບເດດ ຍັງມີຢູ່ 224 ຄົນ ແລະ ບາດເຈັບອີກ 1,277 ຄົນ ຈາກເຫດການໂຈມຕີຂອງອິດສະລາແອນ ແລະ ມີຜູ້ເສຍຊີວິດໃນອິດສະລາແອນແລ້ວຢ່າງໜ້ອຍ 24 ຄົນ ຈາກການໂຈມຕີຂອງອີຣານ.
ອ້າງອີງ:

