ທ່ານ ປູຕິນ ເຜີຍ ຣັດເຊຍ-ອູແກຣນ ພ້ອມເຈລະຈາສັນຕິພາບຫລັງວັນທີ 22 ມິຖຸນາ

          ປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນໍາຣັດເຊຍ ເປີດເຜີຍໃນວັນທີ 19 ມິຖຸນາວ່າ: ຄະນະຜູ້ແທນເຈລະຈາຂອງຣັດເຊຍ ແລະ ອູແກຣນພ້ອມຈະກັບມາເຈລະຈາກັນໂດຍກົງອີກພາຍຫລັງວັນທີ 22 ມິຖຸນາ.

         ໃນລະຫວ່າງການພົບກັບຜູ້ບໍລິຫານສໍານັກຂ່າວໃຫຍ່ທົ່ວໂລກຢູ່ນະຄອນເຊນປີເຕີສເບິກ, ປະທານາທິບໍດີ ປູຕິນ ໄດ້ເນັ້ນວ່າ: ຣັດເຊຍເປີດກວ້າງຕໍ່ການເຈລະຈາ ລວມທັງການພົບປະກັບປະທານາທິບໍດີ ໂວໂລດິເມຍ ເຊເລນສກີ ຂອງອູແກຣນ. ເຖິງຢ່າງໃດກໍຕາມ, ທ່ານສະແດງຄວາມກັງວົນກ່ຽວກັບຄວາມຍຸຕິທໍາຂອງທ່ານ ເຊເລນສກີ.

         “ຂ້າພະເຈົ້າພ້ອມຈະພົບກັບໃຜກໍໄດ້ ລວມທັງທ່ານ ເຊເລນສກີ” ປະທານາທິບໍດີ ປູຕິນ ກ່າວ. “ນັ້ນບໍ່ແມ່ນບັນຫາ ຖ້າອູແກຣນມອບໝາຍໃຫ້ທ່ານເຈລະຈາ ຈະເປັນທ່ານ ເຊເລນສກີ ກໍໄດ້, ແຕ່ຄໍາຖາມຄື ໃຜຈະເປັນຜູ້ລົງນາມໃນເອກະສານທີ່ເປັນຜົນຈາກການເຈລະຈາ ນີ້ບໍ່ແມ່ນເລື່ອງຂອງການໂຄສະນາຊວນເຊື່ອ, ແຕ່ເປັນເລື່ອງຈິງຈັງ ສິ່ງສໍາຄັນບໍ່ແມ່ນຄໍາເວົ້າເພື່ອສ້າງພາບທາງການເມືອງ, ແຕ່ເປັນເລື່ອງຄວາມຍຸຕິທໍາຕາມກົດໝາຍ”.

         ນອກຈາກນີ້, ຜູ້ນໍາຣັດເຊຍກ່າວວ່າ: ຖ້າບໍ່ສາມາດຫາຂໍ້ສະຫລຸບໂດຍສັນຕິໄດ້ ຣັດເຊຍຈະດໍາເນີນງານເພື່ອບັນລຸເປົ້າໝາຍໃນອູແກຣນດ້ວຍວິທີທາງທະຫານ. ພ້ອມເນັ້ນວ່າ: ເປົ້າໝາຍຂອງປະຕິບັດການທາງທະຫານພິເສດຂອງຣັດເຊຍຄືການປົດອາວຸດອູແກຣນ ເພື່ອເຮັດໃຫ້ອູແກຣນໝົດຄວາມສາມາດໃນການຮັກສາກອງກໍາລັງທາງທະຫານທີ່ອາດເປັນໄພຕໍ່ຣັດເຊຍ.

        ທັງນີ້, ປະທານາທິບໍດີ ປູຕິນ ເນັ້ນມາໂດຍຕະຫລອດວ່າ: ອູແກຣນບໍ່ມີລັດຖະບານທີ່ຖືກຕ້ອງໃນການເຈລະຈາ ເນື່ອງຈາກວາລະການດໍາລົງຕໍາແໜ່ງປະທານາທິບໍດີອູແກຣນຂອງທ່ານ ເຊເລນສກີ ສິ້ນສຸດລົງນັບແຕ່ເດືອນພຶດສະພາ 2024 ແລ້ວ.