ອຸຍນີເຊບຮຽກຮ້ອງໃຫ້ຝ່າຍຕ່າງໆຊ່ວຍບໍລິຈາກ 255 ລ້ານໂດລາ ເພື່ອຕ້ານໄພອຶດຫິວ
ວັນທີ 28 ມີນານີ້, ກອງທຶນເພື່ອເດັກນ້ອຍ ອົງການສະຫະປະຊາຊາດ ຫຼື UNICEF ໄດ້ຮຽກ ຮ້ອງໃຫ້ຝ່າຍຕ່າງໆຊ່ວຍບໍລິຈາກ 255 ລ້ານໂດລາສະຫະລັດ ເພື່ອຕ້ານໄພອຶດຫິວທີ່ອາດຈະກະທົບເຖິງເດັກນ້ອຍເກືອບ 1 ລ້ານ 4 ແສນຄົນຢູ່ນີເຊລີ, ໂຊມາລີ, ຊູດັງໃຕ້, ເຢແມນ ແລະ ປະເທດອື່ນໆ.
ຂ່າວແຈ້ງວ່າ: ເງິນບໍລິຈາກງວດນີ້ຈະນຳໃຊ້ໃນການສະໜອງອາຫານ, ນ້ຳດື່ມ, ການປິ່ນປົວສຸຂະພາບ ແລະ ອື່ນໆ ຢູ່ບັນດາປະເທດດັ່ງກ່າວໃນຫຼາຍເດືອນຕໍ່ໜ້ານີ້.
ຂ່າວແຈ້ງຕື່ມວ່າ: ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ກ່າວໃນພິທີຖະແຫຼງຂ່າວເມື່ອເດືອນຜ່ານມາວ່າ: ຢູ່ນີເຊລີ, ໂຊມາລີ, ຊູດັງໃຕ້ ແລະ ເຢແມນ ມີກວ່າ 20 ລ້ານຄົນຜະເຊີນກັບໄພ ອຶດຫິວ ແລະ ຕ້ອງການຊ່ວຍເຫຼືອດ່ວນ 4 ຕື້ 400 ລ້ານໂດລາສະ ຫະລັດ, ແຕ່ປັດຈຸບັນທຶນຊ່ວຍເຫຼືອງວດນີ້ສ່ວນ ຫຼາຍຍັງບໍ່ໄດ້ຮັບບໍລິຈາກເທື່ອ.
