ຝົນຕົກຖະຫລົ່ມເດລີຂອງອິນເດຍ ນໍ້າຖ້ວມຖະໜົນ-ສະໜາມບິນ ເຮືອບິນຊັກຊ້າກວ່າ 180 ຖ້ຽວ

ຝົນທີ່ຕົກລົງມາຢ່າງໜັກໃນວັນທີ 9 ສິງຫາ ຖະຫລົ່ມນະຄອນຫລວງເດລີ ແລະ ພື້ນທີ່ອ້ອມຮອບເມືອງຫລວງອິນເດຍ ສົ່ງຜົນເຮັດໃຫ້ຖະໜົນຕ່າງໆ ແລະ ຫລາຍພື້ນທີ່ມີນໍ້າຖ້ວມ ແລະ ກະທົບຕໍ່ການຈະລາຈອນທາງຖະໜົນ.
ຝົນທີ່ຕົກລົງມາຢ່າງໜັກຍັງສົ່ງຜົນກະທົບຕໍ່ການບິນນໍາອີກ ໂດຍມີລາຍງານວ່າມີຖ້ຽວບິນຊັກຊ້າ 180 ກວ່າຖ້ຽວ ແລະ ຖືກຍົກເລີກ 4 ຖ້ຽວ.
ນໍ້າຖ້ວມໃນຫລາຍອຸໂມງ ແລະ ຖະໜົນສາຍຫລັກ ເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນຕ້ອງຜະເຊີນຄວາມຊັກຊ້າເປັນເວລາດົນ.
ຕາມຂໍ້ມູນຈາກເວັບໄຊຕິດຕາມຖ້ຽວບິນ Flightradar ມີຖ້ຽວບິນອອກຈາກສະໜາມບິນເດລີຊັກຊ້າຢ່າງໜ້ອຍ 182 ຖ້ຽວ ແລະ ຖ້ຽວບິນຂາເຂົ້າທີ່ຊັກຊ້າຢ່າງໜ້ອຍ 30 ຖ້ຽວ.
ສະໜາມບິນເດລີ ແລະ ຫລາຍສາຍການບິນໄດ້ອອກປະກາດແຈ້ງເຕືອນຜູ້ໂດຍສານ ຂໍໃຫ້ກວດສອບສະຖານະຖ້ຽວບິນກ່ອນອອກເດີນທາງໄປສະໜາມບິນ.
ນອກຈາກນີ້, ຍັງມີການອອກປະກາດເຕືອນສະພາບຝົນຕົກໜັກ ພ້ອມຟ້າຜ່າ ແລະ ພາຍຸຝົນຟ້າຄະນອງ ສໍາລັບພື້ນທີ່ຕ່າງໆ ລວມທັງເດລີເໜືອ, ເດລີຕາເວັນຕົກ, ເດລີໃຕ້, ເດລີຕາເວັນອອກສຽງໃຕ້ ແລະ ເດລີກາງ.

