ຫວຽດນາມ-ອາເມລິກາ ເຈລະຈາຂໍ້ຕົກລົງການຄ້າທາງອອນລາຍ ຫວັງຫລີກລ່ຽງພາສີ 46%

         ກະຊວງອຸດສາຫະກໍາ ແລະ ການຄ້າຂອງຫວຽດນາມ ເປີດເຜີຍໃນວັນທີ 20 ມິຖຸນາວ່າ: ຫວຽດນາມ ແລະ ອາເມລິກາ ໄດ້ຮ່ວມກັນຫາລືທາງອອນລາຍໃນຄືນວັນທີ 19 ມິຖຸນາ ເພື່ອເຈລະຈາຂໍ້ຕົກລົງການຄ້າສະບັບໃໝ່ ພາຍຫລັງໄດ້ເຈລະຈາກັບອາເມລິກາມາແລ້ວຫລາຍຮອບ ໂດຍຫວັງບັນລຸຂໍ້ຕົກລົງທີ່ຈະເຮັດໃຫ້ສິນຄ້າຫວຽດນາມບໍ່ຕ້ອງຖືກເກັບພາສີ 46% ເມື່ອນໍາເຂົ້າອາເມລິກາ.

         ກະຊວງອຸດສາຫະກໍາ ແລະ ການຄ້າຂອງຫວຽດນາມ ລະບຸວ່າ: ໃນການເຈລະຈາການຄ້າອອນລາຍຮອບນີ້, ທາງອາເມລິກາ ທ່ານ ມີໂຮເວິດ ລຸດນິກ ລັດຖະມົນຕີກະຊວງການຄ້າ ແລະ ທ່ານ ເຈມີສັນ ເກຍ ຜູ້ແທນການຄ້າອາເມລິກາ. ຂະນະທີ່ທາງຫວຽດນາມມີທ່ານ ຫງວຽນ ຮອງ ດຽນ ລັດຖະມົນຕີກະຊວງການຄ້າ ໂດຍຫວຽດນາມໄດ້ຂໍໃຫ້ອາເມລິກາທົບທວນເລື່ອງພາສີຕອບໂຕ້ ລວມທັງເປີດທາງໃຫ້ສິນຄ້າສົ່ງອອກສໍາຄັນຂອງຫວຽດນາມເຂົ້າສູ່ອາເມລິກາໄດ້.

          ຖະແຫລງການຈາກຫວຽດນາມລະບຸວ່າ: “ການເຈລະຈາຄັ້ງນີ້ເປັນໄປແບບກົງໄປກົງມາ, ເປັນມິດ ແລະ ສ້າງສັນ” ໂດຍອາເມລິກາໄດ້ຍື່ນຂໍ້ສະເໜີໃຫ້ຫວຽດນາມໃນການເຈລະຈາຮອບນີ້, ແຕ່ຖະແຫລງການດັ່ງກ່າວບໍ່ໄດ້ໃຫ້ລາຍລະອຽດ.

          ນອກຈາກນີ້, ຫວຽດນາມຍັງຫວັງຈະຮ່ວມມືກັບອາເມລິກາໃນການພັດທະນາກົດວ່າດ້ວຍຖິ່ນກໍາເນີດສິນຄ້າໃຫ້ເປັນໄປໃນທາງດຽວກັນ ໂດຍໃຫ້ນໍາໄປປະຕິບັດໄດ້ແທ້ ແລະ ສອດຄ່ອງກັບຊັບພາຍເຊນໂລກ.