ຈາກບັນຫາສ່ອງແສງ ມັກນຳພາໄປສູ່ການແກ້ໄຂທີ່ດີກວ່າ

ຈາກບັນຫາສ່ອງແສງ ມັກນຳພາໄປສູ່ການແກ້ໄຂທີ່ດີກວ່າ

ໂດຍ: ຜາຕຸງ ເຫດການປະທະຄາລົມຊະນິດທີ່ບໍ່ມີການລົດລາວາສອກໃຫ້ກັນ ລະຫວ່າງຜູ້ສັນຈອນ ກັບ ເຈົ້າຂອງດິນ ໃນວັນທີ 31 ຕຸລາ 2025 ຜ່ານມານັ້ນໄດ້ເກີດຈົນກາຍເປັນບັນຫາທີ່ເຮັດໃຫ້ສື່ອອນລາຍເກືອບລຸກເປັນໄຟນັ້ນ ກໍແມ່ນ ເຈົ້າຂອງດິນເປີດທາງເວັ້ນໃຫ້ລົດຜ່ານດິນຕົນເອງແລ້ວມີການເກັບເງິນຄ່າຜ່ານດິນທຸກຄັນ, ຄັນລະ 100,000 ກີບຕໍ່ຄັ້ງ. ເຫດການນີ້ເກີດຂຶ້ນຢູ່ເສັ້ນທາງຫຼວງແຫ່ງຊາດ ເລກ 4 ຈຸດກິໂລແມັດທີ…

ໄຟອຳນາດ ໝົດອຳນາດ ບັນຫາພື້ນຖານຂອງການຈະລາຈອນໃນຕົວເມືອງ

ໄຟອຳນາດ ໝົດອຳນາດ ບັນຫາພື້ນຖານຂອງການຈະລາຈອນໃນຕົວເມືອງ

ໂດຍ: ຜາຕຸງ 18.10.25 ໄຟອຳນາດ ຫຼື ທີ່ຮູ້ຈັກກັນໃນນາມ “ໄຟແດງ” ຕາມທາງສາມແຍກສີ່ແຍກໃນຕົວເມືອງແມ່ນສັນຍາລັກແຫ່ງອຳນາດໃນການຮັກສາລະບຽບການສັນຈອນທາງບົກໃຫ້ມີຄວາມເປັນລະບຽບ ປອດໄພແກ່ຜູ້ໃຊ້ລົດໃຊ້ຖະໜົນ ແຕ່ໃນເມື່ອເວລາໃດກໍຕາມຫາກ ໄຟແດງ ອ່ອນລົງ ຫຼື ໝົດແສງສະຫວ່າງໃນຕົວແລ້ວກໍໝາຍເຖິງສັກສີແຫ່ງອຳນາດທີ່ສັ່ງໄດ້ເດັດຂາດນັ້ນກໍ ອ່ອນລົງ ແລະ ໃນທີ່ສຸດກໍຈະໝົດອຳນາດໄປໃນຕົວ ຜູ້ຄົນທີ່ສັນຈອນໄປມາຜ່ານ ສາມແຍກ ສີ່ແຍກນັ້ນກໍຈະບໍ່ເປັນລະບຽບ…

ແຈ້ງປິດຊົ່ວຄາວ ເສັ້ນທາງລອດກ້ອງທາງລົດໄຟ ເຂດບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ 1-20 ຕຸລາ 2025

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ໃນຊ່ວງວັນ ທີ 1-20 ຕຸລາ 2025 (ເປັນເວລາ 20 ວັນ) ຈະໄດ້ປິດເສັ້ນທາງລົດເບົາ (ລອດກ້ອງທາງລົດໄຟ) ເຂດບ້ານນາທົ່ມ ເມືອງໄຊທານີ ເພື່ອກໍ່ສ້າງຮ່ອງລະບາຍນໍ້າ ແລະ ເທເບຕົງໜ້າທາງ…

ເລັ່ງແກ້ໄຂສ້ອມແປງເສັ້ນທາງ ແຕ່ເມືອງຄູນ ແຂວງຊຽງຂວາງ ຫາ ເມືອງທ່າໂທມ ແຂວງໄຊສົມບູນ

ເລັ່ງແກ້ໄຂສ້ອມແປງເສັ້ນທາງ ແຕ່ເມືອງຄູນ ແຂວງຊຽງຂວາງ ຫາ ເມືອງທ່າໂທມ ແຂວງໄຊສົມບູນ

ໜັງສືພິມຊຽງຂວາງ ມີໄຊ ລາຍງານວັນທີ 4 ຕຸລາ 2025 ນີ້ວ່າ ແຈ້ງໃຫ້ບັນດາທ່ານທີ່ມີຈຸດປະສົ່ງທີ່ຈະເດີນທາງຕາມເສັ້ນທາງ1D ແຕ່ເມືອງຄູນ ແຂວງຊຽງຂວາງ ຫາ ເມືອງທ່າໂທມ ແຂວງໄຊສົມບູນ ຂໍໃຫ້ພວກທ່ານກວດສອບແລະຕິດຕາມສະພາບເສັ້ນທາງໃຫ້ລະອຽດເພື່ອຮັບປະກັນຕໍ່ການເດີນທາງໃຫ້ມີຄວາມປອດໄພແລະບໍ່ຊັກຊ້າ, ເນື່ອງຈາກວ່າເສັ້ນທາງດັ່ງກ່າວ ມີຫຼາຍຈຸດທີ່ໄດ້ຮັບຜົນກະທົບຈາກພະຍຸບົວລອຍໃນລະຫວ່າງວັນທີ 29-30 /2025 ຜ່ານມາ ທີ່ເຮັດໃຫ້ເສັ້ນທາງດັ່ງກ່າວຫຼາຍຈຸດມີການເປເພທີ່ບໍ່ສາມາດສັນຈອນໄດ້ເຊິ່ງປະຈຸບັນທາງໜ່ວຍງານທີ່ກ່ຽວຂ໊ອງກຳລັງເລັງແກ້ໄຂຢູ່ສະນັ້ນຂໍໃຫ້ທ່ານຕິດຕາມແລະກວດສອບກ່ອນເດີນທາງ.

ປະຕິບັດລະບຽບການສັນຈອນຢ່າງຖືກຕ້ອງຊີວິດຈຶ່ງປອດໄພຈາກອຸປະຕິເຫດ

ປະຕິບັດລະບຽບການສັນຈອນຢ່າງຖືກຕ້ອງຊີວິດຈຶ່ງປອດໄພຈາກອຸປະຕິເຫດ

ໂດຍ: ຜາຕຸງ ປັດຈຸບັນ ລົດລາງພາຫານະ ນັບມື້ນັບເພີ່ມຂຶ້ນ ແຕ່ຖະໜົນຍັງຄັບແຄບບໍ່ໄດ້ຮັບການຂະຫຍາຍໃນການຮອງຮັບລະບົບຄົມມະນາຄົມໃຫ້ສະດວກວ່ອງໄວເທົ່າທີ່ຄວນ ບວກກັບຄວາມປະໝາດຂາດສະຕິເລິ່ນເລິ້ ຂອງຜູ້ນຳໃຊ້ຍວດຍານ ພາຫານະ ຕາມທ້ອງຖະໜົນຫົນທາງສ່ວນຫຼວງຫຼາຍຍັງຖືເບົາ ບໍ່ປະຕິບັດຕາມລະບຽບການສັນຈອນທາງບົກຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ອຸປະຕິເຫດຕາມທ້ອງຖະໜົນຫຼວງອາດເປັນພາວະປົກກະຕິຂອງມັນກໍ່ວ່າໄດ້ ຍ້ອນວ່າອຸປະຕິເຫດມັນເກີດບໍ່ເວັ້ນແຕ່ລະວັນແທ້ໆ. ອຸປະຕິເຫດີ່ເກີດຂຶ້ນມານີ້, ແນ່ນອນວ່າ ເມື່ອເກີດຂຶ້ນມາແລ້ວຍ່ອມມີຄວາມສູນເສຍບໍ່ໜ້ອຍກໍຫຼາຍ ມັນຂຶ້ນຕາມແຕ່ລະກໍລະນີຂອງອຸປະຕິເຫດເຫຼົ່ານັ້ນ ອັນທຳອິດເເມ່ນຄວາມສູນເສຍທາງດ້ານຊັບສິນ ເປ່ເພເສຍຫາຍ ແຕ່ເລັກໜ້ອຍຈົນຮອດໃຊ້ການບໍ່ໄດ້,…

ອຸປະຕິເຫດລົດໃຫຍ່ຕຳທ້າຍໂດຍສານ ບາດເຈັບ 18 ຄົນ

ອຸປະຕິເຫດລົດໃຫຍ່ຕຳທ້າຍໂດຍສານ ບາດເຈັບ 18 ຄົນ

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ລາຍງານວ່າ: ເວລາ 04:08 ນາທີ ວັນທີ 16 ກັນຍາ 2025 ເກີດເຫດລົດໃຫຍ່ຕຳທ້າຍລົດໂດຍສານ ແລ້ວໄປຕຳເຂົ້າເຮືອນປະຊາຊົນ ແລະ ລົດທີ່ຈອດໄວ້ໜ້າເຮືອນ ຢູ່ເຂດຕະຫຼາດດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພົບຜູ້ບາດເຈັບ…

ອຸປະຕິເຫດລົດ ເສຍຫລັກຕຳກຳແພງອະນຸສາວະລີທ່ານໜູຮັກ ເສຍຊີວິດ 1, ບາດເຈັບ 3 ຄົນ ເພດຊາຍ

ມູນນິທິ ກູ້ໄພ ພົມມະເທບ ສະຫວັນນະເຂດ ລາຍງານວ່າ: ເວລາປະມານ 00:09 ໂມງ ວັນທີ  15 ກັນຍາ 2025 ເກີດເຫດລົດຟອດ ເອເວີ້ເລດ ຕຳກຳແພງ ຢູ່ວົງວຽນອະນຸສາວະລີ ທ່ານໜູຮັກ ນະຄອນໄກສອນ ແຂວງສະຫວັນນະເຂດ ເສຍຊີວິດຢູ່ໂຮງໝໍ…

ການສັນຈອນໄປມາສະດວກແບບສະດວກ ຄືເປົ້າໝາຍໃໝ່ຢູ່ນະຄອນຫລວງວຽງຈັນ

ການສັນຈອນໄປມາສະດວກແບບສະດວກ ຄືເປົ້າໝາຍໃໝ່ຢູ່ນະຄອນຫລວງວຽງຈັນ

ໂດຍ: ທິດກໍ່າ ຜ່ານໄປແລ້ວ 2 ອາທິດ ກັບບັນຍາກາດການເປີດສົກຮຽນໃໝ່ ສົກສຶກສາ 2025-2026  ເຊິ່ງເຕັມໄປດ້ວຍບັນຍາກາດຄຶກຄັກ, ເລີ່ມແຕ່ 6 ໂມງເຊົ້າຫາ 8 ໂມງຢູ່ຕາມຖະໜົນຫົນທາງໃນນະຄອນຫລວງວຽງຈັນເຕັມໄປດ້ວຍລົດລາງພາຫະນະອັ່ງອໍຍາວຢຽດ, ຕາມສະຖາບັນການສຶກສາ ໂດຍສະເພາະໂຮງຮຽນຂັ້ນປະຖົມ-ມັດທະຍົມກໍເຕັມໄປດ້ວຍນັກຮຽນ-ນັກສຶກສາທີ່ນຸ່ງໂສ້ງສີນໍ້າເງິນ, ເສື້ອສີຂາວເກີບສີຂາວເປັ່ງປະກາຍຕາມເດີ່ນໂຮງຮຽນ ເມື່ອເຫັນພາບບັນຍາກາດແລ້ວກໍຮູ້ສຶກພູມໃຈນໍາລູກຫລານເຍົາວະຊົນ ເພາະເຂົາຄືຊັບພະຍາກອນອັນປະເສີດຂອງຊາດໃນອະນາຄົດ. ແຕ່ວ່າຢ່າງໃດກໍດີ,…

ຂັບຂີ່ລົດບໍລິການສັງຄົມ ຕ້ອງມີຈັນຍາບັນຈັນຍາທຳ ມີຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ

ຂັບຂີ່ລົດບໍລິການສັງຄົມ ຕ້ອງມີຈັນຍາບັນຈັນຍາທຳ ມີຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ

ໂດຍ: ຜາຕຸງ ນັບວ່າເປັນໜ້າຊື່ນຊົມຍິນດີຫຼາຍ ທີ່ສະພາບການຄົມມະນາຄົມຂົນສົ່ງໂດຍສານຢູ່ໃນນະຄອນຫຼວງຂອງປະເທດເຮົາໃນປັດຈຸບັນມີຄວາມສະດວກສະບາຍຫຼາຍກວ່າແຕ່ກ່ອນຕັ້ງຫຼາຍເທົ່າ, ນອກນນີ້ຢູ່ໃນເທສະບານແຂວງ ເມືອງກໍໄດ້ຮັບການພັດທະນາ ມີທັງເມລົດດ່ວນ, ລົດສາທາລະນະ, ລົດຕຸກໆ, ຈຳໂບ້ແລະອື່ນໆ ທີ່ອຳນວຍຄວາມສະດວກໃຫ້ແກ່ບຸກຄົນ ແລະ ສັງຄົມໃນການສັນຈອນໄປມາ. ນອກນນີ້ຍັງມີລົດຈາກພາກສ່ວນວິສາຫະກິດສ່ວນບຸກຄົນທີ່ປະກອບການສຳປະທານດຳເນີນທຸລະກິດໄດ້ນຳເອົາລົດເຂົ້າມາບໍລິການຮັບໃຊ້ສັງຄົມໃນການສັນຈອນໄປມາຢ່າງຫຼວງຫຼາຍ ສະດວກເຖິງເປົ້າໝາຍໄດ້ທັນເວລາ ເຮັດໃຫ້ສັງຄົມເລີ່ມຫັນມານຳໃຊ້ການບໍລິການລົດນັບມື້ຫຼາຍຂຶ້ນ. ນີ້ຖ້າເບິ່ງໃນແງ່ມຸມການພັດທະນານັ້ນຖືວ່າເປັນການດີຫຼາຍ ນອກຈາກວ່າຈະສະແດງເຖິງສະພາບເສດຖະກິດຂອງຊາດເລີ່ມກັບມາຟື້ນຕົວເຂັ້ມແຂງຂຶ້ນ ພາຍຫຼັງທີ່ປະເຊີນກັບພິດໄພຂອງເສດຖະກິດໂລກມາໄລຍະໜຶ່ງ, ນອກນັ້ນມັນເປັນອີກທາງເລືອກໃໝ່ຂອງສັງຄົມໃນການຊົມໃຊ້ການບໍລິການທີ່ມີຫຼາຍທາງເລືອກ,…

ຈະລາຈອນ ເມືອງບາຈຽງຈະເລີນສຸກ ສຶກສາອົບຮົມກຸ່ມໄວໜຸ່ມ 10 ຄົນ ຂີ່ລົດສຽງດັງ

ຈະລາຈອນ ເມືອງບາຈຽງຈະເລີນສຸກ ສຶກສາອົບຮົມກຸ່ມໄວໜຸ່ມ 10 ຄົນ ຂີ່ລົດສຽງດັງ

ຂ່າວກອງບັນຊາການ ປກສ ແຂວງຈຳປາສັກ ລາຍງານວ່າ: ວັນທີ 25 ກໍລະກົດ 2025 ຜ່ານມາ ທ່ານ ພັຕ ພອນສະຫວັນ ລິນສາລີ ຮອງພະແນກຕຳຫຼວດ ປກສ ເມືອງບາຈຽງຈະເລີນສຸກ, ພ້ອມດ້ວຍພະນັກງານວິຊາສະເພາະ ໄດ້ສຶກສາອົບຮົມໄວໜຸ່ມ 10 ຄົນທີ່…