ພາສີທ່ານ ທຣໍາ ມີຜົນແລ້ວ ຜູ້ນໍາອາເມລິກາໂວ ເງິນທອງກໍາລັງໄຫລມາເທມາ

ຜູ້ນໍາອາເມລິກາປະກາດວ່າ: ມາດຕະການພາສີຕ່າງຕອບແທນກັບຄູ່ຄ້ານາໆປະເທດ ມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວ ແລະ ສະແດງຄວາມເຊື່ອໝັ້ນວ່າ: ອາເມລິກາຈະຕ້ອງຮັ່ງມີ.
ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ໂພສຂໍ້ຄວາມທຣູ ໂຊຊຽວ ເມື່ອເຂົ້າສູ່ທ່ຽງຄືນວັນທີ 7 ສິງຫາ ຕາມເວລາທ້ອງຖິ່ນໃນອາເມລິກາວ່າ: “ທ່ຽງຄືນແລ້ວ ແລະ ເງິນຫລາຍພັນລ້ານໂດລາຈາກການເກັບພາສີກໍາລັງຫລັ່ງໄຫລເຂົ້າສູ່ອາເມລິກາ”.
ທັງນີ້, ມາດຕະການພາສີຕ່າງຕອບແທນຂອງອາເມລິກາກັບປະເທດຄູ່ຄ້າປະມານ 70 ແຫ່ງ ແລະ ດິນແດນ ລວມທັງສະຫະພາບເອີຣົບ (EU) ມີຜົນນັບແຕ່ວັນທີ 7 ສິງຫາ ໂດຍເບຣຊິນຜະເຊີນອັດຕາພາສີສູງທີ່ສຸດ 50%, ຮອງລົງມາແມ່ນຊິຣີ 41%, ມຽນມາ ແລະ ລາວ 40% ແລະ ສະວິດ 39%. ຂະນະທີ່ອັດຕາສໍາລັບປະເທດສ່ວນຫລາຍທີ່ເຫລືອຢູ່ລະຫວ່າງ 15-25%.
ຂະນະທີ່ກໍາແພງພາສີຂອງອິນເດຍຕອນນີ້ຢູ່ທີ່ 25%, ແຕ່ຈະເພີ່ມເປັນ 50% ໃນອີກສາມອາທິດຕໍ່ໜ້າ ຈາກການທີ່ລັດຖະບານນິວເດລີຍັງຊື້ນໍ້າມັນຈາກຣັດເຊຍ ແລະ ຜູ້ນໍາອາເມລິກາເຕືອນວ່າ: ຈີນຈະຜະເຊີນມາດຕະການແບບດຽວກັນ.
ທ່ານ ທຣໍາ ຢືນຢັນວ່າ: ມາດຕະການມີເປົ້າໝາຍເພື່ອແກ້ໄຂແນວທາງປະຕິບັດທາງການຄ້າທີ່ອາເມລິກາເບິ່ງວ່າບໍ່ເປັນທໍາ ແລະ ການຂະຫຍາຍເວລາອອກໄປ 90 ກວ່າວັນ ຫລື ນັບແຕ່ເດືອນເມສາຜ່ານມາ ເປີດໂອກາດໃຫ້ຜູ້ປະກອບການກັກຕຸນສິນຄ້າກັນໄດ້ຢ່າງເຕັມທີ່. ເຖິງຢ່າງໃດກໍຕາມ, ຫລາຍຝ່າຍຍັງວິຈານແນວທາງ ແລະ ເງື່ອນໄຂຂອງການເກັບພາສີໃນຫລາຍສ່ວນວ່າຍັງຄຸມເຄືອ.

