ຈໍານວນຜູ້ເສຍຊີວິດຈາກພະຍາດໝາກສຸກລີງຢູ່ອາຟຣິກາສູງເຖິງ 1,900 ຄົນນັບແຕ່ຕົ້ນປີ 2024

              ສູນຄວບຄຸມ ແລະ ປ້ອງກັນພະຍາດອາຟຣິກາ (Africa CDC) ເປີດເຜີຍໃນວັນທີ 7 ສິງຫາວ່າ: ຈໍານວນຜູ້ເສຍຊີວິດຈາກການລະບາດຂອງພະຍາດໝາກສຸກລີງ (mpox) ໃນທະວີບອາຟຣິກາເພີ່ມຂຶ້ນເປັນຢ່າງໜ້ອຍ 1,922 ຄົນ. ຂະນະທີ່ມີລາຍງານຜູ້ຕິດເຊື້ອທັງໝົດ 174,597 ຄົນໃນ 27 ປະເທດ ນັບແຕ່ຕົ້ນປີ 2024.

              ທ່ານ ດຣ. ງາຊິ ງົງໂກ ຫົວໜ້າສໍານັກງານບໍລິຫານຂອງ Africa CDC ລະບຸລະຫວ່າງຖະແຫລງຂ່າວທາງອອນລາຍວ່າ: ປີ 2025 ມີລາຍງານຜູ້ຕິດເຊື້ອ mpox ແລ້ວ 94,300 ຄົນ ຫລື 117% ຂອງຈໍານວນຜູ້ຕິດເຊື້ອທັງໝົດໃນປີຜ່ານມາ ໂດຍໃນຈໍານວນນີ້ເປັນຜູ້ຕິດເຊື້ອຢືນຢັນຜົນທາງຫ້ອງປະຕິບັດການ 29,084 ຄົນ ເພີ່ມຂຶ້ນຈາກ 19,713 ຄົນ ໃນປີ 2024.

              ເຖິງຢ່າງໃດກໍຕາມ, ທ່ານລະບຸອີກວ່າ: ໃນໄລຍະຜ່ານມາ ຈໍານວນຜູ້ຕິດເຊື້ອທີ່ຢືນຢັນແລ້ວ ແລະ ສົງໄສຕິດເຊື້ອນັ້ນ ມີທ່າອ່ຽງຫລຸດລົງຢ່າງຕໍ່ເນື່ອງ ໂດຍສະເພາະເມື່ອທຽບໃສ່ໄລຍະຮ້າຍແຮງໃນເດືອນພຶດສະພາຜ່ານມາ ແລະ ຍັງກ່າວວ່າການຂະຫຍາຍການກວດບົ່ງມະຕິຖືເປັນສັນຍານທາງບວກໃນການຄວບຄຸມພະຍາດ.

              ພະຍາດໝາກສຸກລີງ ເຊິ່ງເຄີຍຮູ້ຈັກກັນໃນຊື່ monkeypox ຖືກກວດພົບຄັ້ງທໍາອິດໃນລີງທົດລອງໃນປີ 1958 ໂດຍເປັນພະຍາດໄວຣັສຫາຍາກທີ່ສາມາດຕິດຕໍ່ຜ່ານຂອງເຫລວໃນຮ່າງກາຍ, ລະອອງສານຄັດຫລັ່ງ ແລະ ວັດສະດຸປົນເປື້ອນ. ຜູ້ຕິດເຊື້ອມັກເປັນໄຂ້, ມີຜື່ນຂຶ້ນ ແລະ ຕ່ອມນໍ້າເຫລືອງໄຄ່.

              Africa CDC ປະກາດໃຫ້ການລະບາດຂອງພະຍາດນີ້ເປັນສະຖານະການສຸກເສີນດ້ານສາທາລະນະສຸກລະດັບທະວີບນັບແຕ່ເດືອນສິງຫາ 2024. ຂະນະທີ່ອົງການອະນາໄມໂລກ (WHO) ໄດ້ຈັດໃຫ້ເປັນສະຖານະການສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດໃນເວລາຕໍ່ມາ.