ອິດສະລາແອນປະກາດສັງຫານຜູ້ນໍາກອງທັບອີຣານກາງນະຄອນຫລວງເຕຫະຣານໄດ້ສໍາເລັດ

          ກອງທັບອິດສະລາແອນອອກຖະແຫລງການໃນວັນທີ 17 ມິຖຸນາ ປະກາດຜົນສໍາເລັດໃນການສັງຫານທ່ານ ອາລີ ຊັດມານີ ເສນາທິການທະຫານໃນໄລຍະສົງຄາມ (Wartime Chief of Staff) ຂອງອີຣານ ແລະ ໜຶ່ງໃນບຸກຄົນທີ່ມີອິດທິພົນທີ່ສຸດຂອງກອງທັບ ໃນປະຕິບັດການໂຈມຕີທາງອາກາດໄລຍະຂ້າມຄືນ ຖະຫລົ່ມສູນບັນຊາການໃຈກາງນະຄອນຫລວງເຕຫະຣານ.

          ຖະແຫລງການລະບຸວ່າ: ປະຕິບັດການຄັ້ງນີ້ເກີດຂຶ້ນຫລັງໄດ້ຮັບ “ຂ່າວທີ່ແນ່ນອນ” ແລະ ອາໄສ “ຈັງຫວະທີ່ເປີດຊ່ອງ” ຢ່າງກະທັນຫັນ.

         ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ຊັດມານີ ຄືບຸກຄົນທີ່ອິດສະລາແອນລະບຸວ່າເປັນຜູ້ບັນຊາການລະດັບປະຕິບັດການສູງສຸດຂອງກອງທັບອີຣານ ແລະ ຍັງເປັນບຸກຄົນໃກ້ຊິດຂອງຜູ້ນໍາສູງສຸດ ທ່ານ ຢາຕໍເລາະ ອາລີ ຄາເມເນອີ ໂດຍທ່ານ ຊັດມານີ ມີອໍານາດສັ່ງທັງກອງກໍາລັງພິທັກການປະຕິວັດອິດສະລາມ (IRGC) ແລະ ກອງທັບບົກອີຣານ.

         ການເຄື່ອນໄຫວນີ້ເກີດຂຶ້ນຫລັງຈາກທ່ານ ຊັດມານີ ຫາກໍໄດ້ຮັບການແຕ່ງຕັ້ງໃຫ້ຄຸມກອງທັບອີຣານໃນສົງຄາມ 5 ວັນທີ່ກໍາລັງດໍາເນີນຢູ່ ຫລັງຈາກອິດສະລາແອນຫາກໍລັກລອບສັງຫານທ່ານ ອາລາ ອາລີ ຣາຊິດ ຜູ້ດຳລົງຕໍາແໜ່ງຄົນກ່ອນໜ້າ ເຊິ່ງການໂຈມຕີຄັ້ງນີ້ຖືເປັນສາເຫດຂອງສົງຄາມຮອບຫລ້າສຸດນີ້.

          ກອງທັບອິດສະລາແອນຖະແຫລງວ່າ: ການສັງຫານທ່ານ ຊັດມານີ ຄັ້ງນີ້ “ເນັ້ນເຖິງປະຕິບັດການຕໍ່ເນື່ອງທີ່ເນັ້ນກໍາຈັດຜູ້ນໍາທາງທະຫານລະດັບສູງສຸດຂອງອີຣານ ແລະ ສ້າງຄວາມປັ່ນປ່ວນໃຫ້ສາຍການບັງຄັບບັນຊາ”.