ທ່ານ ທຣໍາ ເລັ່ງຂະຫຍາຍເວລາຢຸດໃຊ້ມາດຕະການພາສີອາກອນຫລັງກາຍເສັ້ນຕາຍ 90 ວັນ

ທ່ານ ທຣໍາ ເລັ່ງຂະຫຍາຍເວລາຢຸດໃຊ້ມາດຕະການພາສີອາກອນຫລັງກາຍເສັ້ນຕາຍ 90 ວັນ

         ທໍານຽບຂາວເປີດເຜີຍໃນວັນທີ 26 ມິຖຸນາວ່າ: ປະທານາທິບໍດີ ໂດນັລ ທຣໍາ ອາດຂະຫຍາຍເວລາການຢຸດໃຊ້ມາດຕະການພາສີອາກອນຕອບໂຕ້ທີ່ກໍານົດໄວ້ 90 ວັນ ເຊິ່ງມາດຕະການດັ່ງກ່າວຈະໝົດອາຍຸໃນວັນທີ 9 ກໍລະກົດນີ້.          ທ່ານ ແຄໂຣໄລ ເລວິດ ໂຄສົກທໍານຽບຂາວ ກ່າວໃນການຖະແຫລງຂ່າວວ່າ: ກໍານົດເສັ້ນຕາຍດັ່ງກ່າວບໍ່ຮີບຮ້ອນເຖິງຂັ້ນວິກິດ….

ແຫລ່ງຂ່າວ CNN ເຜີຍ ອາເມລິກາເຈລະຈາກັບອີຣານ ສະເໜີໂຄງການນິວເຄຼຍພົນລະເຮືອນ ບໍ່ເພີ່ມປະສິດທິພາບຢູເຣນຽມ

ແຫລ່ງຂ່າວ CNN ເຜີຍ ອາເມລິກາເຈລະຈາກັບອີຣານ ສະເໜີໂຄງການນິວເຄຼຍພົນລະເຮືອນ ບໍ່ເພີ່ມປະສິດທິພາບຢູເຣນຽມ

          ສໍານັກຂ່າວ CNN ລາຍງານວ່າ: ລັດຖະບານອາເມລິກາພາຍໃຕ້ການນໍາຂອງທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ໄດ້ຫາລືເຖິງຄວາມເປັນໄປໄດ້ໃນການຊ່ວຍໃຫ້ອີຣານເຂົ້າເຖິງເງິນທຶນສູງເຖິງ 30,000 ລ້ານໂດລາສະຫະລັດ ເພື່ອສ້າງໂຄງການນິວເຄຼຍເພື່ອໃຊ້ໃນພາກພົນລະເຮືອນ ໂດຍຫລຸດຜ່ອນມາດຕະການຂວໍ້າບາດ ແລະ ປົດລັອກເງິນທຶນອີຣານທີ່ຖືກຈໍາກັດ ເຊິ່ງເປັນຄວາມພະຍາຍາມຮີບດ່ວນທີ່ຈະດຶງອີຣານກັບເຂົ້າສູ່ໂຕະເຈລະຈາ.            ແຫລ່ງຂ່າວ CNN ເປີດເຜີຍວ່າ:…

ກອງປະຊຸມສະໄໝສາມັນເທື່ອທີ 9 ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 9 ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ຕອນບ່າຍວັນທີ 26 ມິຖຸນານີ້ ທີ່ຫໍປະຊຸມໃຫຍ່ 2 ທັນວາສະພາແຫ່ງຊາດ, ກອງປະຊຸມສະໄໝສາ ມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ…

ລາດຕະເວນຮ່ວມທາງນ້ຳ 4 ປະເທດ (ຈີນ, ລາວ, ມຽນມາ ແລະ ໄທ) ຄັ້ງທີ 154

ລາດຕະເວນຮ່ວມທາງນ້ຳ 4 ປະເທດ (ຈີນ, ລາວ, ມຽນມາ ແລະ ໄທ) ຄັ້ງທີ 154

ວັນທີ 24 ມີຖຸນາ 2025 ຄະນະລາດຕະເວນທາງນ້ຳຮ່ວມ 4 ປະເທດ (ຈີນ, ລາວ, ມຽນມາ ແລະ ໄທ) ຄັ້ງທີ 154 ຕາມລຳແມ່ນ້ຳຂອງຕອນເໜືອ, ໄດ້ເດີນທາງມາທີ່: ສູນປະສານງານ ລາວ-ຈີນ ປະຈຳບ້ານມອມ ເມືອງຕົ້ນເຜິ້ງ…

ອີຣານຢືນຢັນໂຮງງານນິວເຄຼຍເສຍຫາຍໜັກຈາກການຖິ້ມລະເບີດຂອງອາເມລິກາ

ອີຣານຢືນຢັນໂຮງງານນິວເຄຼຍເສຍຫາຍໜັກຈາກການຖິ້ມລະເບີດຂອງອາເມລິກາ

           ທ່ານ ເອສມາອິລ ບາກາອີ ໂຄສົກກະຊວງການຕ່າງປະເທດອີຣານ ເປີດເຜີຍວ່າ: ໂຮງງານນິວເຄຼຍຂອງອີຣານໄດ້ຮັບຄວາມເສຍຫາຍຢ່າງໜັກຈາກການໂຈມຕີທາງອາກາດຂອງອາເມລິກາ ໂດຍການເປີດເຜີຍເປັນຄັ້ງທໍາອິດຂອງອີຣານໃນເລື່ອງນີ້ ເກີດຂຶ້ນໃນຂະນະທີ່ຫລາຍຝ່າຍກໍາລັງຖົກຖຽງກັນວ່າປະຕິບັດການໂຈມຕີຂອງອາເມລິກາໄດ້ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ໂຄງການນິວເຄຼຍຂອງອີຣານແທ້ ຫລື ບໍ່.            ທ່ານ ບາກາອີ ຢືນຢັນຕໍ່ສໍານັກຂ່າວອັລຈາຊີຣາໃນວັນທີ 25 ມິຖຸນາວ່າ: ໂຮງງານນິວເຄຼຍຂອງອີຣານໄດ້ຮັບຄວາມເສຍຫາຍຢ່າງໜັກ ໂດຍກ່າວວ່າການໂຈມຕີຂອງອາເມລິກາເປັນການທໍາລາຍຢ່າງຮ້າຍແຮງຕໍ່ກົດໝາຍສາກົນ ແລະ…

ທ່ານ ຮຸນ ເຊນ ລົງພື້ນທີ່ຢ້ຽມຢາມກໍາລັງພົນຊາຍແດນ ກໍາປູເຈຍ-ໄທ ປະກາດຮັບຕໍາແໜ່ງຜູ້ບັນຊາການທະຫານສູງສຸດອາວຸໂສ

ທ່ານ ຮຸນ ເຊນ ລົງພື້ນທີ່ຢ້ຽມຢາມກໍາລັງພົນຊາຍແດນ ກໍາປູເຈຍ-ໄທ ປະກາດຮັບຕໍາແໜ່ງຜູ້ບັນຊາການທະຫານສູງສຸດອາວຸໂສ

           ສົມເດັດອັກຄະມະຫາເສນາບໍດີເຕໂຊ ຮຸນ ເຊນ ປະທານວຸດທິສະພາ ແລະ ອະດີດນາຍົກລັດຖະມົນຕີກໍາປູເຈຍ ໃສ່ຊຸດທະຫານຍົດນາຍພົນ 5 ດາວ ເດີນທາງດ້ວຍເຮລິກອບແຕລົງພື້ນທີ່ກວດຢ້ຽມກໍາລັງພົນ ແລະ ປະຊາຊົນຢູ່ແຂວງອຸດອນມີໄຊ ບໍລິເວນຊາຍແດນທາງພາກເໜືອຂອງກໍາປູເຈຍຕິດກັບໄທ ໂດຍມີເຈົ້າໜ້າທີ່ໄປລໍຖ້າຕ້ອນຮັບ ກ່ອນຈະເຂົ້າຮ່ວມກອງປະຊຸມກັບຜູ້ບັນຊາການທະຫານຂອງແຂວງອຸດອນມີໄຊ.             ຂະນະທີ່ທ່ານ ເຈຍ ທີຣິດ…

UN ກຽມຫລຸດຈໍານວນພະນັກງານລົງ 20% ປັບໂຄງສ້າງອົງກອນ ຫລັງອາເມລິກາຕັດງົບສະໜັບສະໜູນ

UN ກຽມຫລຸດຈໍານວນພະນັກງານລົງ 20% ປັບໂຄງສ້າງອົງກອນ ຫລັງອາເມລິກາຕັດງົບສະໜັບສະໜູນ

           ອົງການສະຫະປະຊາຊາດ (UN) ກຽມຫລຸດຈໍານວນເຈົ້າໜ້າທີ່ລົງ 20% ລວມທັງພິຈາລະນາປັບໂຄງສ້າງໜ່ວຍງານໃນເຄືອຂ່າຍຫລາຍກວ່າ 140 ໜ່ວຍງານ ຫລັງຈາກອາເມລິກາຫລຸດງົບປະມານສະໜັບສະໜູນ.            ທ່ານ ກາຍ ໄຣເດີ ຮອງເລຂາທິການໃຫຍ່ສະຫະປະຊາຊາດດ້ານນະໂຍບາຍ ແລະ ປະທານຄະນະດ້ານການປັບໂຄງສ້າງອົງກອນ ລວມທັງເຈົ້າໜ້າທີ່ຄົນອື່ນໆ ໄດ້ກ່າວໃນກອງປະຊຸມຢູ່ສໍານັກງານໃຫຍ່ຂອງສະຫະປະຊາຊາດໃນນິວຢອກວ່າ: ມີຫລາຍໜ່ວຍງານທີ່ຈະໄດ້ຮັບຜົນກະທົບ ເຊິ່ງລວມທັງອົງການທຶນເພື່ອເດັກແຫ່ງສະຫະປະຊາຊາດ…

ສະພາອີຣານລົງມະຕິຢຸດການຮ່ວມມື IAEA ຕອບໂຕ້ເຫດໂຈມຕີໂຮງງານນິວເຄຼຍ

ສະພາອີຣານລົງມະຕິຢຸດການຮ່ວມມື IAEA ຕອບໂຕ້ເຫດໂຈມຕີໂຮງງານນິວເຄຼຍ

            ລັດຖະສະພາອີຣານມີມະຕິເຫັນພ້ອມໃນວັນທີ 25 ມິຖຸນາ ໃຫ້ຢຸດການຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA) ເພື່ອຕອບໂຕ້ກໍລະນີອິດສະລາແອນ ແລະ ອາເມລິກາ ໂຈມຕີໂຮງງານນິວເຄຼຍຂອງອີຣານໃນໄລຍະສົງຄາມ 12 ວັນທີ່ຜ່ານມາ ຕາມການລາຍງານຈາກສະຖານີໂທລະພາບຂອງລັດ.             ທ່ານ ໂມຮໍາໝັດ ບາເກ ກາລິບາບ ປະທານລັດຖະສະພາອີຣານ ກ່າວວ່າ:…

ປະທານາທິບໍດີອີຣານປະກາດ “ສິ້ນສຸດສົງຄາມ 12 ວັນ” ເລັ່ງຟື້ນຟູປະເທດ

ປະທານາທິບໍດີອີຣານປະກາດ “ສິ້ນສຸດສົງຄາມ 12 ວັນ” ເລັ່ງຟື້ນຟູປະເທດ

           ທ່ານ ມາຊູດ ເປເຊດຽນ ປະທານາທິບໍດີອີຣານ ໄດ້ປະກາດ “ສິ້ນສຸດສົງຄາມ 12 ວັນ” ແລະ ຮຽກຮ້ອງໃຫ້ໜ່ວຍງານລັດຖະບານ ລວມທັງສະຖາບັນປະຕິວັດທັງໝົດ ລະດົມກໍາລັງເພື່ອຟື້ນຟູປະເທດ.           ປະທານາທິບໍດີອີຣານໄດ້ສົ່ງສານເຖິງປະຊາຊົນຊາວອີຣານຫລັງຈາກການຢຸດຍິງມີຜົນບັງຄັບໃຊ້ວ່າ: “ວັນນີ້ ຫລັງຈາກທີ່ທ່ານໄດ້ຢືນຢັດຢ່າງກ້າຫານ ແລະ ຍິ່ງໃຫຍ່ ເຮົາໄດ້ເຫັນການຢຸດຍິງ…

ຫວຽດນາມ ນໍາຕົວຜູ້ຕ້ອງສົງໄສ 41 ຄົນ ຂຶ້ນສານ ໃນຄະດີສໍ້ລາດບັງຫລວງ ມູນຄ່າ 45 ລ້ານໂດລາ

ຫວຽດນາມ ນໍາຕົວຜູ້ຕ້ອງສົງໄສ 41 ຄົນ ຂຶ້ນສານ ໃນຄະດີສໍ້ລາດບັງຫລວງ ມູນຄ່າ 45 ລ້ານໂດລາ

ໜັງສືພິມໄທຣັດລາຍງານວ່າ: ຫວຽດນາມ ໄດ້ເລີ່ມພິຈາລະນາດຳເນີນຄະດີສໍ້ລາດບັງຫລວງ ແລະ ໃຫ້ສິນບົນ ໃນມູນຄ່າ 1.16 ຕື້ດົງ (45 ລ້ານໂດລາສະຫະລັດ) ຕໍ່ຜູ້ຕ້ອງສົງໄສ 41 ຄົນ,ໃນນັ້ນມີເຈົ້າໜ້າທີ່ລັດຖະບານຈຳນວນໜຶ່ງຮວມຢູ່ນຳ, ນີ້ເປັນໜຶ່ງຂອງຂະບວນການຕໍ່ຕ້ານການສໍ້ລາດບັງຫລວງຂອງລັດຖະບານຫວຽດນາມ. ທີ່ຜ່ານມາ ຂະບວນການປາບປາມ ຕໍ່ຕ້ານການສໍ້ລາດບັງຫລວງ ໄດ້ກວາດລ້າງເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານຫລາຍສິບຄົນ, ໃນນັ້ນມີບັນດາເຈົ້າໜ້າທີ່ລັດຖະບານ 2…