ອາເມລິກາຢືນຢັນຍົກເວັ້ນການເກັບພາສີຊ້ອນຈາກສິນຄ້າຍີ່ປຸ່ນ-ສະຫະພາບເອີຣົບ

ເຈົ້າໜ້າທີ່ທໍານຽບຂາວຢືນຢັນໃນວັນທີ 8 ສິງຫາວ່າ: ສິນຄ້າຈາກຍີ່ປຸ່ນ ແລະ ສະຫະພາບເອີຣົບ ຈະໄດ້ຮັບການຍົກເວັ້ນບໍ່ເກັບພາສີຊ້ອນ (tariff stacking). ໝາຍຄວາມວ່າ: ອາເມລິກາຈະບໍ່ເພີ່ມອັດຕາພາສີໃໝ່ 15% ທັບຊ້ອນກັບພາສີເກົ່າທີ່ມີຢູ່ແລ້ວ.
ການຢືນຢັນນີ້ເກີດຂຶ້ນຫລັງຈາກຍີ່ປຸ່ນແຈ້ງວ່າ: ອາເມລິກາຮັບຮູ້ວ່າຄໍາສັ່ງປະທານາທິບໍດີເລື່ອງພາສີຕອບໂຕ້ທີ່ເຊັນໃນອາທິດກ່ອນຜິດພາດ ແລະ ບໍ່ສະທ້ອນຂໍ້ຕົກລົງການຄ້າທີ່ສອງປະເທດເຮັດໄວ້ໃນວັນທີ 22 ກໍລະກົດ ຢ່າງຖືກຕ້ອງ.
ປັດຈຸບັນ ອາເມລິກາກໍາລັງດໍາເນີນການແກ້ໄຂຄໍາສັ່ງປະທານາທິບໍດີໃຫ້ສອດຄ່ອງກັບຂໍ້ຕົກລົງ ໂດຍຍີ່ປຸ່ນຈະໄດ້ຮັບການຍົກເວັ້ນພາສີຊ້ອນຕາມຂໍ້ຕົກລົງນີ້ ເຊິ່ງລວມທັງການຫລຸດພາສີນໍາເຂົ້າລົດຈາກ 27.5% ເຫລືອ 15%.
ຫລັງການເຈລະຈາ, ຍີ່ປຸ່ນຍັງໄດ້ຮັບຄໍາໝັ້ນວ່າຈະໄດ້ຮັບເງິນຄືນພາສີສ່ວນເກີນທີ່ຖືກເກັບໄປຈາກຄວາມຜິດພາດຂອງຄໍາສັ່ງປະທານາທິບໍດີ.
ທັງນີ້, ຂໍ້ຕົກລົງນີ້ຂອງຍີ່ປຸ່ນກັບອາເມລິກາເປັນແບບຢ່າງໃຫ້ສະຫະພາບເອີຣົບ ເຊິ່ງໄດ້ຮັບການຫລຸດພາສີ ແລະ ຍົກເວັ້ນພາສີຊ້ອນໃນລັກສະນະດຽວກັນພາຍໃຕ້ຄໍາສັ່ງປະທານາທິບໍດີໃນວັນທີ 31 ກໍລະກົດ.

