ທ່ານ ທຣໍາ ເຜີຍກຽມພົບທ່ານ ປູຕິນ ວັນທີ 15 ສິງຫາ ຫາລືອະນາຄົດສົງຄາມອູແກຣນ

ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ໂພສຂໍ້ຄວາມຜ່ານ Truth Social ວ່າຈະພົບປະກັບປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ຢູ່ລັດອະແລສກາ ໃນວັນທີ 15 ສິງຫາ ເພື່ອຫາລືກ່ຽວກັບອະນາຄົດຂອງສົງຄາມໃນອູແກຣນ.
ການປະກາດດັ່ງກ່າວເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງຫລັງຈາກທ່ານ ທຣໍາ ກ່າວຢູ່ທໍານຽບຂາວ ໂດຍສົ່ງສັນຍານວ່າ: ອູແກຣນອາດຕ້ອງຍອມເສຍດິນແດນໃຫ້ຣັດເຊຍເພື່ອຢຸດສົງຄາມທີ່ເລີ່ມຂຶ້ນແຕ່ເດືອນກຸມພາ 2021.
ທັງນີ້, ທ່ານ ທຣໍາ ບໍ່ໄດ້ເປີດເຜີຍລາຍລະອຽດໃດໆກ່ຽວກັບກໍານົດການພົບປະກັບທ່ານ ປູຕິນ.
ຂະນະທີ່ໂຄສົກເກຣມລິນ ຢືນຢັນການພົບກັນຂອງທັງສອງຜູ້ນໍາ ໂດຍກ່າວວ່າສະຖານທີ່ພົບປະຫາລືຂ້ອນຂ້າງສົມເຫດສົມຜົນ ເນື່ອງຈາກອະແລສກາຕັ້ງຢູ່ໃກ້ກັບຣັດເຊຍ. ພ້ອມກ່າວວ່າ: ທ່ານ ທຣໍາ ໄດ້ຮັບເຊີນໃຫ້ໄປຢ້ຽມຢາມຣັດເຊຍເພື່ອປະຊຸມກັບທ່ານ ປູຕິນ ເປັນຄັ້ງທີ 2.
ອ້າງອີງ:

