ຝຣັ່ງເລັ່ງຫ້າມເດັກອາຍຸຕໍ່າກວ່າ 15 ປີໃຊ້ໂຊຊຽວ ຫວັງປາບປາມຄວາມຮຸນແຮງໃນສະຖາບັນການສຶກສາ
ຝຣັ່ງມີແຜນຫ້າມເດັກອາຍຸຕໍ່າກວ່າ 15 ປີ ນໍາໃຊ້ໂຊຊຽວມີເດຍ ແລະ ຫ້າມຮ້ານຄ້າຂາຍມີດໃຫ້ເຍົາວະຊົນ ພາຍຫລັງເກີດເຫດເດັກນ້ອຍຜູ້ຊາຍອາຍຸ 14 ປີ ແທງຄູຜູ້ຊ່ວຍເສຍຊີວິດ ຂະນະຖືກກວດກະເປົາຕາມກົດຂອງໂຮງຮຽນໃນເມືອງໂນໝ໊ອງ ທາງຕາເວັນອອກຂອງປະເທດ. ປະທານາທິບໍດີ ເອັມມານູເອລ ມາຄຣົງ ຜູ້ນໍາຝຣັ່ງ ກ່າວວ່າ: ລັດຖະບານກຽມສະເໜີການຫ້າມນໍາໃຊ້ໂຊຊຽວມີເດຍໃນເດັກອາຍຸຕໍ່າກວ່າ…










