ທ່ານ ຮຸນ ມານີ ນໍາພາຊາວກໍາປູເຈຍເດີນຂະບວນໃຫຍ່ ໜຸນລັດຖະບານແກ້ໄຂກໍລະນີຂັດແຍ່ງຊາຍແດນໄທ

         ຊາວກໍາປູເຈຍຈໍານວນຫລາຍອອກມາຮ່ວມເດີນຂະບວນຕາມທ້ອງຖະໜົນໃນນະຄອນຫລວງພະນົມເປັນນັບແຕ່ເຊົ້າວັນທີ 18 ມິຖຸນາ ເພື່ອສະໜັບສະໜູນການດໍາເນີນງານຂອງລັດຖະບານໃນກໍລະນີຂໍ້ຂັດແຍ່ງຊາຍແດນກັບໄທ.

         ຝູງຊົນຈໍານວນຫລາຍ ນໍາໂດຍທ່ານ ຮຸນ ມານີ ຮອງນາຍົກລັດຖະມົນຕີ ເຊິ່ງເປັນນ້ອງຊາຍຂອງທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມການເດີນຂະບວນທີ່ເອີ້ນວ່າ: “ການເດີນຂະບວນເພື່ອຄວາມສາມັກຄີ” ເພື່ອສະໜັບສະໜູນລັດຖະບານກໍາປູເຈຍ ແລະ ກອງກໍາລັງທະຫານທີ່ປະຈໍາການຢູ່ຊາຍແດນ.

         ໂດຍມີການເດີນຂະບວນມຸ້ງໜ້າໄປອານຸສາວະລີເອກະລາດ ໃຈກາງນະຄອນຫລວງພະນົມເປັນ ເຊິ່ງຜູ້ຮ່ວມຂະບວນຍັງຍົກທຸງຊາດກໍາປູເຈຍ ແລະ ຮູບຂອງທ່ານ ຮຸນ ມາເນດ ແລະ ສົມເດັດອັກຄະມະຫາເສນາບໍດີ ເດໂຊ ຮຸນ ເຊນ ປະທານວຸດທິສະພາ ແລະ ອະດີດນາຍົກລັດຖະມົນຕີຜູ້ເປັນບິດາ.

          ທັງນີ້, ບັນຍາກາດການພົວພັນລະຫວ່າງໄທ ແລະ ກໍາປູເຈຍເປັນໄປຢ່າງເຄັ່ງຕຶງ. ຂະນະທີ່ຜູ້ນໍາກໍາປູເຈຍຕັດສິນໃຈສັ່ງຢຸດນໍາເຂົ້າຜັກ ແລະ ໝາກໄມ້ຜ່ານຊາຍແດນທຸກດ່ານຈາກໄທ ໂດຍອ້າງວ່າເປັນການຕອບໂຕ້ການປິດດ່ານຊາຍແດນຝ່າຍດຽວຂອງໄທ.

            ທ່ານ ຮຸນ ມາເນດ ກ່າວໃນການຖະແຫລງວັນທີ 17 ມິຖຸນາ ຢືນຢັນວ່າ: ບໍ່ໄດ້ມີການເຈລະຈາກັບໄທໃນເລື່ອງນີ້, ແຕ່ຖ້າໄທເປີດດ່ານອີກ ກໍາປູເຈຍຈະກັບມາເປີດດ່ານເພື່ອໃຫ້ມີການຂົນສົ່ງສິນຄ້າຕາມປົກກະຕິ. ຂະນະທີ່ທ່ານຕ້ອງການຮັກສາ “ສັນຕິພາບ ແລະ ການຮ່ວມມືທີ່ດີ” ກັບປະເທດໄທ.

ອ້າງອີງ: