ອີຣານພ້ອມຢືດຢຸ່ນບັນຫານິວເຄຼຍ ແຕ່ຢືນຢັນຈະບໍ່ກັບເຂົ້າສູ່ໂຕະເຈລະຈາໃດໆ ຖ້າອິດສະລາແອນຍັງບໍ່ຢຸດໂຈມຕີ

ແຫລ່ງຂ່າວທາງການທູດ 3 ທ່ານໃຫ້ຂໍ້ມູນຕໍ່ຣອຍເຕີວ່າ: ທ່ານ ສະຕີບ ວິດຄອບ ຜູ້ແທນພິເສດດ້ານຕາເວັນອອກກາງ ໄດ້ເຈລະຈາທາງໂທລະສັບໂດຍກົງກັບທ່ານ ອັບບາສ ອາຣັກຊີ ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງອີຣານ ຫລາຍຄັ້ງນັບແຕ່ວັນທີ 13 ມິຖຸນາເປັນຕົ້ນມາ ເຊິ່ງເປັນວັນທີ່ອິດສະລາແອນເລີ່ມໂຈມຕີອີຣານພາຍໃຕ້ປະຕິບັດການ “ສິງໂຕຜະຫງາດ” (Rising Lion) ໂດຍເນື້ອໃນສ່ວນໜຶ່ງຄືຄວາມພະຍາຍາມຂອງອາເມລິກາທີ່ຈະຫາທາງອອກທາງການທູດເພື່ອຢຸດຄວາມຮຸນແຮງທີ່ກໍາລັງລຸກລາມ.
ໜຶ່ງໃນນັກການທູດເປີດເຜີຍວ່າ: ທ່ານ ອາຣັກຊີ ແຈ້ງວ່າ: ອີຣານຈະບໍ່ກັບເຂົ້າສູ່ໂຕະເຈລະຈາໃດໆ ຖ້າອິດສະລາແອນຍັງໂຈມຕີ ແລະ ເນັ້ນວ່າ: “ອີຣານພ້ອມຢືດຢຸ່ນບັນຫານິວເຄຼຍ ຖ້າອາເມລິກາກົດດັນໃຫ້ອິດສະລາແອນຢຸດການຖິ້ມລະເບີດ”.
ເຈົ້າໜ້າທີ່ລະດັບພາກພື້ນອີກຄົນໜຶ່ງເປີດເຜີຍວ່າ: ການເຈລະຈາຮອບທໍາອິດໃນອາທິດນີ້ເກີດຂຶ້ນຈາກວໍຊິງຕັນເປັນຝ່າຍລິເລີ່ມ ໂດຍມີການສະເໜີຂໍ້ສະເໜີຫລ້າສຸດທີ່ພະຍາຍາມຫລຸດຜ່ອນທາງຕັນລະຫວ່າງສອງຝ່າຍ ເຊິ່ງໜຶ່ງໃນແນວຄິດຄືການຈັດຕັ້ງກົນໄກລະດັບພາກພື້ນ ເພື່ອຄວບຄຸມການເພີ່ມປະສິດທິພາບຢູເຣນຽມນອກອີຣານ, ແຕ່ຍັງເປັນຂໍ້ສະເໜີທີ່ເຕຫະຣານຍັງບໍ່ຕອບຮັບ.
ການເຈລະຈາທາງໂທລະສັບລະຫວ່າງທ່ານ ອາຣັກຊີ ກັບທ່ານ ວິດຄອບ ໃນອາທິດນີ້ ຖືເປັນການຫາລືໂດຍກົງທີ່ມີ “ເນື້ອໃນຫລາຍທີ່ສຸດ” ນັບແຕ່ສອງຝ່າຍເລີ່ມເຈລະຈາກັນໃນເດືອນເມສາຜ່ານມາ ໂດຍກ່ອນໜ້ານີ້ ທັງສອງມີພຽງການພົບກັນແບບບໍ່ເປັນທາງການຫລັງຈົບການເຈລະຈາແບບອ້ອມໃນໂອມານ ແລະ ອິຕາລີ ຈົນຮອດປັດຈຸບັນນີ້ ທາງການອາເມລິກາ ແລະ ອີຣານຍັງບໍ່ອອກມາສະແດງຄວາມເຫັນຕໍ່ເນື້ອໃນການເຈລະຈາຄັ້ງຫລ້າສຸດ.
ຂະນະທີ່ສໍານັກງານນາຍົກລັດຖະມົນຕີອິດສະລາແອນ ແລະ ຄະນະຜູ້ແທນອີຣານປະຈໍາສະຫະປະຊາຊາດ ຍັງບໍ່ອອກຖະແຫລງການໃດໆຕໍ່ລາຍງານດັ່ງກ່າວ, ຂະນະທີ່ອີຣານຍັງຢືນຢັນວ່າໂຄງການນິວເຄຼຍຂອງຕົນມີຈຸດປະສົງເພື່ອສັນຕິພາບເທົ່ານັ້ນ ເຊິ່ງເປັນສິ່ງທີ່ອາເມລິກາຍັງປະຕິເສດຕະຫລອດມາ.
ອ້າງອີງ:

