ລັດກາລິຟໍເນຍກຽມຟ້ອງຮ້ອງລັດຖະບານເລື່ອງນະໂຍບາຍສິ່ງແວດລ້ອມ
ລັດກາລິຟໍເນຍກຽມຟ້ອງຮ້ອງລັດຖະບານປະທານາທິບໍດີ ໂດນັນ ທຣຳ ເລື່ອງນະໂຍບາຍສິ່ງແວດລ້ອມ, ພາຍ ຫລັງທ່ານ ທຣຳ ລົງນາມຄຳສັ່ງຝ່າຍບໍລິຫານຍົກເລີກແຜນພະລັງງານສະອາດຂອງລັດຖະບານ ບາຣັກ ໂອບາມາ.
ກາລິຟໍເນຍເປັນລັດທີ່ມີປະຊາກອນຫລາຍທີ່ສຸດ ແລະ ມີຕະຫລາດລົດຍົນໃຫຍ່ທີ່ສຸດຢູ່ອາເມລິກາ, ເປັນການ ນຳຕໍ່ສູ້ການປ່ຽນແປງສະພາບອາກາດ ສາມາດຫລຸດການປ່ອຍແກັສເຮືອນແກ້ວໄດ້ເຖິງ 35 ລ້ານໂຕນຕໍ່ປີ ໃນ ທົດສະວັດຜ່ານມາ. ທ່ານ ເຈີຣີ ບຣາວ ເຈົ້າຄອງລັດກ່າວວ່າ: ການທຳລາຍແຜນພະລັງງານສະອາດເປັນຄວາມ ຜິດພາດຄັ້ງໃຫຍ່ ແລະ ເປັນປໍລະປັກຕໍ່ວິທະຍາສາດ. ຂະນະທີ່ທ່ານ ເອຣິກ ກາເຊດຕີ ນາຍົກເທດສະມົນຕີນະ ຄອນລອສແອນເຈລິສ ກ່າວວ່າ: ຈະເດີນໜ້າຕາມແຜນເມືອງຍືນຍົງທີ່ຈະຫລຸດການປ່ອຍແກັສເຮືອນແກ້ວລົງ 80% ໃນປີ 2050 ເຮັດໃຫ້ລະບົບຂົນສົ່ງປອດການປ່ອຍແກັສເຮືອນແກ້ວ ແລະ ມຸ່ງສູ່ວິໄສທັດການໃຊ້ພະລັງງານ ສະອາດທັງໝົດ.
ຜູ້ຊ່ຽວຊານຢ້ານວ່າ: ທ່ານ ທຣຳ ອາດສັ່ງໃຫ້ສຳນັກງານຄຸ້ມຄອງສິ່ງແວດລ້ອມຖອນການຍົກເວັ້ນໃຫ້ລັດ ກາລິຟໍເນຍເຂັ້ມງວດການປ່ອຍແກັສເຮືອນແກ້ວ ເຊິ່ງອາດເຮັດໃຫ້ເກີດການຕໍ່ສູ້ຄະດີກັບລັດກາລິຟໍເນຍ ທີ່ເຄີຍປະກາດຈະຕໍ່ສູ້ ແລະ ອາດອອກລະບຽບເຂັ້ມງວດກວ່າເກົ່າ ຫລື ທ່ານ ທຣຳ ອາດອອກລະບຽບລັດຖະບານ ກາງ ໂດຍບໍ່ຕ້ອງຕໍ່ສູ້ຄະດີກັບລັດກາລິຟໍເນຍ ແລະ ອີກ 13 ລັດທີ່ໃຊ້ມາດຕະຖານອາກາດສະອາດທີ່ເຂັ້ມງວດຄື ກາລິຟໍເນຍ ຫລື ທ່ານ ທຣຳ ອາດຂໍໃຫ້ລັດຖະສະພາຖອດຖອນກົດໝາຍອາກາດສະອາດ. ເຖິງຢ່າງໃດກໍດີ, ເຖິງ ວ່າບໍ່ສາມາດຄາດຄະເນຜົນການຕໍ່ສູ້ລະຫວ່າງລັດຖະບານ ທຣຳ ກັບລັດກາລິຟໍເນຍ. ຜູ້ຊ່ຽວຊານເຊື່ອວ່າ: ລັດກາລິ ຟໍເນຍໄດ້ປຽບ ເພາະບັງຄັບໃຊ້ລະບຽບຄວບຄຸມມົນລະພິດມາດົນນານ.

