TikTok ໄດ້ໄປຕໍ່ ທ່ານ ທຣໍາ ຂະຫຍາຍເສັ້ນຕາຍຫ້າມນໍາໃຊ້ອີກຮອດວັນທີ 17 ກັນຍານີ້

           ປະທານາທິບໍດີ ໂດນັລ ທຣໍາ ລົງນາມໃນຄໍາສັ່ງຝ່າຍບໍລິຫານໃຫ້ TikTok ເຊິ່ງເປັນແອັບຍອດນິຍົມໃນບັນດາເຍົາວະຊົນທີ່ມີບໍລິສັດ ByteDance ຈາກຈີນເປັນເຈົ້າຂອງ ຍັງດໍາເນີນກິດຈະການໃນອາເມລິກາຕໍ່ໄປໄດ້ອີກ 90 ວັນ ເພື່ອເປີດໂອກາດໃຫ້ລັດຖະບານອາເມລິກາມີເວລາເພີ່ມຂຶ້ນໃນການເຈລະຈາຂໍ້ຕົກລົງພາຍໃຕ້ກົດໝາຍ “ຂາຍ ຫລື ຫ້າມນໍາໃຊ້”.

         ດ້ວຍເຫດນີ້, TikTok ຈຶ່ງຍັງສາມາດໃຫ້ບໍລິການຜູ້ນໍາໃຊ້ 170 ລ້ານຄົນໃນອາເມລິກາຕໍ່ໄປໄດ້.

        ສໍານັກຂ່າວຊິນຮົວລາຍງານວ່າ: ຖືເປັນຄັ້ງທີ 3 ແລ້ວທີ່ລັດຖະບານຂອງປະທານາທິບໍດີ ທຣໍາ ເລື່ອນການສັ່ງຫ້າມນໍາໃຊ້ TikTok ອອກໄປ ໂດຍຄໍາສັ່ງຝ່າຍບໍລິຫານໃນວັນທີ 19 ມິຖຸນາ ເຮັດໃຫ້ເສັ້ນຕາຍໄດ້້ຖືກເລື່ອນອອກໄປອີກຈົນຮອດວັນທີ 17 ກັນຍາ 2025 ເຊິ່ງກ່ອນໜ້ານີ້ ທ່ານ ທຣໍາ ໄດ້ຂະຫຍາຍເວລາການສັ່ງຫ້າມນໍາໃຊ້ອອກໄປສອງເທື່ອແລ້ວ ເທື່ອລະ 75 ວັນ ໃນວັນທີ 20 ມັງກອນ ແລະ 4 ເມສາປີນີ້ ຕາມລໍາດັບ.

          ທັງນີ້, ທ່ານ ທຣໍາ ມີຜູ້ຕິດຕາມໃນ TikTok ຫລາຍກວ່າ 15 ລ້ານຄົນ ນັບແຕ່ທ່ານເຂົ້າຮ່ວມການແຂ່ງຂັນຊີງຕໍາແໜ່ງປະທານາທິບໍດີໃນປີ 2024 ໂດຍທ່ານກ່າວໃນເດືອນມັງກອນວ່າ: ທ່ານມີ “ຄວາມຮູ້ສຶກດີໆຕໍ່ TikTok”.

         ການຂະຫຍາຍເວລາຕໍ່ເນື່ອງນີ້ເຮັດໃຫ້ມີທ່າອ່ຽງວ່າ: ອາເມລິກາອາດບໍ່ຫ້າມນໍາໃຊ້ TikTok ມໍ່ໆນີ້ ເຖິງວ່າຄໍາສັ່ງບໍລິຫານເພື່ອໃຫ້ TikTok ດໍາເນີນງານຕໍ່ໄປນັ້ນໄດ້ຖືກກວດສອບ ແລະ ວິພາກວິຈານ, ແຕ່ຍັງບໍ່ເຄີຍຖືກຟ້ອງຮ້ອງໃນສານ.

         ທັງນີ້, ໃນການດໍາລົງຕໍາແໜ່ງສະໄໝທໍາອິດນັ້ນ, ທ່ານ ທຣໍາ ໄດ້ລົງນາມໃນຄໍາສັ່ງຝ່າຍບໍລິຫານທີ່ມີຜົນບັງຄັບໃຊ້ເພື່ອຫ້າມນໍາໃຊ້ TikTok ໃນອາເມລິກາ ຍົກເວັ້ນ ByteDance ຈະຂາຍກິດຈະການ TikTok ໃນອາເມລິກາໃຫ້ບໍລິສັດອາເມລິກາ, ແຕ່ຄໍາສັ່ງດັ່ງກ່າວບໍ່ໄດ້ມີຜົນບັງຄັບໃຊ້ ເນື່ອງຈາກຜະເຊີນອຸປະສັກທາງກົດໝາຍ.

          ກ່ອນທີ່ຕໍ່ມາທ່ານ ໂຈ ໄບເດນ ຜູ້ນໍາອາເມລິກາໃນເວລານັ້ນ ໄດ້ລົງນາມໃນກົດໝາຍບັງຄັບໃຫ້ ByteDance ຕ້ອງການຂາຍກິດຈະການ TikTok ໃນອາເມລິກາ ພາຍໃນເວລາ 270 ວັນ ດ້ວຍເຫດຜົນດ້ານຄວາມໝັ້ນຄົງຂອງປະເທດ ຖ້າບໍລິສັດບໍ່ປະຕິບັດຕາມ ແອັບຈະຖືກລົບອອກຈາກແພກຟອມຮ້ານຄ້າແອັບຂອງແອັບເປິ້ນ (Apple) ແລະ ກູເກິລ (Google) ໂດຍມີຜົນນັບແຕ່ວັນທີ 19 ມັງກອນ 2025.

          ຂະນະດຽວກັນ, ຜົນສໍາຫລວດຂອງ Pew Research Center ເມື່ອບໍ່ດົນມານີ້ ເປີດເຜີຍໃຫ້ເຫັນວ່າ: ຊາວອາເມລິກາປະມານ 1 ໃນ 3 ຫລື ປະມານ 33% ສະໜັບສະໜູນການຫ້າມນໍາໃຊ້ TikTok ເຊິ່ງຫລຸດລົງຈາກ 50% ຈາກຜົນສໍາຫລວດໃນເດືອນມີນາ 2023. ຂະນະທີ່ຈໍານວນຜູ້ບໍ່ເຫັນພ້ອມ ແລະ ຜູ້ທີ່ບໍ່ໝັ້ນໃຈຕໍ່ການຫ້າມນໍາໃຊ້ TikTok ມີອັດຕາໃກ້ຄຽງກັນປະມານ 1 ໃນ 3 ຫລື ປະມານ 33% ເຊັ່ນກັນ.