ຫວຽດນາມຂະຫຍາຍເວລາຫລຸດ VAT ເຫລືອ 8% ເຖິງທ້າຍປີໜ້າ ຫວັງກະຕຸ້ນເສດຖະກິດ

ຫວຽດນາມເລີ່ມໃຊ້ມາດຕະການຫລຸດພາສີມູນຄ່າເພີ່ມຈາກ 10% ເຫລືອ 8% ມາແຕ່ຕົ້ນປີ 2022 ເພື່ອຟື້ນຟູເສດຖະກິດພາຍຫລັງຜ່ານວິກິດໂຄວິດ-19 ແລະ ມີການຂະຫຍາຍໄລຍະເວລາມາຢ່າງຕໍ່ເນື່ອງ.
ສໍານັກຂ່າວຫວຽດນາມລາຍງານວ່າ: ໃນວັນທີ 17 ມິຖຸນາ, ສະພາແຫ່ງຊາດ ເຊິ່ງເປັນອົງກອນນິຕິບັນຍັດຂອງຫວຽດນາມ ໄດ້ລົງມະຕິຂະຫຍາຍມາດຕະການຫລຸດພາສີດັ່ງກ່າວອອກໄປອີກຈົນຮອດປີໜ້າ ໂດຍຄວບຄຸມສິນຄ້າ ແລະ ບໍລິການເປັນສ່ວນຫລາຍ ຍົກເວັ້ນບໍລິການດ້ານໂທລະຄົມມະນາຄົມ, ການເງິນ, ປະກັນໄພ, ອະສັງຫາລິມະຊັບ, ການຊື້ຂາຍຫລັກຊັບ ແລະ ສິນຄ້າກຸ່ມໂລຫະ.
ຂໍ້ມູນຈາກກະຊວງການເງິນລະບຸວ່າ: ການຂະຫຍາຍເວລາຫລຸດພາສີຈະເຮັດໃຫ້ລັດຖະບານຫວຽດນາມສູນເສຍລາຍຮັບປະມານ 121.74 ພັນຕື້ດົງ ຫລື ປະມານ 4.7 ພັນລ້ານໂດລາສະຫະລັດ ນັບແຕ່ເດືອນກໍລະກົດ 2025 ໄປຈົນຮອດທ້າຍປີ 2026.
ສ່ວນປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ເຄີຍສະແດງຄວາມເຫັນໃນຕົ້ນປີວ່າ: ພາສີມູນຄ່າເພີ່ມໃນຫລາຍປະເທດທົ່ວໂລກເປັນໜຶ່ງໃນສາເຫດທີ່ເຮັດໃຫ້ອາເມລິກາຜະເຊີນສະພາບຂາດດູນການຄ້າຢ່າງຕໍ່ເນື່ອງ.

