ອິດສະລາແອນຍິງຖະຫລົ່ມສື່ລັດຖະບານອີຣານ ຂະນະທີ່ເຕຫະຣານຂໍໃຫ້ທ່ານ ທຣໍາ ກົດດັນໃຫ້ຢຸດສົງຄາມ

ອິດສະລາແອນຍິງຖະຫລົ່ມສື່ລັດຖະບານອີຣານ ຂະນະທີ່ເຕຫະຣານຂໍໃຫ້ທ່ານ ທຣໍາ ກົດດັນໃຫ້ຢຸດສົງຄາມ

          ສະຖານະການຄວາມຂັດແຍ່ງຢູ່ຕາເວັນອອກກາງທະວີຄວາມຮຸນແຮງຂຶ້ນ ເມື່ອອິດສະລາແອນໂຈມຕີທາງອາກາດໃສ່ສື່ລັດຖະບານອີຣານ. ຂະນະທີ່ລັດຖະບານອີຣານໄດ້ຂໍໃຫ້ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ເຂົ້າມາແຊກແຊງ ເພື່ອກົດດັນໃຫ້ເກີດການຢຸດຍິງໂດຍທັນທີ.           ຄໍ່າວັນທີ 16 ມິຖຸນາ, ອິດສະລາແອນຢືນຢັນວ່າໄດ້ໂຈມຕີອາຄານໜ່ວຍງານແຜ່ກະຈາຍສຽງຂອງລັດຖະບານອີຣານ. ພາບຂ່າວທີ່ເຜີຍແຜ່ສະແດງໃຫ້ເຫັນວ່າ: ຜູ້ປະກາດຂ່າວຕ້ອງຟ້າວລຸກອອກຈາກບ່ອນນັ່ງຂະນະເກີດເຫດລະເບີດ ໂດຍກອງທັບອິດສະລາແອນໃຫ້ເຫດຜົນວ່າອາຄານດັ່ງກ່າວຖືກໃຊ້ເປັນສູນກາງການສື່ສານຂອງກອງທັບອີຣານ.             ຂະນະດຽວກັນ, ແຫລ່ງຂ່າວເປີດເຜີຍຕໍ່ສໍານັກຂ່າວຣອຍເຕີວ່າ:…

ທ່ານ ທຣຳ ພິຈາລະນາຫ້າມພົນລະເມືອງເຂົ້າອາເມລິກາ ເພີ່ມຕື່ມ 36 ປະເທດ

ທ່ານ ທຣຳ ພິຈາລະນາຫ້າມພົນລະເມືອງເຂົ້າອາເມລິກາ ເພີ່ມຕື່ມ 36 ປະເທດ

ວັນທີ 16 ມິຖຸນາ 2025 ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ອາເມລິກາ ກຳລັງພິຈາລະນາຫ້າມພົນລະເມືອງຈາກ 36 ປະເທດ ເດີນທາງເຂົ້າສະຫະລັດອາເມລິກາ, ເອກະສານທີ່ລົງນາມໂດຍ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາ ລະບຸລາຍຊື່ຂອງປະເທດດັ່ງກ່າວຄື: ອັງໂກລາ, ແອນຕິກແລະບາບູດາ, ເບແນງ, ພູຖານ,…

ຫວຽດນາມອອກມາດຕະການໃໝ່ ຫລຸດຈໍານວນພະນັກງານລັດທີ່ບໍ່ມີຜົນງານ

ຫວຽດນາມອອກມາດຕະການໃໝ່ ຫລຸດຈໍານວນພະນັກງານລັດທີ່ບໍ່ມີຜົນງານ

          ສໍານັກຂ່າວຫວຽດນາມລາຍງານໃນວັນທີ 16 ມິຖຸນາວ່າ: ລັດຖະບານຫວຽດນາມອອກກົດລະບຽບໃໝ່ ພະນັກງານລັດທີ່ບໍ່ສາມາດປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ສໍາເລັດໄດ້ພາຍໃນໜຶ່ງປີ ຈະຖືກພິຈາລະນາໃຫ້ເຂົ້າສູ່ຂະບວນການຫລຸດຈໍານວນພະນັກງານ.          ກົດລະບຽບດັ່ງກ່າວ ເຊິ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 16 ມິຖຸນາເປັນຕົ້ນໄປ ຈະຄວບຄຸມເຖິງພະນັກງານເອກະຊົນ, ພະນັກງານລັດ ແລະ ລູກຈ້າງທີ່ຕໍາແໜ່ງວຽກຊໍ້າຊ້ອນຈາກການປັບໂຄງສ້າງອົງກອນ.          ນອກຈາກນີ້, ນະໂຍບາຍຫລຸດພະນັກງານນີ້ຍັງຄວບຄຸມເຖິງບຸກຄະລາກອນທີ່ບໍ່ຜ່ານເກນຄຸນສົມບັດດ້ານການຝຶກອົບຮົມວິຊາຊີບສໍາລັບຕໍາແໜ່ງປັດຈຸບັນ ບໍ່ສາມາດຫາຕໍາແໜ່ງອື່ນທີ່ເໝາະສົມເພື່ອຍົກຍ້າຍໄດ້…

ກໍາປູເຈຍຂູ່ຫ້າມນໍາເຂົ້າໝາກໄມ້ຂອງໄທ ຖ້າໄທບໍ່ກັບມາເປີດດ່ານໃນ 24ຊມ

ກໍາປູເຈຍຂູ່ຫ້າມນໍາເຂົ້າໝາກໄມ້ຂອງໄທ ຖ້າໄທບໍ່ກັບມາເປີດດ່ານໃນ 24ຊມ

         ທ່ານ ຮຸນເຊນ ປະທານວຸດທິສະພາກໍາປູເຈຍ ໄດ້ອອກມາຍື່ນຄໍາຂາດໃຫ້ໄທກັບມາເປີດດ່ານຊາຍແດນທີ່ປິດໄປຝ່າຍດຽວພາຍໃນ 24 ຊົ່ວໂມງ, ພ້ອມຂູ່ວ່າຖ້າໄທບໍ່ປະຕິບັດຕາມກໍາປູເຈຍຈະໃຊ້ມາດຕະການຕອບໂຕ້ຂັ້ນເດັດຂາດດ້ວຍການສັ່ງຫ້າມນໍາເຂົ້າໝາກໄມ້ຈາກໄທຜ່ານທຸກຈຸດຜ່ານແດນ.          ສື່ກໍາປູເຈຍລາຍງານວ່າ: ທ່ານ ຮຸນ ເຊນ ໄດ້ປະກາດຈຸດຢືນລະຫວ່າງກອງປະຊຸມວຸດທິສະພາໃນວັນທີ 16 ມິຖຸນາ ເພື່ອຕອບໂຕ້ຄວາມຂັດແຍ່ງທີ່ເລີ່ມຕົ້ນຂຶ້ນໃນວັນທີ 7 ມິຖຸນາ ຫລັງຈາກກອງທັບໄທປິດດ່ານ…

ອິດສະລາແອນ-ອີຣານ ຕອບໂຕ້ກັນດຸເດືອດ ທ່ານ ເນທັນຢາຮູ ກ່າວ ຈະໂຈມຕີເປົ້າໝາຍຂອງລະບອບຢາຕໍເລາະທຸກແຫ່ງ

ອິດສະລາແອນ-ອີຣານ ຕອບໂຕ້ກັນດຸເດືອດ ທ່ານ ເນທັນຢາຮູ ກ່າວ ຈະໂຈມຕີເປົ້າໝາຍຂອງລະບອບຢາຕໍເລາະທຸກແຫ່ງ

         ສະຖານະການສູ້ຮົບລະຫວ່າງອິດສະລາແອນ ແລະ ອີຣານຍັງທະວີຄວາມຮຸນແຮງຕໍ່ເນື່ອງ ໂດຍຫລ້າສຸດຈໍານວນຜູ້ເສຍຊີວິດຈາກການໂຈມຕີຂອງອີຣານໃນອິດສະລາແອນຄືນວັນທີ 14 ມິຖຸນາ ຕໍ່ເນື່ອງຮອດເຊົ້າວັນທີ 15 ມິຖຸນາ ເພີ່ມຂຶ້ນເປັນຢ່າງໜ້ອຍ 10 ຄົນ ຈາກກ່ອນໜ້ານີ້ທີ່ມີລາຍງານຜູ້ເສຍຊີວິດແລ້ວ 3 ຄົນໃນອິດສະລາແອນ ແລະ ຢ່າງໜ້ອຍ 78 ຄົນໃນອີຣານ….

ຫວຽດນາມສັ່ງຂຶ້ນພາສີເຫລົ້າເບຍ 90% ຫວັງຫລຸດການດື່ມ-ໃສ່ໃຈຄຸນນະພາບປະຊາຊົນ

ຫວຽດນາມສັ່ງຂຶ້ນພາສີເຫລົ້າເບຍ 90% ຫວັງຫລຸດການດື່ມ-ໃສ່ໃຈຄຸນນະພາບປະຊາຊົນ

         ລັດຖະສະພາຫວຽດນາມມີມະຕິເຫັນພ້ອມໃນວັນທີ 14 ມິຖຸນາ ໃຫ້ເພີ່ມພາສີສໍາລັບເຄື່ອງດື່ມແອລກໍຮໍຈາກອັດຕາປັດຈຸບັນ 65% ເປັນ 90% ພາຍໃນປີ 2031 ເຊິ່ງເປັນມາດຕະຖານທີ່ອາດສ້າງແຮງກົດດັນເພີ່ມຕື່ມຕໍ່ອຸດສາຫະກໍາ ເຖິງວ່າຈະບໍ່ສູງເຖິງລະດັບ 100% ຕາມທີ່ສະເໜີໄວ້ໃນເບື້ອງຕົ້ນໃນປີຜ່ານມາ.          ພາຍໃຕ້ກົດໝາຍໃໝ່ ເບຍ ແລະ ເຫລົ້າທີ່ມີແອລກໍຮໍສູງຈະຖືກປັບອັດຕາພາສີຂຶ້ນເປັນ 70%…

ອີຣານເປີດປະຕິບັດການ “ຄໍາໝັ້ນສັນຍາທີ່ແທ້ຈິງ” ຖະຫລົ່ມລູກສອນໄຟ-ໂດຣນໃສ່ອິດສະລາແອນ

ອີຣານເປີດປະຕິບັດການ “ຄໍາໝັ້ນສັນຍາທີ່ແທ້ຈິງ” ຖະຫລົ່ມລູກສອນໄຟ-ໂດຣນໃສ່ອິດສະລາແອນ

         ພາຍຫລັງອິດສະລາແອນເລີ່ມການໂຈມຕີຄັ້ງໃຫຍ່ໃນວັນທີ 13 ມິຖຸນາ ມຸ້ງທໍາລາຍໂຮງງານນິວເຄຼຍ, ຖານປ່ອຍລູກສອນໄຟ ແລະ ສັງຫານຜູ້ບັນຊາການລະດັບສູງຂອງກອງກໍາລັງພິທັກການປະຕິວັດອິດສະລາມ (IRGC) ລວມທັງທ່ານ ຮໍເຊນ ຊາລາມີ ອີຣານໄດ້ເລີ່ມການໂຕ້ກັບຄັ້ງໃຫຍ່ພາຍໃຕ້ຊື່ “ປະຕິບັດການຄໍາໝັ້ນສັນຍາທີ່ແທ້ຈິງ III” (Operation True Promise III).         …

ກໍາປູເຈຍປະກາດຢຸດຊື້ໄຟຟ້າ-ອິນເຕີເນັດຈາກໄທ ຢຸດອອກອາກາດຮູບເງົາຂອງໄທທຸກປະເພດ

ກໍາປູເຈຍປະກາດຢຸດຊື້ໄຟຟ້າ-ອິນເຕີເນັດຈາກໄທ ຢຸດອອກອາກາດຮູບເງົາຂອງໄທທຸກປະເພດ

         ນາຍົກລັດຖະມົນຕີ ຮຸນ ມາເນດ ຂອງກໍາປູເຈຍ ປະກາດຢຸດຊື້ໄຟຟ້າ ແລະ ອິນເຕີເນັດຈາກໄທນັບແຕ່ທ່ຽງຄືນຜ່ານມາ ໂດຍລະບຸເຫດຜົນເພື່ອບໍ່ໃຫ້ເກີດຄວາມລໍາບາກໃຈຂອງຝ່າຍໄທ ພາຍຫລັງເກີດກະແສຂ່າວກະຈາຍໃນໂຊຊຽວມີເດຍກ່ຽວກັບຄໍາຂູ່ຕັດໄຟຟ້າ ແລະ ອິນເຕີເນັດໃນກໍາປູເຈຍຈາກຊາວໄທບາງກຸ່ມ.          “ມີຂ່າວແຜ່ກະຈາຍໃນໂຊຊຽວມີເດຍຈໍານວນຫລາຍໃນໄລຍະນີ້ ກ່ຽວກັບຄໍາຂູ່ຈາກກຸ່ມຫົວຮຸນແຮງໄທບາງກຸ່ມທີ່ຈະຕັດໄຟຟ້າ ແລະ ອິນເຕີເນັດຢູ່ກໍາປູເຈຍ”.         “ເພື່ອບໍ່ໃຫ້ຍືດເຍື້ອ ຫລື…

ອິດສະລາແອນໂຈມຕີອີຣານຄັ້ງໃຫຍ່ ມຸ້ງເປົ້າໂຄງການນິວເຄຼຍ

ອິດສະລາແອນໂຈມຕີອີຣານຄັ້ງໃຫຍ່ ມຸ້ງເປົ້າໂຄງການນິວເຄຼຍ

          ອິດສະລາແອນເລີ່ມການໂຈມຕີອີຣານຄັ້ງໃຫຍ່ ສົ່ງຜົນເຮັດໃຫ້ເກີດສຽງລະເບີດດັ່ງສະໜັ່ນທົ່ວນະຄອນຫລວງເຕຮາຣານຫລາຍຮອບ ນັບແຕ່ເວລາປະມານ 03:00ໂມງ ຕາມເວລາທ້ອງຖິ່ນ ຫລື ປະມານ 06:30ໂມງ ຕາມເວລາປະເທດລາວ.          ກອງທັບອິດສະລາແອນ (IDF) ຢືນຢັນວ່າໄດ້ສົ່ງເຮືອບິນຮົບຫລາຍສິບລໍາປະຕິບັດການໂຈມຕີອີຣານ ໂດຍມຸ້ງເປົ້າໂຈມຕີຫລາຍເປົ້າໝາຍທີ່ກ່ຽວຂ້ອງກັບໂຄງການນິວເຄຼຍ ແລະ ຖານທີ່ໝັ້ນທາງທະຫານ ແລະ ເອີ້ນການໂຈມຕີຄັ້ງນີ້ວ່າ: “ການໂຈມຕີທາງປ້ອງກັນທີ່ແນ່ນອນ…

ເຮືອບິນ Air India ພ້ອມຜູ້ໂດຍສານ-ຈຸບິນ 242 ຄົນ ຕົກໃກ້ສະໜາມບິນໃນອາເມດາບັດ

ເຮືອບິນ Air India ພ້ອມຜູ້ໂດຍສານ-ຈຸບິນ 242 ຄົນ ຕົກໃກ້ສະໜາມບິນໃນອາເມດາບັດ

           ເຮືອບິນໂດຍສານສາຍການບິນ Air India ຖ້ຽວບິນ Al171 ປະສົບອຸປະຕິເຫດຕົກໃກ້ສະໜາມບິນໃນເມືອງອາເມດາບັດ ທາງຕາເວັນຕົກຂອງອິນເດຍ ພາຍຫລັງບິນຂຶ້ນພຽງບໍ່ດົນ ເພື່ອມຸ້ງໜ້າໄປນະຄອນຫລວງລອນດອນ.            ລາຍງານຂອງສໍານັກງານການບິນພົນລະເຮືອນ (DGCA) ລະບຸວ່າມີຜູ້ໂດຍສານ 242 ຄົນໃນຖ້ຽວບິນດັ່ງກ່າວແບ່ງເປັນຜູ້ໂດຍສານ 230 ຄົນ, ນັກບິນ 2…