ຫວຽດນາມອອກມາດຕະການໃໝ່ ຫລຸດຈໍານວນພະນັກງານລັດທີ່ບໍ່ມີຜົນງານ

ສໍານັກຂ່າວຫວຽດນາມລາຍງານໃນວັນທີ 16 ມິຖຸນາວ່າ: ລັດຖະບານຫວຽດນາມອອກກົດລະບຽບໃໝ່ ພະນັກງານລັດທີ່ບໍ່ສາມາດປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ສໍາເລັດໄດ້ພາຍໃນໜຶ່ງປີ ຈະຖືກພິຈາລະນາໃຫ້ເຂົ້າສູ່ຂະບວນການຫລຸດຈໍານວນພະນັກງານ.
ກົດລະບຽບດັ່ງກ່າວ ເຊິ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 16 ມິຖຸນາເປັນຕົ້ນໄປ ຈະຄວບຄຸມເຖິງພະນັກງານເອກະຊົນ, ພະນັກງານລັດ ແລະ ລູກຈ້າງທີ່ຕໍາແໜ່ງວຽກຊໍ້າຊ້ອນຈາກການປັບໂຄງສ້າງອົງກອນ.
ນອກຈາກນີ້, ນະໂຍບາຍຫລຸດພະນັກງານນີ້ຍັງຄວບຄຸມເຖິງບຸກຄະລາກອນທີ່ບໍ່ຜ່ານເກນຄຸນສົມບັດດ້ານການຝຶກອົບຮົມວິຊາຊີບສໍາລັບຕໍາແໜ່ງປັດຈຸບັນ ບໍ່ສາມາດຫາຕໍາແໜ່ງອື່ນທີ່ເໝາະສົມເພື່ອຍົກຍ້າຍໄດ້ ຫລື ບໍ່ສາມາດຝຶກອົບຮົມໃໝ່ໃຫ້ມີມາດຕະຖານຕາມທີ່ກໍານົດໄວ້.
ສະພາແຫ່ງຊາດຫວຽດນາມຄາດຄະເນວ່າ: ແຜນປັບໂຄງສ້າງໜ່ວຍງານລັດຖະກອນ ແລະ ການຍຸບລວມແຂວງຕ່າງໆທີ່ກໍາລັງດໍາເນີນຢູ່ນີ້ ຈະເຮັດໃຫ້ຈໍານວນພະນັກງານຂອງລັດຫລຸດລົງປະມານ 250,000 ຄົນ.

