ອິດສະລາແອນ-ອີຣານ ຕອບໂຕ້ກັນດຸເດືອດ ທ່ານ ເນທັນຢາຮູ ກ່າວ ຈະໂຈມຕີເປົ້າໝາຍຂອງລະບອບຢາຕໍເລາະທຸກແຫ່ງ

         ສະຖານະການສູ້ຮົບລະຫວ່າງອິດສະລາແອນ ແລະ ອີຣານຍັງທະວີຄວາມຮຸນແຮງຕໍ່ເນື່ອງ ໂດຍຫລ້າສຸດຈໍານວນຜູ້ເສຍຊີວິດຈາກການໂຈມຕີຂອງອີຣານໃນອິດສະລາແອນຄືນວັນທີ 14 ມິຖຸນາ ຕໍ່ເນື່ອງຮອດເຊົ້າວັນທີ 15 ມິຖຸນາ ເພີ່ມຂຶ້ນເປັນຢ່າງໜ້ອຍ 10 ຄົນ ຈາກກ່ອນໜ້ານີ້ທີ່ມີລາຍງານຜູ້ເສຍຊີວິດແລ້ວ 3 ຄົນໃນອິດສະລາແອນ ແລະ ຢ່າງໜ້ອຍ 78 ຄົນໃນອີຣານ. ຕາມລາຍງານຂອງໜ່ວຍງານທາງການແຕ່ລະປະເທດ.

         ແຫລ່ງຂ່າວຈາກກອງທັບອິດສະລາແອນ ແລະ ສື່ The Times of Israel ລະບຸວ່າ: ອີຣານຍິງລູກສອນໄຟປະມານ 80 ລູກເຂົ້າໃສ່ພື້ນທີ່ທາງພາກເໜືອ ແລະ ພາກກາງຂອງອິດສະລາແອນ ແບ່ງອອກເປັນ 2 ຮອບ.

          ໃນຮອບທໍາອິດ ລູກສອນໄຟປະມານ 40 ລູກມຸ້ງເປົ້າໃສ່ເມືອງທາງພາກເໜືອ ໜຶ່ງໃນນັ້ນຕົກໃສ່ເຮືອນໃນເມືອງທໍາຣາ ເຊິ່ງເປັນເມືອງທີ່ມີຊາວປາແລັສຕິນອາໄສຢູ່ເປັນສ່ວນຫລາຍ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ.

          ຮອບທີສອງຍິງໃສ່ພາກກາງຂອງປະເທດ ໂດຍມີລາຍງານວ່າລູກສອນໄຟລູກໜຶ່ງຕົກໃສ່ເມືອງບັດຍໍາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ບາດເຈັບເກືອບ 200 ຄົນ. ອີກລູກໜຶ່ງຕົກໃສ່ເມືອງເຣໂຮວອດ ເຮັດໃຫ້ມີຜູ້ບາດເຈັບອີກ 40 ຄົນ.

         ກ່ອນໜ້ານັ້ນ, ກອງທັບອິດສະລາແອນຍັງລະບຸວ່າໄດ້ສະກັດໂດຣນຈໍານວນ 7 ລໍາທີ່ອີຣານຍິງເຂົ້າມາໃນຕອນເຊົ້າມືດ. ຂະນະດຽວກັນ ກຸ່ມຮູຕິໃນເຢເມນ ເຊິ່ງເປັນພັນທະມິດຂອງອີຣານ ໄດ້ອອກມາອ້າງວ່າໄດ້ຍິງລູກສອນໃສ່ພາກກາງຂອງອິດສະລາແອນເຊັ່ນກັນ ໂດຍເປັນປະຕິບັດການທີ່ປະສານກັບກອງທັບອີຣານ.

         ອີກດ້ານໜຶ່ງ, ກອງທັບອາກາດອິດສະລາແອນເປີດເຜີຍວ່າ: ໄດ້ປະຕິບັດການໂຈມຕີຄັ້ງໃຫຍ່ໃນນະຄອນຫລວງເຕຫະຣານ ໂດຍລະບຸວ່າເປັນ “ການໂຈມຕີຕາມຂ່າວ” ທີ່ມຸ້ງເປົ້າໃສ່ຫລາຍເປົ້າໝາຍ ລວມທັງສໍານັກງານໃຫຍ່ກະຊວງປ້ອງກັນປະເທດຂອງອີຣານ ເຖິງວ່າສໍານັກຂ່າວ Tasnim ຂອງອີຣານຈະລາຍງານວ່າຄວາມເສຍຫາຍມີພຽງເລັກໜ້ອຍໃນອາຄານສໍານັກງານບໍລິຫານ, ແຕ່ມີວິດີໂອເຜີຍແຜ່ໃຫ້ເຫັນຄວັນຂະໜາດໃຫຍ່ໃນຫລາຍຈຸດໃນນະຄອນຫລວງເຕຫະຣານ.

         ອີຣານຍັງລະບຸວ່າ: ອິດສະລາແອນໄດ້ໂຈມຕີແຫລ່ງພະລັງງານສໍາຄັນຂອງປະເທດ ລວມທັງແຫລ່ງແກັສທໍາມະຊາດ South Pars ເຊິ່ງໃຫຍ່ທີ່ສຸດໃນໂລກ ແລະ ສາງນໍ້າມັນ Shahran ໂດຍມີວິດີໂອທີ່ສະແດງໃຫ້ເຫັນໄຟລຸກໄໝ້ ແລະ ຄວັນລອຍຂຶ້ນເໜືອນະຄອນຫລວງເຕຫະຣານ.

         ຂະນະທີ່ການເຈລະຈາລະຫວ່າງອາເມລິກາ ແລະ ອີຣານທີ່ມີກໍານົດຈັດຂຶ້ນໃນປະເທດໂອມານທ້າຍອາທິດນີ້ ຖືກຍົກເລີກແລ້ວ ໂດຍລັດຖະມົນຕີຕ່າງປະເທດຂອງໂອມານເປີດເຜີຍວ່າ: ກອງປະຊຸມຈະບໍ່ເກີດຂຶ້ນ. ຂະນະທີ່ທ່ານ ອັບບາສ ອາຣັກຊີ ລັດຖະມົນຕີຕ່າງປະເທດອີຣານ ລະບຸວ່າ: ການເຈລະຈາໃນຂະນະທີ່ອິດສະລາແອນຍັງໂຈມຕີຕໍ່ເນື່ອງນັ້ນ “ບໍ່ມີເຫດຜົນພຽງພໍ”.

          ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີຂອງອິດສະລາແອນ ກ່າວໃນຖະແຫລງການທາງວິດີໂອວັນທີ 14 ມິຖຸນາວ່າ: ອິດສະລາແອນຈະ “ໂຈມຕີທຸກຈຸດ ແລະ ທຸກເປົ້າໝາຍຂອງລະບອບຢາຕໍເລາະ” ພ້ອມເນັ້ນວ່າ: ປະຕິບັດການຂອງອິດສະລາແອນຈະໃຊ້ເວລາເປັນ “ອາທິດ ບໍ່ແມ່ນມື້” ໂດຍມີເຈົ້າໜ້າທີ່ຈາກທໍານຽບຂາວ ແລະ ອິດສະລາແອນລະບຸວ່າ: ປະຕິບັດການດັ່ງກ່າວດໍາເນີນໄປດ້ວຍ “ການຮັບຮູ້ຂອງອາເມລິກາ” (implicit US approval).

        ຈົນຮອດຕອນນີ້ຍັງບໍ່ມີສັນຍານຂອງການຢຸດຄວາມຮຸນແຮງ. ຂະນະທີ່ການສູນເສຍເພີ່ມຂຶ້ນໃນທັງສອງຝ່າຍ ແລະ ຄວາມເຄັ່ງຕຶງໃນພາກພື້ນຍັງຢູ່ໃນລະດັບສູງ.

ອ້າງອີງ:

https://edition.cnn.com/world/live-news/israel-iran-strikes-news-06-15-25