ຫວຽດນາມສັ່ງຂຶ້ນພາສີເຫລົ້າເບຍ 90% ຫວັງຫລຸດການດື່ມ-ໃສ່ໃຈຄຸນນະພາບປະຊາຊົນ

ລັດຖະສະພາຫວຽດນາມມີມະຕິເຫັນພ້ອມໃນວັນທີ 14 ມິຖຸນາ ໃຫ້ເພີ່ມພາສີສໍາລັບເຄື່ອງດື່ມແອລກໍຮໍຈາກອັດຕາປັດຈຸບັນ 65% ເປັນ 90% ພາຍໃນປີ 2031 ເຊິ່ງເປັນມາດຕະຖານທີ່ອາດສ້າງແຮງກົດດັນເພີ່ມຕື່ມຕໍ່ອຸດສາຫະກໍາ ເຖິງວ່າຈະບໍ່ສູງເຖິງລະດັບ 100% ຕາມທີ່ສະເໜີໄວ້ໃນເບື້ອງຕົ້ນໃນປີຜ່ານມາ.
ພາຍໃຕ້ກົດໝາຍໃໝ່ ເບຍ ແລະ ເຫລົ້າທີ່ມີແອລກໍຮໍສູງຈະຖືກປັບອັດຕາພາສີຂຶ້ນເປັນ 70% ພາຍໃນປີ 2027 ເຊິ່ງຊ້າກວ່າຂໍ້ສະເໜີເກົ່າໜຶ່ງປີ ຈາກນັ້ນຈະເພີ່ມຂຶ້ນເປັນ 90% ໃນປີ 2031.
ນອກຈາກນີ້, ກອງປະຊຸມຍັງໃຫ້ຄວາມເຫັນພ້ອມຕໍ່ການເກັບພາສີໃໝ່ 8% ສໍາລັບເຄື່ອງດື່ມທີ່ມີນໍ້າຕານເກີນ 5 ກຣາມຕໍ່ 100 ມິນລີລິດ ເຊິ່ງຈະເລີ່ມໃຊ້ໃນປີ 2027 ແລະ ຈະເພີ່ມເປັນ 10% ໃນປີ 2028.
ຂໍ້ມູນຈາກລາຍງານຂອງເຄພີເອັມຈີ (KPMG) ທີ່ເຜີຍແຜ່ໃນປີ 2024 ລະບຸວ່າ: ຫວຽດນາມເປັນຕະຫລາດເບຍທີ່ໃຫຍ່ເປັນອັນດັບສອງໃນອາຊີຕາເວັນອອກສຽງໃຕ້ ເຮັດໃຫ້ການຂຶ້ນພາສີໃນຄັ້ງນີ້ຖືກຈັບຕາເບິ່ງຢ່າງໃກ້ຊິດຈາກຜູ້ປະກອບການໃນອຸດສາຫະກໍາ.
ກະຊວງການເງິນຫວຽດນາມໃຫ້ເຫດຜົນວ່າ: ການເພີ່ມພາສີເປັນແນວທາງໃນການຄວບຄຸມການບໍລິໂພກເຄື່ອງດື່ມແອລກໍຮໍ ເຊິ່ງອາດສົ່ງຜົນຕໍ່ສຸຂະພາບຂອງປະຊາຊົນ.
ສະມາຄົມເບຍ ແລະ ເຄື່ອງດື່ມແອລກໍຮໍຂອງຫວຽດນາມເປີດເຜີຍວ່າ: ລາຍໄດ້ຂອງອຸດສາຫະກໍານີ້ຫລຸດລົງຕິດຕໍ່ກັນມາແລ້ວ 3 ປີ ສ່ວນໜຶ່ງມາຈາກຄວາມຕ້ອງການຂອງຜູ້ບໍລິໂພກທີ່ຫລຸດລົງ.
ຄວາມກັງວົນຂອງອຸດສາຫະກໍາຍັງສະທ້ອນຜ່ານກໍລະນີຂອງໄຮເນເກັນ (Heineken) ທີ່ຕັດສິນໃຈຢຸດການດໍາເນີນງານຂອງໂຮງເບຍແຫ່ງໜຶ່ງໃນຫວຽດນາມໃນປີຜ່ານມາ ຫລັງຈາກທີ່ມີແຜນສະເໜີຂຶ້ນພາສີດັ່ງກ່າວ.

