ອິດສະລາແອນໂຈມຕີອີຣານຄັ້ງໃຫຍ່ ມຸ້ງເປົ້າໂຄງການນິວເຄຼຍ

ອິດສະລາແອນເລີ່ມການໂຈມຕີອີຣານຄັ້ງໃຫຍ່ ສົ່ງຜົນເຮັດໃຫ້ເກີດສຽງລະເບີດດັ່ງສະໜັ່ນທົ່ວນະຄອນຫລວງເຕຮາຣານຫລາຍຮອບ ນັບແຕ່ເວລາປະມານ 03:00ໂມງ ຕາມເວລາທ້ອງຖິ່ນ ຫລື ປະມານ 06:30ໂມງ ຕາມເວລາປະເທດລາວ.
ກອງທັບອິດສະລາແອນ (IDF) ຢືນຢັນວ່າໄດ້ສົ່ງເຮືອບິນຮົບຫລາຍສິບລໍາປະຕິບັດການໂຈມຕີອີຣານ ໂດຍມຸ້ງເປົ້າໂຈມຕີຫລາຍເປົ້າໝາຍທີ່ກ່ຽວຂ້ອງກັບໂຄງການນິວເຄຼຍ ແລະ ຖານທີ່ໝັ້ນທາງທະຫານ ແລະ ເອີ້ນການໂຈມຕີຄັ້ງນີ້ວ່າ: “ການໂຈມຕີທາງປ້ອງກັນທີ່ແນ່ນອນ ແລະ ບູລະນາການໂດຍອາໄສຂໍ້ມູນຂ່າວຄຸນນະພາບສູງ”.
ຂະນະທີ່ທ່ານ ອິດສະລາແອນ ຄັດ ລັດຖະມົນຕີກະຊວງປ້ອງກັນປະເທດຂອງອິດສະລາແອນ ໄດ້ປະກາດສະຖານະການສຸກເສີນພິເສດໃນອິດສະລາແອນແລ້ວ ເພື່ອກຽມຮັບມືການໂຈມຕີຕອບໂຕ້ດ້ວຍລູກສອນໄຟ ແລະ ໂດຣນຂອງອີຣານ.
ທັງນີ້, ສື່ທາງການອີຣານ ເຜີຍແຜ່ວິດີໂອທີ່ສະແດງໃຫ້ເຫັນໄຟໄໝ້ ແລະ ຄວັນຂະໜາດໃຫຍ່ຈາກສະຖານທີ່ທີ່ຄາດວ່າເປັນໂຮງງານນິວເຄຼຍນາທັນ (Natanz) ທີ່ຕັ້ງຢູ່ທາງພາກກາງຂອງອີຣານ.
ຂະນະທີ່ລະບຸວ່າຜົນຈາກການໂຈມຕີຂອງອິດສະລາແອນເຮັດໃຫ້ອາຄານບ້ານເຮືອນຫລາຍຫລັງໄດ້ຮັບຄວາມເສຍຫາຍ ແລະ ມີລາຍງານພົນລະເຮືອນຈໍານວນໜຶ່ງເສຍຊີວິດຫລາຍຄົນ ເຊິ່ງມີເດັກລວມຢູ່ນໍາ.
ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ໄດ້ອອກຖະແຫລງການລະບຸວ່າ: ການໂຈມຕີດັ່ງກ່າວເປັນສ່ວນໜຶ່ງຂອງປະຕິບັດການ Rising Lion ເຊິ່ງເປັນປະຕິບັດການທາງທະຫານທີ່ມຸ້ງເປົ້າໃສ່ການແກ້ໄຂໄພຄຸກຄາມຈາກອີຣານທີ່ເປັນອັນຕະລາຍຕໍ່ການດໍາລົງຢູ່ຂອງອິດສະລາແອນ ແລະ ຢືນຢັນວ່າປະຕິບັດການນີ້ຈະດໍາເນີນຕໍ່ໄປອີກຫລາຍວັນ.
ສ່ວນທ່ານ ມາຣໂຄ ຣູບິໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ ຢືນຢັນວ່າອາເມລິກາບໍ່ໄດ້ມີສ່ວນກ່ຽວຂ້ອງ ຫລື ໃຫ້ການຊ່ວຍເຫລືອອິດສະລາແອນໃນປະຕິບັດການໂຈມຕີອີຣານ.
ສ່ວນເຫດຜົນເປັນຫຍັງອິດສະລາແອນເລີ່ມການໂຈມຕີອີຣານໃນຕອນນີ້ ເບິ່ງວ່າມີຫລາຍປັດໄຈ ໄດ້ແກ່:
- ການເຈລະຈານິວເຄຼຍ ອາເມລິກາ-ອີຣານ ບໍ່ບັນລຸຜົນ.
- ອິດສະລາແອນຖືກກົດດັນໃນປະເທດໜັກໃຫ້ຍຸບສະພາ, ແຕ່ທ່ານ ເນທັນຢາຮູ ສາມາດຊະນະການລົງມະຕິໄດ້ ຈຶ່ງໃຊ້ໂອກາດນີ້ໂຈມຕີອີຣານ ແລະ ປະກາດສະຖານະການສຸກເສີນໃນປະເທດເພື່ອບໍ່ໃຫ້ເກີດການປະທ້ວງພາຍໃນ.
- IAEA ບອກວ່າອີຣານລະເມີດ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຈຶ່ງເປັນຈັງຫວະເໝາະສົມທີ່ຈະໂຈມຕີຕອນນີ້.
- ອິດສະລາແອນຖືກກຸ່ມກະບົດຮູຕິຢູ່ເຢເມນໂຈມຕີໜັກ ໂດຍອາເມລິກາຢຸດຍິງກັບກຸ່ມຮູຕິໄປແລ້ວ ຈຶ່ງຫວັງດຶງອາເມລິກາກັບມາໜຸນອິດສະລາແອນ ເມື່ອອິດສະລາແອນຜະເຊີນອີຣານ.
ອ້າງອີງ:

