ທ່ານ ທຣໍາ ເອີ່ຍປາກຢຸດຕິຄວາມສໍາພັນກັບ ອີລອນ ມັສ ແລ້ວ ຫລັງຈາກ ອີລອນ ມັສ ລາອອກຈາກທໍານຽບຂາວ

ທ່ານ ທຣໍາ ເອີ່ຍປາກຢຸດຕິຄວາມສໍາພັນກັບ ອີລອນ ມັສ ແລ້ວ ຫລັງຈາກ ອີລອນ ມັສ ລາອອກຈາກທໍານຽບຂາວ

ໃນວັນເສົາທີ 7 ມິຖຸນາ 2025 ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ຢືນຢັນກັບສໍານັກຂ່າວ NBC News ວ່າຄວາມສໍາພັນຂອງທ່ານ ທຣໍາ ກັບ ອີລອນ ມັສ ມະຫາເສດຖີດ້ານເຕັກໂນໂລຊີອັນດັບຕົ້ນໆຂອງໂລກ ໄດ້ສິ້ນສຸດລົງແລ້ວ, ພ້ອມກັບກ່າວເຕືອນບໍ່ໃຫ້ສະຫນັບສະໜູນພັກເດໂມແຄຣຕ ໃນການຕໍ່ຕ້ານພັກຣີພັບລິກັນ…

ທ່ານ ທຣໍາ ສົ່ງທະຫານ 2,000 ຄົນ ໄປລອສແອນເຈລິສ ຮັບມືເຫດປະທ້ວງ-ຈະລາຈົນຕ້ານຈັບຜູ້ອົບພະຍົບ

ທ່ານ ທຣໍາ ສົ່ງທະຫານ 2,000 ຄົນ ໄປລອສແອນເຈລິສ ຮັບມືເຫດປະທ້ວງ-ຈະລາຈົນຕ້ານຈັບຜູ້ອົບພະຍົບ

        ປະທານາທິບໍດີ ໂດນັລ ທຣໍາ ສົ່ງທະຫານກອງກໍາລັງພິທັກມາຕຸພູມ (National Guard) ຈໍານວນ 2,000 ຄົນ ໄປນະຄອນລອສແອນເຈລິສ ໃນລັດແຄລິຟໍເນຍ ເພື່ອຄວບຄຸມສະຖານະການ ພາຍຫລັງເກີດເຫດປະທະລະຫວ່າງກຸ່ມຜູ້ປະທ້ວງຫລາຍຮ້ອຍຄົນ ກັບເຈົ້າໜ້າທີ່ສໍານັກງານກວດຄົນເຂົ້າເມືອງ ແລະ ອາກອນແຫ່ງອາເມລິກາ (U.S. Immigration and…

ອິດສະລາແອນຍອມຮັບ ສະໜັບສະໜູນກຸ່ມຕິດອາວຸດຕໍ່ຕ້ານຮາມັດຢູ່ກາຊາ

ອິດສະລາແອນຍອມຮັບ ສະໜັບສະໜູນກຸ່ມຕິດອາວຸດຕໍ່ຕ້ານຮາມັດຢູ່ກາຊາ

          ນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ຍອມຮັບວ່າ: ອິດສະລາແອນສະໜັບສະໜູນກຸ່ມຕິດອາວຸດຢູ່ເຂດກາຊາທີ່ຕໍ່ຕ້ານກຸ່ມຮາມັດ ພາຍຫລັງອະດີດລັດຖະມົນຕີຄົນໜຶ່ງສະແດງຄວາມຄິດເຫັນວ່າ: ອິດສະລາແອນສົ່ງມອບອາວຸດໃຫ້ກຸ່ມດັ່ງກ່າວ.           ສື່ຂອງອິດສະລາແອນ ແລະ ປາແລັສຕິນ ລາຍງານວ່າ: ກຸ່ມຕໍ່ຕ້ານຮາມັດທີ່ເຮັດວຽກຮ່ວມກັບອິດສະລາແອນນັ້ນ ເປັນສ່ວນໜຶ່ງຂອງຊົນເຜົ່າເບດູອິນໃນເຂດກາຊາ ເຊິ່ງນໍາໂດຍທ່ານ ຢຳເຊີ ອາບູ ຊາບັບ….

ອິນເດຍ-ອາເມລິກາ ຂະຫຍາຍເວລາເຈລະຈາການຄ້າ ຫວັງບັນລຸຂໍ້ຕົກລົງພາຍໃນວັນທີ 9 ກໍລະກົດ

ອິນເດຍ-ອາເມລິກາ ຂະຫຍາຍເວລາເຈລະຈາການຄ້າ ຫວັງບັນລຸຂໍ້ຕົກລົງພາຍໃນວັນທີ 9 ກໍລະກົດ

          ການເຈລະຈາການຄ້າລະຫວ່າງ ອິນເດຍ ແລະ ອາເມລິກາ ໄດ້ຂະຫຍາຍເວລາອອກໄປຮອດອາທິດໜ້າ ເນື່ອງຈາກທັງສອງຝ່າຍຍັງຕ້ອງຫາຂໍ້ສະຫລຸບຮ່ວມກັນໃນບັນຫາການຫລຸດພາສີສິນຄ້າກະສິກໍາ ແລະ ຍານພາຫະນະ ໂດຍຕັ້ງເປົ້າຈະບັນລຸຂໍ້ຕົກລົງຊົ່ວຄາວໃຫ້ທັນກ່ອນຮອດເສັ້ນຕາຍວັນທີ 9 ກໍລະກົດນີ້.          ຂໍ້ມູນຈາກລັດຖະບານອາເມລິກາ ລະບຸວ່າ: ມູນຄ່າສົ່ງອອກຈາກອິນເດຍໄປອາເມລິກາໃນໄລຍະເດືອນມັງກອນຫາເມສາເພີ່ມຂຶ້ນເກືອບ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ ຢູ່ລະດັບ 3.77…

ອີຣານປະນາມການຫ້າມເດີນທາງຂອງອາເມລິກາ ຊີ້ເປັນການເລືອກປະຕິບັດ

ອີຣານປະນາມການຫ້າມເດີນທາງຂອງອາເມລິກາ ຊີ້ເປັນການເລືອກປະຕິບັດ

          ອີຣານອອກມາປະນາມຢ່າງຮຸນແຮງໃນວັນທີ 7 ມິຖຸນາ ຕໍ່ຄໍາສັ່ງຫ້າມການເດີນທາງສະບັບໃໝ່ຂອງອາເມລິກາ ທີ່ມີເປົ້າໝາຍໃສ່ພົນລະເມືອງຈາກຫລາຍປະເທດ ລວມທັງອີຣານ ໂດຍກ່າວວ່າ: ຄໍາສັ່ງດັ່ງກ່າວເປັນ “ສັນຍານຈະແຈ້ງຂອງຄວາມຮູ້ສຶກບໍ່ເປັນມິດທີ່ຝັງຮາກເລິກຕໍ່ຊາວອີຣານ”.          ກະຊວງການຕ່າງປະເທດອີຣານໄດ້ອອກຖະແຫລງການປະນາມການຕັດສິນໃຈຂອງລັດຖະບານອາເມລິກາ ໂດຍລະບຸວ່າ: ຂໍ້ຈໍາກັດດັ່ງກ່າວມີເປົ້າໝາຍເປັນບຸກຄົນພຽງເພາະສັນຊາດ ແລະ ສາສະໜາເທົ່ານັ້ນ ພ້ອມກ່າວວ່າ: ນະໂຍບາຍດັ່ງກ່າວສະທ້ອນໃຫ້ເຫັນເຖິງການເລືອກປະຕິບັດ ແລະ ລະເມີດຫລັກການພື້ນຖານຂອງກົດໝາຍສາກົນ…

ທ່ານ ທຣໍາ ເຜີຍ ອາເມລິກາ-ຈີນ ກຽມເຈລະຈາການຄ້າອີກຮອບຢູ່ລອນດອນ ວັນທີ 9 ມິຖຸນາ

ທ່ານ ທຣໍາ ເຜີຍ ອາເມລິກາ-ຈີນ ກຽມເຈລະຈາການຄ້າອີກຮອບຢູ່ລອນດອນ ວັນທີ 9 ມິຖຸນາ

          ປະທານາທິບໍດີ ໂດນັລ ທຣໍາ ເປີດເຜີຍຜ່ານ Truth Social ວັນທີ 6 ມິຖຸນາວ່າ: ເຈົ້າໜ້າທີ່ລະດັບສູງຂອງອາເມລິກາ ແລະ ຈີນ ຈະຮ່ວມເຈລະຈາການຄ້າອີກຢູ່ນະຄອນຫລວງລອນດອນ ຂອງອັງກິດ ໃນວັນທີ 9 ມິຖຸນານີ້ ເພື່ອຫາລືຂໍ້ຕົກລົງແກ້ໄຂຄວາມຂັດແຍ່ງທາງການຄ້າລະຫວ່າງທັງສອງປະເທດ. ຂະນະທີ່ທ່ານ…

ທ່ານ ອັນວາ ສະໜັບສະໜູນ ໄທ-ກໍາປູເຈຍ ແກ້ໄຂບັນຫາຊາຍແດນຢ່າງສັນຕິ ຮຽກຮ້ອງໃຫ້ອົດທົນ-ອົດກັ້ນ-ຫລຸດຄວາມເຄັ່ງຕຶງ

ທ່ານ ອັນວາ ສະໜັບສະໜູນ ໄທ-ກໍາປູເຈຍ ແກ້ໄຂບັນຫາຊາຍແດນຢ່າງສັນຕິ ຮຽກຮ້ອງໃຫ້ອົດທົນ-ອົດກັ້ນ-ຫລຸດຄວາມເຄັ່ງຕຶງ

         ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໃນຖານະປະທານອາຊຽນ ໂພສຂໍ້ຄວາມຜ່ານ Facebook ສະໜັບສະໜູນໄທ ແລະ ກໍາປູເຈຍ ໃນການແກ້ໄຂບັນຫາຊາຍແດນຢ່າງສັນຕິ. ພ້ອມສະແດງຄວາມໝັ້ນໃຈວ່າ ຈິດວິນຍານແຫ່ງການຮ່ວມມື ແລະ ຫລັກການອາຊຽນໃນການແກ້ໄຂຂໍ້ຂັດແຍ່ງຢ່າງສັນຕິ ຈະເປັນຮາກຖານແກ້ໄຂຄວາມຂັດແຍ່ງ.          “ຂ້າພະເຈົ້າໄດ້ຫາລືກັບນາຍົກລັດຖະມົນຕີຂອງປະເທດໄທ ແລະ…

ອິນໂດເນເຊຍເນັ້ນກໍາຈັດຄວາມທຸກຍາກຂັ້ນຮຸນແຮງໃຫ້ໝົດໄປພາຍໃນປີ 2026

ອິນໂດເນເຊຍເນັ້ນກໍາຈັດຄວາມທຸກຍາກຂັ້ນຮຸນແຮງໃຫ້ໝົດໄປພາຍໃນປີ 2026

        ທ່ານ ອັກມັດ ມໍລານີ ເຈົ້າໜ້າທີ່ພິເສດປະຈໍາລັດຖະມົນຕີປະສານງານການສົ່ງເສີມພະລັງຊຸມຊົນຂອງອິນໂດເນເຊຍ ກ່າວວ່າ: ພາກລັດເຊື່ອໝັ້ນວ່າຄວາມພະຍາຍາມຫລຸດຄວາມທຸກຍາກຂັ້ນຮຸນແຮງຈະປະສົບຜົນສໍາເລັດ ແລະ ຈໍານວນປະຊາກອນທຸກຍາກຂັ້ນຮຸນແຮງຈະໝົດລົງ ຊ້າສຸດໃນປີ 2026.         ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ອັກມັດ ເຂົ້າຮ່ວມກອງປະຊຸມ ບິສນິສ ອິນໂດເນເຊຍ ຟໍຣໍາ ວ່າດ້ວຍການບັນເທົາຄວາມທຸກຍາກຜ່ານການສົ່ງເສີມພະລັງຊຸມຊົນບົນພື້ນຖານຜູ້ປະກອບການເພື່ອສັງຄົມ…

IMF ຊີ້ສົງຄາມການຄ້າຊໍ້າຕື່ມຕະຫລາດເກີດໃໝ່ ໜັກກວ່າວິກິດໂຄວິດ

IMF ຊີ້ສົງຄາມການຄ້າຊໍ້າຕື່ມຕະຫລາດເກີດໃໝ່ ໜັກກວ່າວິກິດໂຄວິດ

         ທ່ານ ກິຕາ ໂກປິນາດ ຮອງກໍາມະການຜູ້ຈັດການຂອງກອງທຶນການເງິນສາກົນ (IMF) ກ່າວວ່າ: ຄວາມບໍ່ແນ່ນອນຈາກຜົນກະທົບຂອງສົງຄາມການຄ້າຈະສ້າງຄວາມຍາກລໍາບາກໃຫ້ທະນາຄານກາງໃນຕະຫລາດເກີດໃໝ່ຫລາຍກວ່າໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໃນເວລານັ້ນສາມາດໃຊ້ນະໂຍບາຍການເງິນແບບຫລຸດຜ່ອນໄດ້ຢ່າງທັນທີ.          ທ່ານ ໂກປິນາດ ໃຫ້ສໍາພາດຕໍ່ໜັງສືພິມໄຟແນນຊຽວ ທາມ (Financial Times) ວ່າ: ຜົນກະທົບຂອງມາດຕະການຂຶ້ນພາສີອາກອນທີ່ບໍ່ອາດຄາດເດົາໄດ້ນັ້ນ ກໍາລັງເພີ່ມແຮງກົດດັນຕໍ່ເສດຖະກິດກໍາລັງພັດທະນາ ແລະ…

ທຣໍາ ສັ່ງຫ້າມພົນລະເມືອງຈາກ 12 ປະເທດເຂົ້າອາເມລິກາເນື່ອງຈາກກັງວົນດ້ານຄວາມປອດໄພ

ທຣໍາ ສັ່ງຫ້າມພົນລະເມືອງຈາກ 12 ປະເທດເຂົ້າອາເມລິກາເນື່ອງຈາກກັງວົນດ້ານຄວາມປອດໄພ

ສໍານັກຂ່າວຣອຍເຕີ ລາຍງານວັນທີ 5 ມິຖຸນາ 2025 ວ່າ: ປະທານາທິບໍດີອາເມລິກາ ທ່ານ ໂດນັລ ທຣໍາ ລົງນາມປະກາດ ຫ້າມພົນລະເມືອງຈາກ 12 ປະເທດເດີນທາງເຂົ້າສະຫະລັດອາເມລິກາ ໂດຍລະບຸວ່າ ມີຄວາມຈໍາເປັນ ເພື່ອປົກປ້ອງປະຊາຊົນຈາກ ‘ພວກກໍ່ການຮ້າຍຕ່າງປະເທດ’ ແລະ ໄພຄຸກຄາມດ້ານຄວາມໝັ້ນຄົງອື່ນໆ….