ເມືອງຫ້ວຍຊາຍ ໄດ້ຮັບຜົຮກະທົບ 8 ບ້ານ ລວມມູນຄ່າເສຍຫາຍເບື້ອງຕົ້ນ 1,459,064,000 ກີບ

ວິທະຍຸ-ໂທລະພາບແຂວງບໍ່ແກ້ວ ລາຍງານວັນທີ 6 ສິງຫາ 2025 ວ່າ: ເນື່ອງຈາກມີຝົນຕົກໜັກເປັນເວລາຫລາຍວັນຕິດຕໍ່ກັນໃນລະຫວ່າງ ວັນທີ 27-28 ກໍລະກົດ 2025 ຜ່ານມານີ້, ເຮັດໃຫ້ນໍ້າຫລາຍສາຍຍຶ່ງໄຫລ່ຖ້ວມເຮືອນ, ເສັ້ນທາງ, ຂົວ, ສວນປູກພືດຜັກ ແລະ ເນື້ອທີ່ທຳການຜະລິດ ຂອງປະຊາ ຊົນ ເມືອງຫ້ວຍຊາຍ ເສຍຫາຍເປັນວົງກວ້າງ, ຈາກການເກັບກຳຂໍ້ມູນໃນເບື້ອງຕົ້ນມີເຮືອນທີ່ຖືກຜົນກະທົບນໍ້າຖ້ວມເສຍຫາຍໜັກ ຈໍານວນ 8 ບ້ານ, ມີ 147 ຫລັງ, ມີ 779 ຄົນ, ຍິງ 315 ຄົນ, ໃນນັ້ນ:

  • ບ້ານໃຫຍ່ພັດທະນານໍ້າປຸກ: ນໍ້າຖ້ວມເຮືອນ ຈໍານວນ 34 ຫລັງ, ມີ 167 ຄົນ, ຍິງ 65 ຄົນ. ລວມມູນຄ່າເສຍຫາຍ 190,000,000 ກີບ.
  • ບ້ານ ທົ່ງແສງຈັນ: ເຮືອນ ໄດ້ຮັບຄວາມເສຍ ຈໍານວນ 18 ຫລັງ, ມີ 96 ຄົນ, ຍິງ 52 ຄົນ ລວມມູນຄ່າເສຍຫາຍ 83,744,000 ກີບ.
  • ບ້ານ ໃໝ່ພູຄາ: ນໍ້າຖ້ວມເຮືອນປະຊາຊົນ 56 ຫລັງຄາເຮືອນ, ມີ 279 ຄົນ, ຍິງ 89 ຄົນ. ລວມມູນຄ່າເສຍຫາຍ 550,000,000 ກີບ.
  • ບ້ານ ໄຊຈະເລີນ: ນໍ້າຖ້ວມເຮືອນປະຊາຊົນ ຈໍານວນ 29 ຫລັງ, ມີ 174 ຄົນ, 82 ຄົນ. ລວມມູນຄ່າເສຍຫາຍ 569,510,000 ກີບ.
  • ບ້ານ ນໍ້າຈ້າງ: ນໍ້າຖ້ວມເຮືອນ 2 ຫລັງ, ມີ 9 ຄົນ, ຍິງ 6 ຄົນ. ລວມມູນຄ່າເສຍຫາຍ 20,600,000 ກີບ
  • ບ້ານ ນໍ້າຕິນ: ນໍ້າຖ້ວມເຮືອນ 4 ຫລັງ, ມີ 30 ຄົນ, ຍິງ 12 ຄົນ. ລວມມູນຄ່າເສຍຫາຍ 18,060,000 ກີບ.
  • ບ້ານ ຂອນແກ້ວ ນໍ້າຖ້ວມເຮືອນໄດ້ຮັບຄວາມເສຍຫາຍໜັກ 2 ຫລັງ, 11 ຄົນ, 4 ຄົນ. ລວມມູນຄ່າເສຍຫາຍ 15,100,000 ກີບ.
  • ບ້ານໃຫຍ່ຫ້ວຍຊາຍໃຕ້: ນໍ້າຖ້ວມ ເຮືອນ 2 ຫລັງ, ມີ 13 ຄົນ, ຍິງ 5 ຄົນ. ລວມມູນຄ່າເສຍຫາຍ 12,050,000 ກີບ.
    ປະເມີນມູນຄ່າຜົນເສຍຫາຍໃນເບື້ອງຕົ້ນທັງໝົດ: 1,459,064,000 ກີບ.

ສ່ວນເສັ້ນທາງທີ່ຖືກຜົນກະທົບບໍ່ສາມາດເດີນທາງໄປ-ມາໄດ້ ທາງຫ້ອງການໂຍທາເມືອງ ໄດ້ສົມທົບກັບ ພະແນກໂຍທາແຂວງ ລົງຕິດຕາມກວດກາ ແລະ ປະສານກັບບໍລິສັດທີ່ເຊັນສັນຍາຮັບເໝົາເຂົ້າແກ້ໄຂສໍາເລັດແລ້ວບາງຈຸດ ແລະ ບ່ອນທີ່ຍັງຄ້າງແມ່ນໄດ້ສືບຕໍ່ແກ້ໄຂໃຫ້ສໍາເລັດເພື່ອໃຫ້ການສັນຈອນໄປມາໄດ້ເປັນປົກກະຕິ. ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງສືບຕໍ່່ຕິດຕາມຊຸກຍູ້ປະສານສົມ ທົບກັບ ພາກສ່ວນກ່ຽວຂ້ອງເກັບກໍາຂໍ້ມູນຜົນເສຍຫາຍລະອຽດລາຍງານປະທານຄະນະກໍາມະການເພື່ອສະເໜີການຊ່ວຍເຫລືອແກ້ໄຂສຸກເສີນ ໃນຂັ້ນຕໍ່ໄປ.

ທີ່ມາ: ສະຖານີວິທະຍຸ-ໂທລະພາບແຂວງບໍ່ແກ້ວ