ທ່ານ ອັນວາ ເນັ້ນວ່າ ອາຊຽນຕ້ອງເປັນກາງ ໄທ-ກໍາປູເຈຍ ມາເລເຊຍຈະໄກ່ເກ່ຍຈົນກວ່າບັນຫາຈົບ

              ຜູ້ນໍາມາເລເຊຍຢືນຢັນ ການປະຕິບັດໜ້າທີ່ຜູ້ໄກ່ເກ່ຍກໍລະນີຂັດແຍ່ງ ໄທ-ກໍາປູເຈຍ ຈົນກວ່າຂໍ້ຂັດແຍ່ງທັງໝົດຈະໄດ້ຮັບການແກ້ໄຂ ແລະ ເນັ້ນຈຸດຢືນຂອງອາຊຽນ “ຕ້ອງເປັນກາງ” ໃນເລື່ອງນີ້.

              ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ຜູ້ນໍາມາເລເຊຍ ກ່າວຕໍ່ກອງປະຊຸມສະພາມາເລເຊຍ ໃນນະຄອນຫລວງກົວລາລໍາເປີ ໃນວັນທີ 5 ສິງຫາຜ່ານມາວ່າ: ມາເລເຊຍຈະຍັງປະຕິບັດໜ້າທີ່ຄົນກາງໃຫ້ການເຈລະຈາລະຫວ່າງໄທກັບກໍາປູເຈຍຈົນກວ່າຂໍ້ຂັດແຍ່ງທັງໝົດຈະໄດ້ຮັບການແກ້ໄຂຢ່າງສົມບູນ, ເຖິງວ່າມາເລເຊຍຈະຄົບວາລະການດໍາລົງຕໍາແໜ່ງປະທານສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ທ້າຍປີນີ້ ແລະ ຟີລິບປິນຈະຮັບຕໍາແໜ່ງໃນປີ 2028.

              ທ່ານ ອັນວາ ກ່າວວ່າ: ເຄີຍມີການວາງແຜນແບບກວ້າງວ່າຕ້ອງການໃຫ້ໄທ ແລະ ກໍາປູເຈຍຫາຂໍ້ຢຸດຕິຈາກບັນຫາທັງໝົດພາຍໃນ 3 ເດືອນ. ເຖິງຢ່າງໃດກໍຕາມ, ສະຖານະການທີ່ເກີດຂຶ້ນສະທ້ອນແລ້ວວ່າ ການເຈລະຈາໃດກໍຕາມບໍ່ສາມາດກໍານົດກອບໄລຍະເວລາໄດ້ຢ່າງຕາຍຕົວ, ສິ່ງສໍາຄັນກວ່ານັ້ນ ຄືການເຮັດໃຫ້ການຫາລືຕ້ອງມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ຜ່ານການຢຸດຍິງ, ຮ່ວມດ້ວຍການທີ່ໄທ ແລະ ກໍາປູເຈຍຕ້ອງມີຄວາມມຸ້ງໝັ້ນຢ່າງແທ້ຈິງທີ່ຈະແກ້ໄຂບັນຫາທັງໝົດ.

               ຂະນະດຽວກັນ, ຜູ້ນໍາມາເລເຊຍເນັ້ນຄວາມສໍາຄັນຂອງຫລັກການທີ່ອາຊຽນຕ້ອງເປັນກາງໃນການແກ້ໄຂທຸກຂໍ້ຂັດແຍ່ງທີ່ເກີດຂຶ້ນລະຫວ່າງສະມາຊິກ ແລະ ເນັ້ນວ່າ: ຖ້າຕ້ອງມີການຈັດຕັ້ງຄະນະຕິດຕາມສະຖານະການ ຫລື ກອງກໍາລັງສະເພາະກິດເພື່ອຮ່ວມຮັກສາສັນຕິພາບຕາມຊາຍແດນລະຫວ່າງໄທກັບກໍາປູເຈຍ ທີມງານເຫລົ່ານີ້ຕ້ອງເປັນຜູ້ແທນຈາກປະເທດສະມາຊິກອາຊຽນເທົ່ານັ້ນ, ອາຊຽນຕ້ອງຮ່ວມກັນຫາທາງຢັບຢັ້ງຄວາມພະຍາຍາມແຊກແຊງຂອງມະຫາອໍານາດພາຍນອກ.

               ນອກຈາກນີ້, ທ່ານ ອັນວາ ເຊື່ອໝັ້ນວ່າ: ກອງປະຊຸມຄະນະກໍາມະການຊາຍແດນທົ່ວໄປ (GBC) ລະຫວ່າງໄທກັບກໍາປູເຈຍ ຈະໄດ້ຂໍ້ສະຫລຸບໃນວັນທີ 7 ສິງຫາ ແລະ ມາເລເຊຍພ້ອມເປັນຜູ້ນໍາໃນການສົ່ງທີມງານລົງພື້ນທີ່ຕິດຕາມສະຖານະການຕາມຊາຍແດນ.