ທ່ານ ທຣໍາ ເຜີຍ ມີໂອກາດສູງພົບທ່ານ ປູຕິນ ຫວັງຢຸດສົງຄາມອູແກຣນ ຫລັງທູດພິເສດອາເມລິກາເດີນທາງຢ້ຽມຢາມນະຄອນຫລວງມົດສະກູ

                ທ່ານ ໂດນັລ ທຣໍາ ປະທານາທິບໍດີຂອງອາເມລິກາ ເປີດເຜີຍວ່າ: ມີ “ທ່າອ່ຽງສູງ” ທີ່ຈະມີການພົບປະຫາລືລະຫວ່າງທ່ານກັບທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໃນມໍ່ໆນີ້ ໂດຍຫວັງວ່າອາດນໍາໄປສູ່ການຢຸດສົງຄາມໃນອູແກຣນ ເຊິ່ງແກ່ຍາວມາແຕ່ປີ 2022.

               ທ່ານ ທຣໍາ ກ່າວລະຫວ່າງໃຫ້ສໍາພາດວ່າ: “ເຮົາມີການໂອ້ລົມທີ່ດີກັບປະທານາທິບໍດີ ປູຕິນ ແລະ ມີໂອກາດສູງທີ່ການພົບກັນຈະເກີດຂຶ້ນໃນມໍ່ໆນີ້”. ພ້ອມລະບຸວ່າ: “ນີ້ອາດເປັນຈຸດສິ້ນສຸດຂອງຖະໜົນເສັ້ນຍາວທີ່ເຮົາກໍາລັງຍ່າງຢູ່”.

              ຄໍາຖະແຫລງຂອງທ່ານ ທຣໍາ ມີຂຶ້ນຫລັງຈາກທ່ານ ສຕີບ ວິດຄອບ ທູດພິເສດຂອງອາເມລິກາ ເດີນທາງໄປພົບປະກັບທ່ານ ປູຕິນ ຢູ່ນະຄອນຫລວງມົດສະກູ ເຖິງວ່າຜູ້ນໍາອາເມລິກາຈະເນັ້ນວ່າບໍ່ມີ “ຄວາມຄືບໜ້າຄັ້ງໃຫຍ່” ຈາກການຫາລືຄັ້ງນີ້, ແຕ່ຖືເປັນອີກໜຶ່ງສັນຍານຂອງຄວາມພະຍາຍາມທາງການທູດຢ່າງຕໍ່ເນື່ອງ.

             ຂະນະດຽວກັນ, ແຫລ່ງຂ່າວໃນລັດຖະບານເອີຣົບເປີດເຜີຍວ່າ: ທ່ານ ທຣໍາ ໄດ້ແຈ້ງຕໍ່ຜູ້ນໍາເອີຣົບຜ່ານການໂທລະສັບວ່າ: ທ່ານມີຈຸດປະສົງຈະພົບທ່ານ ປູຕິນ ໂດຍໄວທີ່ສຸດ ອາດເກີດຂຶ້ນພາຍໃນອາທິດໜ້າ ແລະ ຕໍ່ດ້ວຍກອງປະຊຸມສາມຝ່າຍລະຫວ່າງອາເມລິກາ, ຣັດເຊຍ ແລະ ອູແກຣນ ໂດຍທໍານຽບຂາວກໍາລັງຢູ່ລະຫວ່າງພິຈາລະນາສະຖານທີ່ຈັດກອງປະຊຸມ.

               ທ່ານ ແຄໂຣໄລ ເລວິດ ໂຄສົກທໍານຽບຂາວ ລະບຸວ່າ: “ຣັດເຊຍໄດ້ສະແດງຄວາມຕ້ອງການພົບປະກັບປະທານາທິບໍດີ ທຣໍາ ແລະ ທ່ານກໍເປີດຮັບຈະພົບກັບປະທານາທິບໍດີ ປູຕິນ ແລະ ປະທານາທິບໍດີ ເຊເລນສກີ ໂດຍມີເປົ້າໝາຍຮ່ວມກັນຄືການຢຸດສົງຄາມອັນໂຫດຮ້າຍນີ້”.

ອ້າງອີງ:

https://edition.cnn.com/2025/08/06/europe/putin-witkoff-meeting-constructive-kremlin-says-intl