ຍີ່ປຸ່ນຮ້ອນອົບເອົ້າ ສ້າງສະຖິຕິອຸນຫະພູມສູງສຸດໃໝ່ເຖິງສອງຄັ້ງໃນມື້ດຽວ

ກົມອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ: ຍີ່ປຸ່ນມີສະພາບອາກາດຮ້ອນອົບເອົ້າ ພາຍຫລັງຄື້ນຄວາມຮ້ອນແຜ່ປົກຄຸມຫລາຍພື້ນທີ່ທົ່ວອາຊີ ເຮັດໃຫ້ຍີ່ປຸ່ນສ້າງສະຖິຕິອຸນຫະພູມສູງສຸດໃໝ່ເຖິງສອງຄັ້ງໃນມື້ດຽວ ໂດຍວັດແທກອຸນຫະພູມໃນເມືອງອິເຊະຊາກິ ແຂວງກຸນມະ ທາງເໜືອຂອງປະເທດໄດ້ສູງເຖິງ 41.6 ອົງສາ ແລະ 41.8 ອົງສາ ພາຍໃນມື້ດຽວ ສູງເກີນສະຖິຕິກ່ອນໜ້ານີ້ທີ່ວັດແທກໄດ້ 41.2 ອົງສາ ຢູ່ແຂວງຮຽວໂງະ ໃນອາທິດຜ່ານມາ.
ກົມອຸຕຸນິຍົມວິທະຍາຍັງລະບຸວ່າ: ເດືອນຜ່ານມາເປັນເດືອນທີ່ຮ້ອນທີ່ສຸດ ນັບແຕ່ປີ 1898 ໂດຍອຸນຫະພູມສະເລ່ຍສູງກວ່າຄ່າສະເລ່ຍປີ 1991-2020 ເຖິງ 2.89 ອົງສາ ແລະ ອຸນຫະພູມອາດເພີ່ມສູງຂຶ້ນອີກໃນອະນາຄົດ.
ຍີ່ປຸ່ນໄດ້ຮັບຜົນກະທົບຈາກການປ່ຽນແປງສະພາບອາກາດທີ່ສົ່ງຜົນເຮັດໃຫ້ອຸນຫະພູມທົ່ວໂລກເພີ່ມຂຶ້ນຢ່າງວ່ອງໄວໃນໄລຍະບໍ່ເທົ່າໃດປີຜ່ານມາຕົ້ນຊາກຸຣະຂອງຍີ່ປຸ່ນເລີ່ມບານໄວຂຶ້ນ ຫລື ບາງຄັ້ງບໍ່ອອກດອກເລີຍ ເນື່ອງຈາກລະດູໃບໄມ້ຫລົ່ນ ແລະ ລະດູໜາວບໍ່ໜາວພໍຈະກະຕຸ້ນການອອກດອກ. ເຂື່ອນ ແລະ ໄຮ່ນາຫລາຍແຫ່ງປະສົບບັນຫາຂາດນໍ້າ, ຝົນຕົກຕໍ່າກວ່າຄ່າສະເລ່ຍໃນຫລາຍພື້ນທີ່ ໂດຍສະເພາະພາກພື້ນດ້ານທະເລຍີ່ປຸ່ນທີ່ມີປະລິມານນໍ້າຝົນຕໍ່າສຸດເປັນປະຫວັດສາດ.
ລັດຖະບານຍີ່ປຸ່ນມັກຈະອອກຄໍາແນະນໍາໃຫ້ປະຊາຊົນຫລົບແດດຢູ່ໃນຫ້ອງປັບອາກາດ, ດື່ມນໍ້າໃຫ້ພຽງພໍ ແລະ ຫລີກລ່ຽງກິດຈະກໍາກາງແຈ້ງໃນໄລຍະອຸນຫະພູມສູງ ເພື່ອຫລຸດຄວາມສ່ຽງດ້ານສຸຂະພາບຈາກອາກາດທີ່ຮ້ອບອົບເອົ້າ.
ອ້າງອີງ:

