ເຮືອບິນ Air India ພ້ອມຜູ້ໂດຍສານ-ຈຸບິນ 242 ຄົນ ຕົກໃກ້ສະໜາມບິນໃນອາເມດາບັດ

           ເຮືອບິນໂດຍສານສາຍການບິນ Air India ຖ້ຽວບິນ Al171 ປະສົບອຸປະຕິເຫດຕົກໃກ້ສະໜາມບິນໃນເມືອງອາເມດາບັດ ທາງຕາເວັນຕົກຂອງອິນເດຍ ພາຍຫລັງບິນຂຶ້ນພຽງບໍ່ດົນ ເພື່ອມຸ້ງໜ້າໄປນະຄອນຫລວງລອນດອນ.

           ລາຍງານຂອງສໍານັກງານການບິນພົນລະເຮືອນ (DGCA) ລະບຸວ່າມີຜູ້ໂດຍສານ 242 ຄົນໃນຖ້ຽວບິນດັ່ງກ່າວແບ່ງເປັນຜູ້ໂດຍສານ 230 ຄົນ, ນັກບິນ 2 ຄົນ ແລະ ຈຸບິນ 10 ຄົນ.

         ຂະນະທີ່ເວັບໄຊ Flight Radar ລາຍງານວ່າ: ສັນຍານຂອງຖ້ຽວບິນ Al171 ຫາຍໄປພາຍຫລັງບິນຂຶ້ນໄດ້ບໍ່ດົນ ໂດຍວິດີໂອທີ່ເຜີຍແຜ່ໃນໂຊຊຽວມີເດຍ ສະແດງໃຫ້ເຫັນຄວັນສີດໍາຂະໜາດໃຫຍ່ ເຊິ່ງເປັນໄປໄດ້ວ່າ ເຮືອບິນອາດຕົກໃນເຂດຊຸມຊົນ.

         ສໍາລັບເຮືອບິນລໍາທີ່ເກີດເຫດເປັນລຸ້ນ Boeing 787-8 Dreamliner ເຊິ່ງມີການຕື່ມເຊື້ອໄຟຈໍານວນຫລາຍສໍາລັບການເດີນທາງໄລຍະໄກ ໂດຍສື່ທ້ອງຖິ່ນຂອງອິນເດຍລາຍງານວ່າອາດເກີດການລະເບີດ ແລະ ໄຟໄໝ້ຮຸນແຮງພາຍຫລັງເຮືອບິນຕົກ.

        ຫລ້າສຸດລັດຖະມົນຕີການບິນຂອງອິນເດຍກ່າວວ່າ: ໄດ້ລະດົມກໍາລົງເຈົ້າໜ້າທີ່ກູ້ໄພເຂົ້າຄົ້ນຫາ ແລະ ຊ່ວຍເຫລືອຜູ້ລອດຊີວິດແລ້ວ, ແຕ່ຍັງບໍ່ມີລາຍງານວ່າພົບຊາກເຮືອບິນແລ້ວ ຫລື ບໍ່.

ອ້າງອີງ: