ຕຳຫລວດໄທ ຈັບກຸມຕົວກຸ່ມໄລ້ສົດ ກິດຈະກຳທາງເພດ ຄົນຈີນ 3 ຄົນ ແລະ ຄົນລາວ 2 ຄົນ

ສໍານັກຂ່າວສົດ Khaosod ຂອງໄທ ລາຍງານວ່າ: ວັນທີ 7 ສິງຫາ 2025 ເຈົ້າໜ້າທີ່ ໄດ້ເຂົ້າບຸກຈັບກຸມ ອາຫົງ (ນາມສົມມຸດ) ພ້ອມພັກພວກ ແກັງຄົນຈີນ ຢູ່ເຮືອນວິນລາຫລູ ກາງເມືອງ ພັດທະຍາ ປະເທດໄທ ເຊິ່ງໄດ້ເຂົ້າມາຕັ້ງຖານໄລ້ສົດ ກິດຈະກໍາທາງເພດ ທາງແພັດຟອມຈີນ ໂດຍຈະເກັບຄ່າເຂົ້າຊົມ ແລະ ຄ່າສັ່ງການນັກສະແດງແບບສົດໆ ເຊິ່ງເປັນການສ້າງລາຍໄດ້ແບບຜິດກົດໝາຍ.
ຈາກການສືບສວນ ແລະ ຕິດຕາມຢ່າງຕໍ່ເນື່ອງ ສາມາດຈັບກຸມ ໄດ້ 5 ຄົນ ຄື: ທ້າວ ອາຫົງ ອາຍຸ 48 ປີ, ທ້າວອາຊີ ອາຍຸ 43 ປີ, ທ້າວອາເຜິງ ອາຍຸ 53 ປີ ແລະ ຄົນລາວ 2 ຄົນ ນາງ ວັນ ອາຍຸ 26 ປີ ແລະ ນາງ ວິນ ອາຍຸ 24 ປີ.
ຜ່ານການກວດຄົ້ນ ພົບຂອງກາງ ເປັນເຊັກທອຍ, ຖົງຢາງອານາໄມ, ອຸປະກອນຖ່າຍທໍາ ກ້ອງໂທລະສັບມືຖື ແລະ ໄຟທີ່ໃຊ້ໄລ້ສົດຈໍານວນຫລາຍ, ເບື້ອງຕົ້ນຍິງສາວຄົນລາວ ໄດ້ຮັບຄ່າຈ້າງຄັ້ງລະ 3000 ບາດ.
ການກະທໍາດັ່ງກ່າວ, ເປັນການກະທໍາຜິດໃນ 3 ຂໍ້ຫາ ປັດຈຸບັນໄດ້ນໍາຕົວຜູ້ກະທໍາຜິດໄປສືບສວນສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍຂອງໄທ.
ທີ່ມາ: Khaosod – ข่าวสด

