ກໍາປູເຈຍຂູ່ຫ້າມນໍາເຂົ້າໝາກໄມ້ຂອງໄທ ຖ້າໄທບໍ່ກັບມາເປີດດ່ານໃນ 24ຊມ

         ທ່ານ ຮຸນເຊນ ປະທານວຸດທິສະພາກໍາປູເຈຍ ໄດ້ອອກມາຍື່ນຄໍາຂາດໃຫ້ໄທກັບມາເປີດດ່ານຊາຍແດນທີ່ປິດໄປຝ່າຍດຽວພາຍໃນ 24 ຊົ່ວໂມງ, ພ້ອມຂູ່ວ່າຖ້າໄທບໍ່ປະຕິບັດຕາມກໍາປູເຈຍຈະໃຊ້ມາດຕະການຕອບໂຕ້ຂັ້ນເດັດຂາດດ້ວຍການສັ່ງຫ້າມນໍາເຂົ້າໝາກໄມ້ຈາກໄທຜ່ານທຸກຈຸດຜ່ານແດນ.

         ສື່ກໍາປູເຈຍລາຍງານວ່າ: ທ່ານ ຮຸນ ເຊນ ໄດ້ປະກາດຈຸດຢືນລະຫວ່າງກອງປະຊຸມວຸດທິສະພາໃນວັນທີ 16 ມິຖຸນາ ເພື່ອຕອບໂຕ້ຄວາມຂັດແຍ່ງທີ່ເລີ່ມຕົ້ນຂຶ້ນໃນວັນທີ 7 ມິຖຸນາ ຫລັງຈາກກອງທັບໄທປິດດ່ານ ແລະ ປ່ຽນແປງເວລາເຮັດວຽກໂດຍບໍ່ປຶກສາຫາລື ເຊິ່ງກໍາປູເຈຍໄດ້ຕອບໂຕ້ເບື້ອງຕົ້ນດ້ວຍການຫລຸດເວລາເຮັດວຽກຢູ່ດ່ານຂອງຕົນເອງເຊັ່ນກັນ.

        ຜົນກະທົບທີ່ເກີດຂຶ້ນເຮັດໃຫ້ການຄ້າສິນຄ້າກະສິກໍາຢຸດສະງັກທັງສອງຝັ່ງນັບແຕ່ວັນທີ 13 ມິຖຸນາ ໂດຍໝາກໄມ້ສົ່ງອອກຈາກໄທເຊັ່ນ: ທຸລຽນ, ລໍາໄຍ ແລະ ມັງຄຸດ ທີ່ຕ້ອງຜ່ານໄປຫວຽດນາມ ຕົກຄ້າງຢູ່ດ່ານຝັ່ງພະຕະບອງ. ຂະນະທີ່ໝາກໄມ້ຂອງກໍາປູເຈຍ ຄືໝາກກ້ວຍ ແລະ ມັນຕົ້ນ ກໍຕົກຄ້າງຢູ່ດ່ານແຂວງໄພລິນ ສ້າງຄວາມເດືອດຮ້ອນໃຫ້ຜູ້ຄ້າຂາຍທັງສອງຝ່າຍຢ່າງໜັກ.

          ທ່ານ ຮຸນ ເຊນ ຮຽກຮ້ອງໃຫ້ປະຊາຊົນໄທສ້າງຄວາມເຂົ້າໃຈສະຖານະການ ແລະ ກົດດັນໃຫ້ກອງທັບໄທເປັນຝ່າຍແກ້ໄຂ ໂດຍລະບຸວ່າຢ່າໂທດກໍາປູເຈຍ, ແຕ່ໃຫ້ໂທດກອງທັບໄທເອງທີ່ປິດດ່ານ.

          ທ່ານ ຮຸນ ເຊນ ເປີດເຜີຍວ່າ: ເມື່ອກ່ອນມາດຕະການຕອບໂຕ້ຈະມີຜົນບັງຄັບໃຊ້ໄວກວ່ານີ້, ແຕ່ໄດ້ເລື່ອນອອກໄປ 24 ຊົ່ວໂມງ ພາຍຫລັງນາຍົກລັດຖະມົນຕີ ຮຸນ ມາເນດ ແລະ ນາຍົກລັດຖະມົນຕີ ແພທອງທານ ຊິນນະວັດ ໄດ້ຫາລືກັນທາງໂທລະສັບ. ເຖິງຢ່າງໃດກໍຕາມ, ຖ້າໄທຍັງເມີນເສີຍ ຄໍາຂູ່ທັງໝົດຈະມີຜົນບັງຄັບໃຊ້ທັນທີ.

          ນອກຈາກນີ້, ທ່ານ ຮຸນ ເຊນ ຍັງເຕືອນຜູ້ຄ້າຂາຍຊາວກໍາປູເຈຍບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າກະສິກໍາພາຍໃນປະເທດ.

          ລາຍງານລະບຸວ່າ: ການປິດຊາຍແດນເປັນພຽງມາດຕະການໜຶ່ງເທົ່ານັ້ນ ໂດຍກໍາປູເຈຍຍັງກຽມແຜນຕອບໂຕ້ອື່ນໆເຊັ່ນ: ການຍື່ນຟ້ອງສານໂລກ, ຫລຸດການນໍາເຂົ້າໄຟຟ້າ ແລະ ອິນເຕີເນັດຈາກໄທ ລວມທັງຢຸດການສະແດງຮູບເງົາໄທ. ຂະນະດຽວກັນ ລັດຖະບານກໍາປູເຈຍໄດ້ກຽມແຜນຮອງຮັບແຮງງານຊາວກໍາປູເຈຍທີ່ອາດຖືກສົ່ງກັບຈາກໄທເຊັ່ນກັນ.