ອີຣານເປີດປະຕິບັດການ “ຄໍາໝັ້ນສັນຍາທີ່ແທ້ຈິງ” ຖະຫລົ່ມລູກສອນໄຟ-ໂດຣນໃສ່ອິດສະລາແອນ

         ພາຍຫລັງອິດສະລາແອນເລີ່ມການໂຈມຕີຄັ້ງໃຫຍ່ໃນວັນທີ 13 ມິຖຸນາ ມຸ້ງທໍາລາຍໂຮງງານນິວເຄຼຍ, ຖານປ່ອຍລູກສອນໄຟ ແລະ ສັງຫານຜູ້ບັນຊາການລະດັບສູງຂອງກອງກໍາລັງພິທັກການປະຕິວັດອິດສະລາມ (IRGC) ລວມທັງທ່ານ ຮໍເຊນ ຊາລາມີ ອີຣານໄດ້ເລີ່ມການໂຕ້ກັບຄັ້ງໃຫຍ່ພາຍໃຕ້ຊື່ “ປະຕິບັດການຄໍາໝັ້ນສັນຍາທີ່ແທ້ຈິງ III” (Operation True Promise III).

         ໃນການໂຕ້ກັບຄັ້ງນີ້ ອີຣານໄດ້ຍິງລູກສອນໄຟໄລຍະກາງຫລາຍກວ່າ 150 ລູກ ແລະ ປ່ອຍໂດຣນໂຈມຕີ 100 ກວ່າລໍາ ມຸ້ງເປົ້າໃສ່ຫລາຍພື້ນທີ່ທົ່ວອິດສະລາແອນ ລວມທັງຖານທັບ ແລະ ເຂດເມືອງສໍາຄັນເຊັ່ນ: ເທວອາວີບ ແລະ ພື້ນທີ່ໃກ້ນະຄອນຫລວງເຢຣູຊາເລມ. ການໂຈມຕີເກີດຂຶ້ນເປັນຮອບໆ ສົ່ງຜົນເຮັດໃຫ້ມີການເປີດໄຊເຣນເຕືອນໄພທົ່ວອິດສະລາແອນ ແລະ ໃນປະເທດໃກ້ຄຽງ ຄືຈໍແດນ ເຊິ່ງກອງທັບອາກາດຈໍແດນໄດ້ສະກັດໂດຣນບາງສ່ວນທີ່ລຸກລໍ້ານ່ານຟ້າ.

         ເຖິງວ່າອິດສະລາແອນຈະມີລະບົບປ້ອງກັນໄພທາງອາກາດຂັ້ນສູງ ແລະ ສາມາດສະກັດລູກສອນໄຟ ແລະ ໂດຣນໄດ້ເປັນຈໍານວນຫລາຍ, ແຕ່ຍັງມີບາງລູກທີ່ເຂົ້າເປົ້າໝາຍ ໂດຍສະເພາະໃນເຂດເທວອາວີບ ເຊິ່ງໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ບາດເຈັບຫລາຍຄົນ. ລາຍງານລະບຸວ່າ: ມີຊາວອິດສະລາແອນບາດເຈັບຢ່າງໜ້ອຍ 63 ຄົນ ໃນຈໍານວນນີ້ມີພົນລະເຮືອນທີ່ໄດ້ຮັບບາດເຈັບສາຫັດຈາກການໂຈມຕີອາຄານທີ່ພັກອາໄສ.

         ຂະນະດຽວກັນ, ຍັງມີລາຍງານວ່າ: ລູກສອນໄຟຈາກກຸ່ມຮູຕິ ເຊິ່ງເປັນພັນທະມິດຂອງອີຣານ ໄດ້ລອຍເຂົ້າມາເມືອງເຮບຣອນໃນເຂດເວສແບງ ເຮັດໃຫ້ຊາວປາແລັສຕິນໄດ້ຮັບບາດເຈັບ 5 ຄົນ.

        ຝັ່ງອີຣານ, ທ່ານ ຢາຕໍເລາະ ອາລີ ຄາເມເນອີ ຜູ້ນໍາສູງສຸດ ກ່າວປະນາມການໂຈມຕີຂອງອິດສະລາແອນວ່າເປັນ “ການກະທໍາທີ່ຊົ່ວຮ້າຍ ແລະ ນອງເລືອດ” ພ້ອມປະກາດວ່າ: ອີຣານຈະຕອບໂຕ້ດ້ວຍວິທີທີ່ “ເດັດຂາດ ແລະ ຮຸນແຮງ”. ຂະນະທີ່ IRGC ເສຍຊີວິດຈາກການໂຈມຕີຂອງອິດສະລາແອນ ລວມທັງມີເສຍຫາຍຢູ່ສໍານັກງານໃຫຍ່ຂອງ IRGC ໃນນະຄອນຫລວງເຕຫະຣານ.

         ລັດຖະບານອິດສະລາແອນປະກາດສະຖານະການສຸກເສີນທົ່ວປະເທດ ແລະ ເປີດໄຊເຣນເຕືອນໄພໃຫ້ພົນລະເຮືອນເຂົ້າຂຸມລົບໄພໃນໄລຍະການໂຈມຕີ, ຝ່າຍຄວາມໝັ້ນຄົງອິດສະລາແອນສາມາດສະກັດລູກສອນໄຟ ແລະ ໂດຣນໄດ້ສ່ວນຫລາຍ, ແຕ່ມີບາງຈຸດທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ໂດຍສະເພາະໃນພື້ນທີ່ເມືອງຫລວງທາງເສດຖະກິດ ຄືເທວອາວີບ.

         ຄວາມຂັດແຍ່ງເກີດຂຶ້ນຄັ້ງນີ້ເຮັດໃຫ້ຊຸມຊົນຊາວຍິງໃນຫລາຍປະເທດທົ່ວໂລກເຊັ່ນ: ອັງກິດ, ຝຣັ່ງ ແລະ ອາເມລິກາ ຖືກຍົກລະດັບການຮັກສາຄວາມປອດໄພ ແລະ ມີການອອກຄໍາເຕືອນໃຫ້ລະວັງໄພທີ່ອາດເກີດຂຶ້ນຈາກແຮງສະເທືອນຂອງຄວາມຮຸນແຮງໃນຕາເວັນອອກກາງ.

        ສ່ວນອາເມລິກາໄດ້ອົບພະຍົບກໍາລັງພົນບາງສ່ວນ ລວມທັງຄອບຄົວຂອງທະຫານຈາກຖານທັບໃນຕາເວັນອອກກາງອອກນອກພື້ນທີ່ ເພື່ອຫລີກລ່ຽງຄວາມສ່ຽງຈາກການປະທະທີ່ຈະຂະຫຍາຍວົງກວ້າງ. ຂະນະທີ່ປະເທດໃກ້ຄຽງຂອງອິດສະລາແອນເຊັ່ນ: ຈໍແດນ ແລະ ລີບັງ ໄດ້ເພີ່ມມາດຕະການເຝົ້າລະວັງທາງທະຫານຢ່າງເຂັ້ມງວດ.

          ຕະຫລາດການເງິນທົ່ວໂລກມີປະຕິກິລິຍາຜັນຜວນຈາກຄວາມກັງວົນວ່າ: ຄວາມຂັດແຍ່ງທີ່ເກີດຂຶ້ນອາດກະທົບຕໍ່ສະຖຽນລະພາບຂອງພາກພື້ນ ແລະ ສົ່ງຜົນຕໍ່ອຸປະທານພະລັງງານ ໂດຍສະເພາະນໍ້າມັນ ທີ່ອາດໄດ້ຮັບຜົນກະທົບຖ້າສະຖານະການລຸກລາມ.

ອ້າງອີງ: