ອິດສະລາແອນຍິງຖະຫລົ່ມສື່ລັດຖະບານອີຣານ ຂະນະທີ່ເຕຫະຣານຂໍໃຫ້ທ່ານ ທຣໍາ ກົດດັນໃຫ້ຢຸດສົງຄາມ

ສະຖານະການຄວາມຂັດແຍ່ງຢູ່ຕາເວັນອອກກາງທະວີຄວາມຮຸນແຮງຂຶ້ນ ເມື່ອອິດສະລາແອນໂຈມຕີທາງອາກາດໃສ່ສື່ລັດຖະບານອີຣານ. ຂະນະທີ່ລັດຖະບານອີຣານໄດ້ຂໍໃຫ້ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ເຂົ້າມາແຊກແຊງ ເພື່ອກົດດັນໃຫ້ເກີດການຢຸດຍິງໂດຍທັນທີ.
ຄໍ່າວັນທີ 16 ມິຖຸນາ, ອິດສະລາແອນຢືນຢັນວ່າໄດ້ໂຈມຕີອາຄານໜ່ວຍງານແຜ່ກະຈາຍສຽງຂອງລັດຖະບານອີຣານ. ພາບຂ່າວທີ່ເຜີຍແຜ່ສະແດງໃຫ້ເຫັນວ່າ: ຜູ້ປະກາດຂ່າວຕ້ອງຟ້າວລຸກອອກຈາກບ່ອນນັ່ງຂະນະເກີດເຫດລະເບີດ ໂດຍກອງທັບອິດສະລາແອນໃຫ້ເຫດຜົນວ່າອາຄານດັ່ງກ່າວຖືກໃຊ້ເປັນສູນກາງການສື່ສານຂອງກອງທັບອີຣານ.
ຂະນະດຽວກັນ, ແຫລ່ງຂ່າວເປີດເຜີຍຕໍ່ສໍານັກຂ່າວຣອຍເຕີວ່າ: ລັດຖະບານອີຣານໄດ້ຂໍໃຫ້ໂອມານ, ກາຕາ ແລະ ຊາອຸດິອາຣະບີ ຊ່ວຍກົດດັນປະທານາທິບໍດີ ທຣໍາ ໃຫ້ໃຊ້ອິດທິພົນຕໍ່ນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຂອງອິດສະລາແອນ ເພື່ອໃຫ້ເກີດການຢຸດຍິງໂດຍໄວທີ່ສຸດ ໂດຍອີຣານພ້ອມຈະສະແດງຄວາມຍືດຍຸ່ນໃນການເຈລະຈາບັນຫານິວເຄຼຍເປັນການຕອບແທນ.
ທ່ານ ອັບບາສ ອາຣັກຊີ ລັດຖະມົນຕີຕ່າງປະເທດອີຣານ ກ່າວຜ່ານ X ວ່າ: “ຖ້າປະທານາທິບໍດີ ທຣໍາ ຈິງໃຈເລື່ອງການທູດ ແລະ ຕ້ອງການຢຸດສົງຄາມນີ້ ຂັ້ນຕອນຕໍ່ໄປມີຄວາມສໍາຄັນຢ່າງຍິ່ງ ອິດສະລາແອນຕ້ອງຢຸດການຮຸກຮານ ແລະ ຕາບໃດທີ່ຍັງບໍ່ຢຸດປະຕິບັດການທາງທະຫານ ການຕອບໂຕ້ຂອງເຮົາຈະດໍາເນີນຕໍ່ໄປ ພຽງແຕ່ໂທລະສາຍສາຍດຽວຈາກວໍຊິງຕັນກໍສາມາດປິດປາກຄົນຄືທ່ານ ເນທັນຢາຮູ ໄດ້”.
ເຖິງຢ່າງໃດກໍຕາມ, ຜູ້ນໍາອາເມລິກາ ແລະ ອິດສະລາແອນ ຍັງມີທ່າທີແຮງກະດ້າງ ໂດຍນາຍົກລັດຖະມົນຕີ ເນທັນຢາຮູ ກ່າວວ່າ: ເປົ້າໝາຍຂອງອິດສະລາແອນຄືການກຳຈັດໄພຄຸກຄາມຈາກອາວຸດນິວເຄຼຍ ແລະ ລູກສອນໄຟ. ຂະນະທີ່ປະທານາທິບໍດີ ທຣໍາ ເນັ້ນວ່າ: ທ່ານໄດ້ໃຫ້ເວລາອີຣານ 60 ວັນ ເພື່ອເຮັດຂໍ້ຕົກລົງຢຸດການເພີ່ມປະສິດທິພາບຢູເຣນຽມ, ແຕ່ເສັ້ນຕາຍໄດ້ຜ່ານໄປໂດຍບໍ່ມີຂໍ້ສະຫລຸບໃດໆ.
ຄວາມເສຍຫາຍຈາກການໂຈມຕີໄດ້ຂະຫຍາຍວົງກວ້າງໄປສູ່ໂຄງລ່າງພື້ນຖານສໍາຄັນ ໂດຍທ່ານ ຣາຟາເອລ ກໍຊີ ຜູ້ອໍານວຍການໃຫຍ່ຂອງອົງການພະລັງງານປະລະມານູສາກົນ (IAEA) ລະບຸວ່າ: ມີຄວາມເປັນໄປໄດ້ສູງທີ່ເຄື່ອງໝູນເພີ່ມປະສິດທິພາບຢູເຣນຽມເກືອບ 15,000 ເຄື່ອງຢູ່ໂຮງງານໃນນາທານ ເຊິ່ງເປັນໂຮງງານໃຫຍ່ທີ່ສຸດຂອງອີຣານ ອາດໄດ້ຮັບຄວາມເສຍຫາຍຢ່າງໜັກ ຫລື ຖືກທໍາລາຍທັງໝົດຈາກການໂຈມຕີ. ຂະນະທີ່ໂຮງງານໃນຟໍໂດໄດ້ຮັບຄວາມເສຍຫາຍໃນວົງຈໍາກັດ.
ຜົນກະທົບຈາກສົງຄາມໄດ້ສ້າງການສູນເສຍໃຫຍ່ຫລວງຕໍ່ພົນລະເຮືອນທັງສອງຝ່າຍ. ອີຣານລາຍງານວ່າມີຜູ້ເສຍຊີວິດແລ້ວ 224 ກວ່າຄົນ ສ່ວນຫລາຍເປັນພົນລະເຮືອນ. ຂະນະທີ່ອິດສະລາແອນລະບຸວ່າມີຜູ້ເສຍຊີວິດ 24 ຄົນ ເຊິ່ງເປັນພົນລະເຮືອນທັງໝົດ.
ພາບຈາກໂທລະພາບອີຣານສະແດງໃຫ້ເຫັນອາຄານເປ່ເພເສຍຫາຍ, ລົດທີ່ຖືກໄຟໄໝ້ ແລະ ຖະໜົນທີ່ເຕັມໄປດ້ວຍເສດຊາກໃນນະຄອນຫລວງເຕຫະຣານ, ປະຊາຊົນຈໍານວນຫລາຍພະຍາຍາມຫລົບໜີອອກຈາກເມືອງຫລວງ ທ່າມກາງແຖວຍາວຢຽດເພື່ອເຕີມນໍ້າມັນ ແລະ ຕູ້ ATM ທີ່ບໍ່ມີເງິນເຫລືອຢູ່.
ຢູ່ເບື້ອງອິດສະລາແອນ, ໜ່ວຍກູ້ໄພຍັງເຮັດວຽກແຂ່ງກັບເວລາໃນຊາກຫັກພັງຂອງບ້ານເຮືອນທີ່ຖືກລູກສອນໄຟທໍາລາຍ ໂດຍລັດຖະມົນຕີການເງິນອິດສະລາແອນເປີດເຜີຍວ່າ: ມີປະຊາຊົນເກືອບ 3,000 ຄົນຕ້ອງອົບພະຍົບອອກຈາກເຮືອນ ແລະ ມີອາຄານ 24 ຫລັງທີ່ຕ້ອງຮື້ຖອນ.
ສະຖານະການທີ່ເກີດຂຶ້ນນີ້ຖືເປັນບົດທົດສອບຄັ້ງໃຫຍ່ທີ່ສຸດຕໍ່ລະບອບການປົກຄອງຂອງອີຣານນັບແຕ່ການປະຕິວັດອິດສະລາມປີ 1979 ຫລັງຈາກອີຣານສູນເສຍຜູ້ບັນຊາການທະຫານລະດັບສູງ ແລະ ນັກວິທະຍາສາດນິວເຄຼຍຄົນສໍາຄັນໄປເກືອບທັງໝົດໃນການໂຈມຕີໂດຍອິດສະລາແອນຮອບທໍາອິດ ແລະ ເບິ່ງຄືວ່າຈະສູນເສຍການຄວບຄຸມນ່ານຟ້າຂອງຕົນເອງ. ເຖິງຢ່າງນັ້ນ, ອີຣານຍັງກຽມໂຈມຕີດ້ວຍລູກສອນໄຟຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ເພື່ອຕອບໂຕ້ອິດສະລາແອນຕໍ່ໄປ.

