ທ່ານ ທຣຳ ພິຈາລະນາຫ້າມພົນລະເມືອງເຂົ້າອາເມລິກາ ເພີ່ມຕື່ມ 36 ປະເທດ

ວັນທີ 16 ມິຖຸນາ 2025 ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ອາເມລິກາ ກຳລັງພິຈາລະນາຫ້າມພົນລະເມືອງຈາກ 36 ປະເທດ ເດີນທາງເຂົ້າສະຫະລັດອາເມລິກາ, ເອກະສານທີ່ລົງນາມໂດຍ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາ ລະບຸລາຍຊື່ຂອງປະເທດດັ່ງກ່າວຄື: ອັງໂກລາ, ແອນຕິກແລະບາບູດາ, ເບແນງ, ພູຖານ, ບຣູກິນາຟາໂຊ, ເຄບເວິດ, ກຳປູເຈຍ, ກາເມີຣູນ, ກົດດີວົວ, ສາທາລະນະລັດປະຊາທິປະໄຕກົງໂກ, ຈິບູຕີ, ໂຄມິນິກາ, ເອທິໂອປີ, ອີຢິບ, ກາບົງ, ແກມບີ, ການາ, ຄີກີສະຖານ, ລີບີລີ, ມາລາວີ, ມໍຣິຕານີ, ໄນເຈີ, ນີຈີລີ, ເຊນຄິສແລະເນວິສ, ເຊນລູເຊຍ, ເຊົາຕູເມແລະປຣິນຊິປີ, ເຊເນກັລ, ຊູດັງໃຕ້, ຊີເຣຍ, ຕັງຊານີ, ຕົງກາ, ຕູວາລູ, ອູກັນດາ, ວານູອາຕູ, ຊຳບີ ແລະ ຊິມບັບເວ.
ເອກະສານລະບຸວ່າ: ອາດຈະມີການລະງັບຫ້າມ ພົນລະເມືອງ 36 ປະເທດ ຫລື ບາງສ່ວນ ເຂົ້າປະເທດ ສະຫະລັດອາເມລິກາ ຫາກບໍ່ສາດມາດປະຕິບັດຕາມມາດຕະຖານ ແລະ ຂໍ້ກຳນົດທີ່ກຳນົດໄວ້ພາຍໃນ 60 ວັນ ຊຶ່ງລັດຖະບານຂອງປະເທດນັ້ນໆ ບໍ່ໃຫ້ຄວາມຮ່ວມມືກັບລັດຖະບານອາເມລິກາ ໃນການສະ ແດງເອກະສານທີ່ໜ້າເຊື່ອຖື ອີກທັງໜັງສືເດີນທາງຂອງປະເທດດັ່ງກ່າວຍັງເປັນທີ່ໜ້າສົງໄສເລື່ອງຄວາມປອດໄພດ້ວຍ.
ກ່ອນໜ້ານີ້ ທ່ານ ທຣຳ ໄດ້ສັ່ງຫ້າມພົນລະເມືອງ 12 ປະເທດເຂົ້າສະຫະລັດ ແລະ ຈຳກັດການເດີນທາງບາງສ່ວນຂອງພົນລະເມືອງ 7 ປະເທດ.

