ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ

ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ  ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ, ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ, ປະທານຄະນະກໍາມະການຊາຍແດນຮ່ວມກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງແລະທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມໄດ້ຮ່ວມກັນຮັບຮອງເອົາບົດບັນທຶກຂອງກອງປະຊຸມຄັ້ງທີ 11ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມລາວ-ກຳປູເຈຍແລະກຳປູເຈຍ-ລາວ, ສະບັບລົງວັນທີ 28 ເມສາ2025…

ປກສ ເມືອງປາກງື່ມ ກັກຕົວຊາຍໄວກາງຄົນ ຂໍ້ຫາໃຊ້ລະເບີດຂູ່ລູກລ້ຽງ ແລະ ມີລະເບີດໄວ້ໃນຄອບຄອງ

ປກສ ເມືອງປາກງື່ມ ກັກຕົວຊາຍໄວກາງຄົນ ຂໍ້ຫາໃຊ້ລະເບີດຂູ່ລູກລ້ຽງ ແລະ ມີລະເບີດໄວ້ໃນຄອບຄອງ

ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ລາຍງານວັນທີ 25 ກໍລະກົດ 2025 ວ່າ: ໃນວັນທີ 14 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ນະຄອນຫລວງວຽງຈັນ ພ້ອມດ້ວຍອົງການປົກຄອງບ້ານຊຽງແລທ່າ ໄດ້ຮັບແຈ້ງຄວາມຈາກນາງມະໂນລາ (ຜູ້ເປັນເມຍ) ຜູ້ກໍ່ເຫດ…

ກະຊວງການຕ່າງປະເທດ ລາວ ແລະ ກູບາ ຮັດແໜ້ນການພົວພັນຮ່ວມມື

ກະຊວງການຕ່າງປະເທດ ລາວ ແລະ ກູບາ ຮັດແໜ້ນການພົວພັນຮ່ວມມື

ວັນທີ 25 ກໍລະກົດ 2025 ຢູ່ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ ກູບາ ຄັ້ງທີ 2 ໂດຍການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ…

ໄຊຍະບູລີ ໄດ້ຮັນຜົນກະທົບຈາກພາຍຸວິພາ 7 ເມືອງ ມູນຄ່າເສຍຫາຍບໍ່ຕໍ່າກວ່າ 100 ຕື້ກີບ

ໄຊຍະບູລີ ໄດ້ຮັນຜົນກະທົບຈາກພາຍຸວິພາ 7 ເມືອງ ມູນຄ່າເສຍຫາຍບໍ່ຕໍ່າກວ່າ 100 ຕື້ກີບ

ວັນທີ 25 ກໍລະກົດ 2025 ນີ້, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ໄດ້ລາຍງານຄວາມເສຍຫາຍຈາກໄພພິບັດ ພາຍຸວິພາ ໃນທົ່ວແຂວງໄຊຍະບູລີ ໃນໄລຍະວັນທີ 22-25 ກໍລະກົດ 2025 ວ່າ: ຄວາມເສຍຫາຍ ຈາກພາຍຸວິພາ…

ຈັບຕົວຊາຍໜຸ່ມ ເລາະກໍ່ເຫດລັກຊັບຢູ່ໃນລົດ ທີ່ຈອດໄວ້ແຄມທາງ ຈໍານວນ 21 ຄັ້ງ

ຈັບຕົວຊາຍໜຸ່ມ ເລາະກໍ່ເຫດລັກຊັບຢູ່ໃນລົດ ທີ່ຈອດໄວ້ແຄມທາງ ຈໍານວນ 21 ຄັ້ງ

ໜັງສືພິມຄວາມສະຫງົບ ລາຍງານວ່າ: ວັນທີ 24 ກໍລະກົດ 2025 ເວລາ 16:44 ໂມງເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ເມືອງສີໂຄດຕະບອງ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຈັບຕົວຊາຍໝຸ່ມກໍ່ເຫດລັກຊັບ ຢູ່ບ້ານບຸ່ງພ້າວ ເມືອງທຸລະຄົມ ແຂວງວຽງຈັນ ໄດ້…

ເຈົ້າໜ້າທີ່ເມືອງຕະໂອ້ຍ ກັກຕົວ ແລະ ສຶກສາອົບຮົມ ຊາຍໜຸ່ມ 5 ຄົນ ທີ່ລະເມີດລ່າສັດຫວງຫ້າມ ໂຕຂາແດງ

ເຈົ້າໜ້າທີ່ເມືອງຕະໂອ້ຍ ກັກຕົວ ແລະ ສຶກສາອົບຮົມ ຊາຍໜຸ່ມ 5 ຄົນ ທີ່ລະເມີດລ່າສັດຫວງຫ້າມ ໂຕຂາແດງ

ສື່ມວນຊົນ ເມືອງ ຕະໂອ້ຍ ລາຍງານວ່າ: ວັນທີ 20 ກໍລະກົດ 2025 ໄດ້ມີປະຊາຊົນລ່າສັດປ່າປະເພດຫວງຫ້າມ ຂາແດງ ຈຳນວນ 3 ໂຕໃນນັ້ນເພດຜູ້ 2 ໂຕ, ເພດແມ່ 1 ໂຕ ໂດຍມີບຸກຄົນໂພສ໌ ລົງເຟສບຸກ…

ຮອງເຈົ້າຄອງ ນວ ລົງຕິດຕາມ ແລະ ກວດກາສະພາບຄອງລະບາຍນໍ້າ ຢູ່ ເມືອງ ໄຊເສດຖາ

ຮອງເຈົ້າຄອງ ນວ ລົງຕິດຕາມ ແລະ ກວດກາສະພາບຄອງລະບາຍນໍ້າ ຢູ່ ເມືອງ ໄຊເສດຖາ

ວັນທີ 23 ກໍລະກົດ 2025 ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊຸກຍູ້ ຕິດຕາມ ແລະ ກວດກາສະພາບຄອງລະບາຍນໍ້າ (ຄອງນໍ້າວຽງຈັນ) ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ. ການລົງເຄື່ອນໄຫວກວດກາຄັ້ງນີ້, ມີທັງໝົດ…

ຈັບຕົວຜູ້ຂົນສົ່ງຢາເສບຕິດ ພ້ອມຂອງກາງ ຢາບ້າ 4,160,000 ເມັດ ແລະ ໄອສ໌ 159 ຫໍ່ ໃນລົດຂົນສົ່ງນໍ້າກ້ອນ

ຈັບຕົວຜູ້ຂົນສົ່ງຢາເສບຕິດ ພ້ອມຂອງກາງ ຢາບ້າ 4,160,000 ເມັດ ແລະ ໄອສ໌ 159 ຫໍ່ ໃນລົດຂົນສົ່ງນໍ້າກ້ອນ

ປກສ ແຂວງ ບໍ່ແກ້ວ ລາຍງານວ່າ: ວັນທີ 22 ກໍລະກົດ 2025 ເວລາປະມານ 15:30 ນາທີ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງປາກທາ, ປະຈໍາຢູ່ຈຸດກວດກາຄົກຫລວງ (ຊາຍແດນລະຫວ່າງເມືອງຫ້ວຍຊາຍ ຫາ ເມືອງປາກທາ) ໄດ້ກວດຄົ້ນລົດບັນທຸກ 6…

ນ້ອງຮັກຫັກລ່ຽມໂຫດ ຄາຕະກຳຊີງຊັບ ແຕ່ຫລົບໜີບໍ່ລອດ ຖືກຈັບມາດຳເນີນຄະດີ

ນ້ອງຮັກຫັກລ່ຽມໂຫດ ຄາຕະກຳຊີງຊັບ ແຕ່ຫລົບໜີບໍ່ລອດ ຖືກຈັບມາດຳເນີນຄະດີ

ປກສ ນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 17 ກໍລະກົດ 2025 ຜ່ານມານີ້ ພົບສົບຄົນເສຍຊີວິດ ຖືກຝັງດິນຢູ່ບ້ານສໍາພັນນາ ເມືອງສັງທອງ ນະຄອນຫລວງວຽງຈັນ ຜ່ານການກວດກາສະຖານທີ່ເກີດເຫດ ຈຶ່ງຊາບວ່າ ຜູ້ເສຍຊີວິດ ຊື່ທ້າວ ນຸກອນ ໄຊຍະວົງ ອາຍຸ 48…

ບໍ່ພໍໃຈທີ່ເມຍແຊໂພສ “ຜົວທີ່ບໍ່ຫລິ້ນ ໃຊ້ເວລາກັບຄອບຄົວ …ຜົວດີໆແບບນີ້ຍັງມີຢູ່ບໍ?” ເລີຍລົງມືຄາຕະກຳໝົດຄອບຄົວ

ບໍ່ພໍໃຈທີ່ເມຍແຊໂພສ “ຜົວທີ່ບໍ່ຫລິ້ນ ໃຊ້ເວລາກັບຄອບຄົວ …ຜົວດີໆແບບນີ້ຍັງມີຢູ່ບໍ?” ເລີຍລົງມືຄາຕະກຳໝົດຄອບຄົວ

ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ ຈາກປະຊາຊົນວ່າ: ໄດ້ມີເຫດຄາຕະກໍາ ຢູ່ບ້ານໂຕນໃຕ້ ເມືອງແປກ ແຂວງຊຽງຂວາງ. ດັ່ງນັ້ນ, ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດ, ໃນເບື້ອງຕົ້ນ ພົບເຫັນຜູ້ເສຍຊີວິດ…