ນ້ຳຖ້ວມໃຫຍ່ຢູ່ ສ.ເກົາຫລີ ເສຍຊີວິດແລ້ວ 4 ຄົນ ຫລາຍກວ່າ 5,000 ຄົນຕ້ອງອົບພະຍົບ

ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 5,000 ກວ່າຄົນ ຈາກອຸທົກກະໄພຄັ້ງໃຫຍ່ ເຊິ່ງສ້າງຄວາມເສຍຫາຍເປັນວົງກວ້າງໃຫ້ພື້ນທີ່ຫລາຍແຫ່ງຂອງ ສ.ເກົາຫລີ.
ສໍານັກງານຕອບສະໜອງ ແລະ ຮັບມືໄພພິບັດແຫ່ງຊາດຂອງ ສ.ເກົາຫລີ ລາຍງານວ່າ: ພື້ນທີ່ສ່ວນຫລາຍໃນປະເທດຍັງຜະເຊີນຝົນຕົກໜັກຫລາຍກວ່າປົກກະຕິ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 4 ຄົນ ໃນອາທິດນີ້ ແລະ ປະຊາຊົນອີກ 5,000 ກວ່າຄົນ ຕ້ອງອົບພະຍົບ ໂດຍພື້ນທີ່ປະສົບໄພຮຸນແຮງທີ່ສຸດຄືແຂວງຊຸງຊ໊ອງໃຕ້ ເຊິ່ງຕັ້ງຢູ່ທາງຕາເວັນຕົກຂອງປະເທດ ທີ່ປະລິມານຝົນສະສົມໃນວັນທີ 17 ກໍລະກົດຜ່ານມາ ສ້າງສະຖິຕິສູງສຸດໃນຮອບ 120 ປີ.
ຂະນະທີ່ປະທານາທິບໍດີ ອີ ແຈ-ມາຢອງ ຜູ້ນໍາ ສ.ເກົາຫລີ ເນັ້ນໜັກໃຫ້ໜ່ວຍງານທີ່ກ່ຽວຂ້ອງທຸກແຫ່ງ ມອບການຊ່ວຍເຫລືອຢ່າງເຕັມສ່ວນໃຫ້ປະຊາຊົນໃນພື້ນທີ່ປະສົບໄພ. ພ້ອມໃຫ້ຄໍາໝັ້ນວ່າ: ລັດຖະບານຈະເລັ່ງປັບປຸງມາດຕະການເຕືອນໄພ ແລະ ໃຫ້ການຊ່ວຍເຫລືອປະຊາຊົນໃນຍາມເກີດໄພພິບັດ.
ກົມອຸຕຸນິຍົມວິທະຍາແຫ່ງຊາດ ສ.ເກົາຫລີ ຄາດຄະເນປະລິມານຝົນສະສົມ 100-200 ມິນລີແມັດ ລະຫວ່າງວັນທີ 17-18 ກໍລະກົດ ຢູ່ເມືອງກວາງຈູ, ປູຊານ ແລະ ອຸລຊານ. 50-100 ມິນລີແມັດ ໃນພື້ນທີ່ຕອນກາງຂອງເຂດຊຸງຊ໊ອງ ລະຫວ່າງແຂວງຊຸງຊ໊ອງເໜືອກັບຊຸງຊ໊ອງໃຕ້, ແຂວງຊໍລາເໜືອ, ເມືອງແທກູ ແລະ ແຂວງຢອງຊັງເໜືອ.
ພາກພື້ນຫລາຍແຫ່ງໃນ ສ.ເກົາຫລີ ລວມທັງນະຄອນຫລວງເຊອຸນ ຜະເຊີນນໍ້າຖ້ວມໜັກເປັນປະຫວັດສາດ ໃນປີ 2023 ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 11 ຄົນ.

