ຫວຽດນາມຫວັງຍົກສະຖານະສູ່ຕະຫລາດເກີດໃໝ່ພາຍໃນປີນີ້ ເລັ່ງປະຕິຮູບຕະຫລາດການເງິນ

             ຫວຽດນາມເດີນໜ້າປະຕິຮູບຕະຫລາດການເງິນເພື່ອຍົກລະດັບສະຖານະເປັນຕະຫລາດເກີດໃໝ່ (Emerging Market) ໂດຍຄະນະກໍາມະການເບິ່ງແຍງຫລັກຊັບແຫ່ງລັດຫວຽດນາມ (State Securities Commission) ເປີດເຜີຍວ່າ: ຫວຽດນາມກຽມເປີດຕົວກົນໄກຄົນກາງໃນການຊໍາລະລາຄາ (Central Counterparty Mechanism – CCP) ຢ່າງເປັນທາງການໃນຕົ້ນປີ 2027 ເຊິ່ງເປັນສ່ວນໜຶ່ງຂອງແຜນດຶງດູດນັກລົງທຶນຕ່າງປະເທດ ແລະ ຊຸກຍູ້ໃຫ້ການຍົກສູງສະຖານະຕະຫລາດເກີດຂຶ້ນໄດ້ໄວທີ່ສຸດພາຍໃນປີນີ້.

             ຕາມການປະເມີນຂອງທະນາຄານໂລກນັ້ນ ການປັບສະຖານະເປັນຕະຫລາດເກີດໃໝ່ອາດເຮັດໃຫ້ຫວຽດນາມດຶງດູດເງິນລົງທຶນໄດ້ສູງເຖິງ 5 ພັນລ້ານໂດລາ ເຂົ້າສູ່ຕະຫລາດການເງິນໄດ້ຢ່າງວ່ອງໄວ. ປັດຈຸບັນຫວຽດນາມຍັງຖືກຈັດໃຫ້ຢູ່ໃນກຸ່ມຕະຫລາດຊາຍແດນ (Frontier Market) ແລະ ຢູ່ໃນລາຍຊື່ກຸ່ມພິຈາລະນາປັບສະຖານະຂອງຜູ້ສ້າງດັດຊະນີລະດັບໂລກຄື FTSE Russell ມາແຕ່ປີ 2018 ໂດຍສະຖານະຕະຫລາດຊາຍຂອບຈໍາກັດການລົງທຶນຈາກກອງທຶນ, ນັກລົງທຶນສະຖາບັນ ແລະ ສໍານັກງານຄອບຄົວ (Family Officess) ທີ່ຕ້ອງການລົງທຶນໃນບໍລິສັດຈົດທະບຽນ.

            ລັດຖະບານຫວຽດນາມໄດ້ກໍານົດແຜນງານ 4 ໄລຍະທີ່ຈະດໍາເນີນໄປຈົນຮອດປີ 2027 ເພື່ອຊຸກຍູ້ການຍົກສູງສະຖານະຕະຫລາດ ໂດຍແຜນນີ້ປະກາດຂຶ້ນລະຫວ່າງການຢ້ຽມຢາມນະຄອນຫລວງຮ່າໂນ້ຍຂອງທ່ານ ເຈີຣັລ ໂທເລດາໂນ ຫົວໜ້າຝ່າຍຫຸ້ນ ແລະ ສິນຊັບຫລາຍປະເພດລະດັບໂລກຂອງ FTSE Russell ໂດຍແຜນດັ່ງກ່າວຄວບຄຸມເຖິງການປັບປຸງຂອບກົດໝາຍໃຫ້ສໍາເລັດ ແລະ ການຈັດຕັ້ງບໍລິສັດຍ່ອຍເພື່ອດໍາເນີນງານດ້ານ CCP ພາຍໃຕ້ສູນຮັບຝາກ ແລະ ຊໍາລະລາຄາຫລັກຊັບຫວຽດນາມ.

           ກົນໄກ CCP ຈະມີບົດບາດເປັນຄົນກາງລະຫວ່າງຜູ້ຊື້ ແລະ ຜູ້ຂາຍໃນຕະຫລາດຫຸ້ນ ເພື່ອຮັບປະກັນວ່າການຊື້ຂາຍຈະສົມບູນ ເຖິງວ່າຝ່າຍໃດຝ່າຍໜຶ່ງຜິດນັດຊໍາລະລາຄາ. ທັງນີ້ ຫວຽດນາມໄດ້ທະຍອຍອອກມາດຕະການຮອງຮັບແລ້ວເຊັ່ນ: ລະບົບການຊໍາລະລາຄາແບບໃໝ່ ແລະ ການຍົກເລີກຂໍ້ກໍານົດທີ່ໃຫ້ນັກລົງທຶນຕ່າງປະເທດຕ້ອງວາງເງິນເຕັມຈໍານວນກ່ອນຊື້ຂາຍຫຸ້ນ.

           ທ່ານ ຝາມ ມິງ ຈິງ ນາຍົກລັດຖະມົນຕີຫວຽດນາມ ສະແດງຄວາມກັງວົນວ່າ: FTSE Russell ຈະສະໜັບສະໜູນການປັບສະຖານະຂອງປະເທດ. ຂະນະທີ່ລາຍງານຈາກວອຍອອບຫວຽດນາມ (VOV) ລະບຸວ່າ: ໂທເລດາໂນເນັ້ນເຖິງສະພາບຄ່ອງທີ່ແຂງແຮງຂອງຕະຫລາດການເງິນຫວຽດນາມ ເຊິ່ງສູງກວ່າປະເທດໃກ້ຄຽງຄືໄທ ແລະ ສິງກະໂປ.

          ເຖິງຢ່າງໃດກໍດີ, ຕະຫລາດການເງິນຫວຽດນາມຍັງມີຂະໜາດນ້ອຍເມື່ອທຽບໃສ່ຕະຫລາດອື່ນໆໃນພາກພື້ນ ໂດຍຂໍ້ມູນຈາກ LSEG ລະບຸວ່າ: ໃນມື້ປິດຕະຫລາດ ທີ 18 ກໍລະກົດ ດັດຊະນີຫຸ້ນ VNINDEX ຂອງຫວຽດນາມມີມູນຄ່າຕະຫລາດປະມານ 2.45 ແສນລ້ານໂດລາ. ຂະນະທີ່ດັດຊະນີ SET ຂອງໄທມີມູນຄ່າປະມານ 4.55 ແສນລ້ານໂດລາ ແລະ ດັດຊະນີ STI ຂອງສິງກະໂປມີມູນຄ່າປະມານ 4.90 ແສນລ້ານໂດລາ.