ໄຊຍະບູລີ ໄດ້ຮັນຜົນກະທົບຈາກພາຍຸວິພາ 7 ເມືອງ ມູນຄ່າເສຍຫາຍບໍ່ຕໍ່າກວ່າ 100 ຕື້ກີບ

ວັນທີ 25 ກໍລະກົດ 2025 ນີ້, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ໄດ້ລາຍງານຄວາມເສຍຫາຍຈາກໄພພິບັດ ພາຍຸວິພາ ໃນທົ່ວແຂວງໄຊຍະບູລີ ໃນໄລຍະວັນທີ 22-25 ກໍລະກົດ 2025 ວ່າ:

ຄວາມເສຍຫາຍ ຈາກພາຍຸວິພາ ໃນທົ່ວແຂວງໄຊຍະບູລີ ມີ 7 ເມືອງຄື:

  • ເມືອງໄຊຍະບູລີ: ໄດ້ຮັບຜົນກະທົບທັງໝົດ 40 ບ້ານ, 1,471 ຄອບຄົວ, ເສັ້ນທາງໄດ້ຮັບຜົນເສຍຫາຍ 13 ເສັ້ນ, ຂົວເປເພ 2 ແຫ່ງ, ນໍ້າສ້າງເສຍຫາຍ 163 ແຫ່ງ (ພວມລົງປະເມີນມູນຄ່າເສຍຫາຍ)
  • ເມືອງຄອບ: ໄດ້ຮັບຜົນກະທົບທັງໝົດ 7 ບ້ານ, 342 ຄອບຄົວ, ເສັ້ນທາງໄດ້ຮັບຜົນເສຍຫາຍ 4 ເສັ້ນ ລວມມູນຄ່າເສຍຫາຍ 32,822,600,000 ກີບ.
  • ເມືອງຊຽງຮ່ອນ: ໄດ້ຮັບຜົນກະທົບທັງໝົດ 2 ບ້ານ, 62 ຄອບຄົວ, ເສັ້ນທາງຖືກຕັດຂາດ 2 ເສັ້ນ, ຂົວເປເພ 2 ແຫ່ງ, ຊົນລະປະທານເສຍຫາຍ 3 ແຫ່ງ ລວມມູນຄ່າເສຍຫາຍ 581,000,000 ກີບ.
  • ເມືອງເງິນ: ໄດ້ຮັບຜົນກະທົບທັງໝົດ 8 ບ້ານ, 201 ຄອບຄົວ, ເສັ້ນທາງໄດ້ຮັບຜົນເສຍຫາຍຫລາຍເສັ້ນ, ຂົວເປ່ເພ 2 ແຫ່ງ, ເຂດທໍາການຜະລິດເສຍຫາຍ 85 ເຮັກຕາ ລວມມູນຄ່າເສຍຫາຍ 25,454,278,562 ກີບ.
  • ເມືອງຫົງສາ: ໄດ້ຮັບຜົນກະທົບທັງໝົດ 4 ບ້ານ, ເສັ້ນທາງຖືກຕັດຂາດ 8 ເສັ້ນ, ລະບົບຫົວງານນໍ້າປະປາ 3 ຫົວງານ ລວມມູນຄ່າເສຍຫາຍ 8,720,162,000 ກີບ.
  • ເມືອງພຽງ: ໄດ້ຮັບຜົນກະທົບທັງໝົດ 22 ບ້ານ, 892 ຄອບຄົວ, ເນື້ອທີ່ທໍາການຜະລິດເສຍຫາຍ 656.25 ເຮັກຕາ (ພວມລົງປະເມີນມູນຄ່າເສຍຫາຍ)
  • ເມືອງໄຊສະຖານ: ເສັ້ນທາງໄດ້ຮັບຜົນກະທົບ ເສຍຫາຍ 10 ເສັ້ນ ມູນຄ່າເສຍຫາຍ 13,677,200,000 ກີບ.

ການແກ້ໄຂເບື້ອງຕົ້ນ ຈະໄດ້ບັນເທົາທຸກ ເປັນປະເພດເຄື່ອງນຸ່ງ-ຫົ່ມ, ເຄື່ອງຄົວເຮືອນ, ເຂົ້າສານ-ອາຫານແຫ້ງ ແລະ ນໍ້າດື່ມ, ຈະໄດ້ປຸກລະດົມພາຫະນະກົນຈັກ, ລົດສີດນໍ້າ ຂອງພາກສ່ວນທຸລະກິດພາຍໃນແຂວງ ເພື່ອແກ້ໄຂການສັນຈອນ, ເອົາຂີ້ຕົມອອກຈາກເສັ້ນທາງ, ສີດນໍ້າອານາໄມຫົນທາງ ຈົນກັບຄືນສູ່ປົກກະຕິ ສ້ອມແປງລະບົບໄຟຟ້າ, ນໍ້າປະປາທີ່ຖືກເສຍຫາຍ ໃຫ້ກັບມານຳໃຊ້ໄດ້ໝົດທຸກບ້ານ.

ທີ່ມາ: News.XBL