ເຈົ້າໜ້າທີ່ເມືອງຕະໂອ້ຍ ກັກຕົວ ແລະ ສຶກສາອົບຮົມ ຊາຍໜຸ່ມ 5 ຄົນ ທີ່ລະເມີດລ່າສັດຫວງຫ້າມ ໂຕຂາແດງ

ສື່ມວນຊົນ ເມືອງ ຕະໂອ້ຍ ລາຍງານວ່າ: ວັນທີ 20 ກໍລະກົດ 2025 ໄດ້ມີປະຊາຊົນລ່າສັດປ່າປະເພດຫວງຫ້າມ ຂາແດງ ຈຳນວນ 3 ໂຕໃນນັ້ນເພດຜູ້ 2 ໂຕ, ເພດແມ່ 1 ໂຕ ໂດຍມີບຸກຄົນໂພສ໌ ລົງເຟສບຸກ ສ່ວນຕົວຄັ້ງວັນທີ 21 ກໍລະກົດ 2025. ສະນັ້ນ, ທາງພະແນກກະສິກໍາ ແລະ ປ່າໄມ້ແຂວງສາລະວັນໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງ ລົງສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຕະໂອ້ຍ ລົງເກັບກຳຂໍ້ມູນຕົວຈິງ.
ຈາກການລົງເກັບກຳຂໍ້ມູນຕົວຈິງ ສາມາດຮູ້ໄດ້ວ່າ ສັດປ່າດັ່ງກ່າວແມ່ນຖືກລ່າຢູ່ເຂດປ່າສະຫງວນອຸທະຍານແຫ່ງຊາດ ເຊຊັບ ເມືອງຕະໂອ້ຍ ແຂວງສາລະວັນ ເຊິ່ງແມ່ນປະຊາຊົນ ບ້ານປີໂກະ ຈໍານວນ 5 ຄົນ ເປັນຜູ້ລ່າສັດດັ່ງກ່າວ. ດັ່ງນັ້ນ, ຈຶ່ງໄດ້ກົກຕົວພວກກ່ຽວ 5 ຄົນມາໄວ້ທີ່ ກອງບັນຊາການ ປກສ ເມືອງຕະໂອ້ຍຕາມລະບຽບກົດໝາຍ.

ຜ່ານການສອບສວນ ພວກກ່ຽວໃຫ້ການເປັນສຽງດຽວກັນວ່າ: ວັນທີ 19 ກໍລະກົດ 2025 ພວກຕົນໄປໄລ່ລີງທີ່ກິນໝາກສາລີຢູ່ໄຮ່ ພ້ອມທັງຖືອາວຸດປະເພດປືນແກ໋ບ 1 ກະບອກ, ພາຍຫລັງໄປຮອດໄຮ່ ໄດ້ພົບ ຝູງລີງຈໍານວນຫລາຍໂຕເຂົ້າມາກິນສາລີ ພວກຕົນເອງຈິ່ງໄລ່ຍິງ ແຕ່ຍິງບໍ່ຖືກ. ຝູງລີງຕົກໃຈໜີຂື້ນໄປພູ ພວກຕົນກໍໄດ້ນຳໄປປະມານ 1 ກິໂລແມັດ ແຕ່ກໍບໍ່ເຫັນຝູງລີງດັ່ງກ່າວ, ແຕ່ໄປພົບຝູງຂາແດງ ປະມານ 40 ຫາ 50 ໂຕ ກຳລັງກິນໝາກໄຮ ຈິງໄດ້ລົງມືຍິງຄັ້ງທໍາອິດຖືກເພດແມ່ 1 ໂຕ. ຈາກນັ້ນ, ຝູງຂາແດງໄດ້ປົບໝີ ພວກຕົນກໍໄດ້ນຳໄປປະມານ 100 ແມັດ ຈິ່ງ ຍິງໄດ້ຕື່ມອີກຈໍານວນ 2 ໂຕ ລວມເປັນສາມໂຕ. ຫລັງຈາກນັ້ນກໍ ເອົາ ຂາແດງມາຂາຍ ດັ່ງທີ່ປະກົດເຫັນໃນສື່ສັງຄົມອ່ອນລາຍ ແລະ ໄດ້ນໍາເອົາເງິນທີ່ຂາຍໄດ້ນັ້ນມາແບ່ງປັນກັນ ເພື່ອຊື້ເຂົ້າກິນ.
ຜ່ານການສືບສວນ-ສອບສວນ ເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ ເຫັນວ່າ: ພວກກ່ຽວແມ່ນລະເມີດຕໍ່ກົດໝາຍວ່າດ້ວຍ ສັດປ່າ ( ສະບັບປັບປຸງ ) ສະບັບເລກທີ 42/ສພຊ, ລົງວັນທີ 17 ກໍລະກົດ 2023 ມາດຕາ 61: ຂໍ້ຫ້າມທົ່ວໄປ ຂໍ້ 3 ແລະ ປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017 ມາດຕາ 331 ການລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍ.
ທີ່ມາ: ເມືອງຕະໂອ້ຍ

