ປກສ ເມືອງປາກງື່ມ ກັກຕົວຊາຍໄວກາງຄົນ ຂໍ້ຫາໃຊ້ລະເບີດຂູ່ລູກລ້ຽງ ແລະ ມີລະເບີດໄວ້ໃນຄອບຄອງ

ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ລາຍງານວັນທີ 25 ກໍລະກົດ 2025 ວ່າ: ໃນວັນທີ 14 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ນະຄອນຫລວງວຽງຈັນ ພ້ອມດ້ວຍອົງການປົກຄອງບ້ານຊຽງແລທ່າ ໄດ້ຮັບແຈ້ງຄວາມຈາກນາງມະໂນລາ (ຜູ້ເປັນເມຍ) ຜູ້ກໍ່ເຫດ ວ່າ: ຜົວຂອງຜູ້ກ່ຽວຊື່ທ້າວ ແສງແກ້ວ ອາຍຸ 38 ປີ ອາຊີບກໍາມະກອນ ປັດຈຸບັນຢູ່ບ້ານຊຽງແລທ່າ ເມືອງປາກງື່ມ ໄດ້ຜິດຖຽງກັບລູກລ້ຽງ ເຊິ່ງເປັນລູກຕິດເມຍ, ຜູ້ກ່ຽວໄດ້ເອົາລະເບີດອອກມາຂົ່ມຂູ່ລູກ.

ມາຮອດວັນທີ 20 ມິຖຸນາ 2025 ເຈົ້າໜ້າທີ່ ຈຶ່ງໄດ້ເຊີນຕົວທ້າວແສງແກ້ວ ມາສອບສວນ ເອົາຄໍາໃຫ້ການ ເຫັນວ່າຜູ້ກ່ຽວໄດ້ຜິດຖຽງກັບລູກລ້ຽງແທ້ ແລະ ໄດ້ໃຊ້ລະເບີດມາຂົ່ມຂູ່ແທ້ ພາຍຫລັງຂົ່ມຂູ່ລູກແລ້ວ ຕົນເອງໄດ້ເອົາໄປຊຸເຊື່ອງໄວ້ບ່ອນເຮັດວຽກ ຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ. ຫລັງຈາກນັ້ນ, ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ຈຶ່ງໄດ້ພາຕົວຜູ້ກ່ຽວ ໄປຊີ້ຈຸດ ແລະ ເກັບກູ້ລະເບີດດັ່ງກ່າວນັ້ນມາເກັບຮັກສາໄວ້ກອງບັນຊາການ ປກສ ເມືອງປາກງື່ມ.

ຜ່ານການສອບສວນທ້າວແສງແກ້ວ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ລະເບີດດັ່ງກ່າວແມ່ນໄດ້ມາຈາກໝູ່ ທີ່ເປັນພະນັກງານທະຫານ ປັດຈຸບັນ, ທາງເຈົ້າໜ້າທີ່ກໍາລັງເກັບກໍາຂໍ້ມູນ ແລະ ໄດ້ກັກຕົວຜູ້ກ່ຽວໃນຂໍ້ຫາມີອາວຸດເສິກໄວ້ໃນຄອບຄອງ ເພື່ອດຳເນີນຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ