ຮອງເຈົ້າຄອງ ນວ ລົງຕິດຕາມ ແລະ ກວດກາສະພາບຄອງລະບາຍນໍ້າ ຢູ່ ເມືອງ ໄຊເສດຖາ

ວັນທີ 23 ກໍລະກົດ 2025 ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊຸກຍູ້ ຕິດຕາມ ແລະ ກວດກາສະພາບຄອງລະບາຍນໍ້າ (ຄອງນໍ້າວຽງຈັນ) ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

ການລົງເຄື່ອນໄຫວກວດກາຄັ້ງນີ້, ມີທັງໝົດ 5 ຈຸດຄື :

  • ຈຸດທີ 1 ລົງກວດກາ ຄອງນໍ້າ ຂ້າງສູນການຄ້າອາຊຽນມໍ
  • ຈຸດທີ 2 ແມ່ນຈຸດຂົວບ້ານ ຫົວຂົວ
  • ຈຸດທີ 3 ຂົວບ້ານ ໄຮ່ຄໍາ
  • ຈຸດທີ 4 ຂົວເສັ້ນ ທາງ 450 ປີ
  • ຈຸດທີ 5 ແມ່ນຂົວບ້ານ ຈອມສີ

ຜ່ານການລົງຕິດຕາມ ແລະ ກວດກາຕົວຈິງເຫັນວ່າ ບາງຈຸດມີກອງຂີ້ດິນກີດຂວາງການໄຫລຂອງນໍ້າ, ຫລາຍຈຸດມີຜັກຕົບ ແລະ ຂີ້ເຫຍື້ອເປັນຈໍານວນຫລາຍ.

ທ່ານ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ ໄດ້ມີຄໍາເຫັນຊີ້ນໍາ ໂດຍມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ສົມທົບກັບ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ແລະ ອົງການປົກຄອງເມືອງໄຊເສດຖາ ໃຫ້ຮີບຮ້ອນຂຶ້ນແຜນອະນາໄມລວງຄອງ ໂດຍສະເພາະໃຫ້ນໍາເອົາຜັກຕົບ ແລະ ສິ່ງກີດຂວາງອອກຈາກໜ້ານໍ້າໂດຍໄວ. ພ້ອມນີ້, ໃຫ້ປຸກລະດົມການມີສ່ວນ ຮ່ວມຂອງພາກທຸລະກິດ, ຫ້າງຮ້ານ, ບໍລິສັດ ແລະ ປະຊາຊົນ ທີ່ຢູ່ລຽບຕາມຄອງລະບາຍນໍ້າດັ່ງກ່າວ ໃຫ້ມີສ່ວນຮ່ວມໃນການເຮັດອະນາໄມເພື່ອເຮັດໃຫ້ນໍ້າໄຫລສະດວກດີຂຶ້ນທັງເປັນການປ້ອງກັນບໍ່ໃຫ້ນໍ້າຖ້ວມຂັງໃນລະດູຝົນ.

ທີ່ມາ: ໜັງສືພິມວຽງຈັນໃໝ່