ຫວຽດນາມອອກຄໍາສັ່ງເລັ່ງຄວບຄຸມພະຍາດອະຫິວາໃນໝູລະບາດ

          ທ່ານ ຝາມ ມິງ ຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ອອກຄໍາສັ່ງໃຫ້ທຸກຝ່າຍຮ່ວມມື ແລະ ປະສານງານກັນຢ່າງເຕັມທີ່ ເພື່ອຄວບຄຸມສະຖານະການພະຍາດອະຫິວາໃນໝ (ASF) ທີ່ກໍາລັງລະບາດໜັກ.

           ຂໍ້ມູນຈາກກະຊວງກະສິກໍາ ແລະ ສິ່ງແວດລ້ອມຂອງຫວຽດນາມ ລະບຸວ່າ: ນັບແຕ່ຕົ້ນປີ 2025 ມີການລະບາດຂອງພະຍາດ ASF ແລ້ວ 514 ກວ່າຄັ້ງ ໃນ 28 ແຂວງ ຈາກທັງໝົດ 34 ແຂວງ ເຮັດໃຫ້ໝູທົ່ວປະເທດເສຍຊີວິດ ຫລື ຖືກກໍາຈັດແລ້ວ 30,000 ກວ່າໂຕ.

            ສໍານັກຂ່າວຊິນຮົວລາຍງານວ່າ: ຄໍາສັ່ງດັ່ງກ່າວເນັ້ນໃຫ້ໜ່ວຍງານທ້ອງຖິ່ນເລັ່ງກວດຫາ ແລະ ກໍາຈັດແຫລ່ງລະບາດທັນທີ, ບັງຄັບໃຊ້ມາດຕະການກໍາຈັດໝູຢ່າງເຂັ້ມງວດ ແລະ ລົງໂທດການຄ້າໝູຜິດກົດໝາຍ ລວມທັງການຖິ້ມຊາກໝູທີ່ອາດເປັນຕົ້ນຕໍແຜ່ເຊື້ອໄວຣັສ.

           ໜ່ວຍງານສັດຕະວະແພດຈະຕ້ອງໃຫ້ຄໍາແນະນໍາຕໍ່ຊາວກະສິກອນ, ຂະຫຍາຍເຂດປອດໄພ ແລະ ລາຍງານການລະບາດທັນທີ. ຂະນະດຽວກັນ, ກະຊວງມີໜ້າທີ່ຈັດຫາງົບປະມານ, ກວດສອບ, ບັງຄັບໃຊ້ກົດໝາຍຕໍ່ຕ້ານການລັກລອບນໍາເຂົ້າ, ສ້າງຄວາມເຂົ້າໃຈໃຫ້ປະຊາຊົນຮູ້ວິທີປ້ອງກັນພະຍາດ ASF ຢ່າງທົ່ວເຖິງ.