ອາຊຽນຫາລືການຄຸ້ມຄອງຈະລາຈອນທາງອາກາດຄັ້ງທີ 2
ໃນວັນທີ 6 ມີນານີ້, ໄດ້ມີກອງປະຊຸມຄະນະວາງແຜນຍຸດທະສາດວຽກງານຄຸ້ມຄອງການຈະລາຈອນທາງອາກາດອາຊຽນຄັ້ງທີ 2 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນ ແລະ ບັນດາຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ, ເພື່ອຫາລືກ່ຽວກັບການຮ່າງແຜນແມ່ບົດວຽກງານການຄຸ້ມຄອງການຈະລາຈອນທາງອາກາດອາຊຽນ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນຍຸດທະສາດຂອງອົງການການບິນພົນລະເຮືອນສາກົນ ກໍຄືແຜນການຈັດຕັ້ງປະຕິບັດຂອງຂົງເຂດ ອາຊີ-ປາຊີຟິກໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ, ສົ່ງເສີມວິໃສທັດໃນການຫັນເປັນນ່ານຟ້າໜຶ່ງດຽວຂອງອາຊຽນ…
