ຈັບຕົວຊາຍໜຸ່ມ ເລາະກໍ່ເຫດລັກຊັບຢູ່ໃນລົດ ທີ່ຈອດໄວ້ແຄມທາງ ຈໍານວນ 21 ຄັ້ງ

ໜັງສືພິມຄວາມສະຫງົບ ລາຍງານວ່າ: ວັນທີ 24 ກໍລະກົດ 2025 ເວລາ 16:44 ໂມງເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ເມືອງສີໂຄດຕະບອງ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຈັບຕົວຊາຍໝຸ່ມກໍ່ເຫດລັກຊັບ ຢູ່ບ້ານບຸ່ງພ້າວ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ 1 ຄົນ, ຊື່ທ້າວພອນສະຫວັນ ຫລື ໂຕ້ ອາຍຸ 28 ປີ ປັດຈຸບັນຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ພ້ອມເຄື່ອງຂອງກາງຈຳນວນຫລາຍລາຍການ ແລະ ພາຫະນະນໍາໃຊ້ໃນການກໍ່ເຫດ.
ຜ່ານການສືບສວນສອບສວນ ທ້າວໂຕ້ ສາລະພາບຕໍ່ເຈົ້າໜ້າທີ່ວ່າ : ໃນຊ່ວງປີ 2024 ຫາ 2025 ໄດ້ເຄື່ອນໄຫວລັກຊັບຢູ່ໃນນະຄອນຫລວງວຽງຈັນທັງໝົດ 21 ຄັ້ງ, ໂດຍນໍາໃຊ້ພາຫະນະກໍ່ເຫດຄື: ລົດຈັກຍີ່ຫໍ້ PCX ສີຂາວ ປ້າຍທະບຽນ ທທ 2499 ກໍາແພງນະຄອນ ແລະ ລົດຈັກຍີ່ຫໍ້ X-MAX ສີດໍາ ປ້າຍທະບຽນ ດຫ 4131 ກໍາແພງນະຄອນ ເພື່ອຂັບຂີ່ໄປລັກເອົາເຄື່ອງຂອງ, ຊັບສິນເງິນ-ຄໍາ ແລະ ວັດຖຸທີ່ມີຄ່າ ຢູ່ໃນລົດໃຫຍ່ຂອງຜູ້ຄົນທີ່ຈອດໄວ້ແຄມທາງ ແລ້ວລົງໄປຊື້ເຄື່ອງ.

ໃນນັ້ນ, ເຈົ້າໜ້າທີ່ໄດ້ເກັບກູ້ເຄື່ອງຂອງກາງ, ພາຫະນະນໍາໃຊ້ ເຂົ້າໃນການກະທໍາຜິດມີຄື:
- ໂທລະສັບໄອໂຟນ 2 ໜ່ວຍ ແລະ ໂທລະສັບຊໍາຊຸງ 1 ໜ່ວຍ
- ສາຍຄໍສີເຫລືອງຄ້າຍຄືຄໍາ 1 ເສັ້ນ, ສາຍແຂນສີເຫລືອງຄ້າຍຄືຄໍາ 1 ເສັ້ນ ແລະ ຕຸ້ມຫູ 1 ຄູ່
- ລົດຈິບຍີ່ຫໍ້ : ຮຸນໄດວີແລັດເຕີ່ ສີແດງ ເລກທະບຽນ ກວ 3637 ກໍາແພງນະຄອນ 1 ຄັນ
- ຜົງສີຂາວບໍ່ຮູ້ນໍ້າໜັກໃນຖົງຢາງນ້ອຍ 1 ຖົງ
- ລູກກະແຈລົດໃຫຍ່ 14 ລູກ
- ຢາບ້າຈໍານວນ 1 ເມັດ
- ກະເປົາຫິ້ວ ແລະ ກະເປົາພາຍ 56 ໜ່ວຍ
- ໝວກກັນນັອກ 3 ໜ່ວຍ (ໃສ່ນໍາໃຊ້ກໍ່ເຫດ)
- ເສື້ອກັນລົມ ແລະ ເສື້ອວອມແຂນຍາວ 6 ຜືນ (ນຸ່ງນໍາໃຊ້ກໍ່ເຫດ)
- ອຸປະກອນນິລະໄພ 1 ອັນ
- ລູກປືນອັດລົມ 39 ລູກ
- ປ້າຍທະບຽນລົດຈັກ ທທ 2499 ກໍາແພງນະຄອນ ແລະ ທທ 2346 ກໍາແພງນະຄອນ 2 ປ້າຍ
- ລົດຈັກຮອນດ້າ PCX ສີຂາວ ຕິດປ້າຍທະບຽນ ດຫ 4131 ຈໍານວນ 1 ຄັນ (ລົດນໍາໃຊ້ກໍ່ເຫດ)
- ໂທລະສັບມືຖື ແລະ ໂນດບຸກຈໍານວນໜື່ງ (ສະພາບເປ່ເພໃຊ້ການບໍ່ໄດ້).
ຕໍ່ກັບເປົ້າໝາຍດັ່ງກ່າວ, ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງ ສີໂຄດຕະບອງ ຍັງຈະສືບຕໍ່ສືບສວນ-ສອບສວນ ຂະຫຍາຍຜົນໃນຄັ້ງຕໍ່ໄປ ເພື່ອຊອກຫາແຮງຈູງໃຈໃນການກໍ່ເຫດ, ຊອກຫາກຸ່ມແກ້ງ ແລະ ນໍາຊອກຈັບມາດໍາເນີນຄະດີຕາມລະບຽບກົດໝາຍ.
ທີ່ມາ: ຄວາມສະຫງົບ

