ນາຍົກລັດຖະມົນຕີ  ເຄື່ອນໄຫວຢ້ຽມຢາມ ປະຊາຊົນຖືກຜົນກະທົບຈາກນໍ້າຖ້ວມ ຢູ່ເມືອງຊຽງຮ່ອນ ໄຊຍະບູລີ

ນາຍົກລັດຖະມົນຕີ  ເຄື່ອນໄຫວຢ້ຽມຢາມ ປະຊາຊົນຖືກຜົນກະທົບຈາກນໍ້າຖ້ວມ ຢູ່ເມືອງຊຽງຮ່ອນ ໄຊຍະບູລີ

ຂ່າວແຂວງໄຊຍະບູລີ ລາຍງານວ່າ: ວັນທີ 30 ກໍລະກົດ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ອມຄະນະເຄື່ອນໄຫວຢ້ຽມຢາມເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ, ມີ ທ່ານ ພົງສະຫວັນ ສິດທະວົງ…

ເປີດນໍາໃຊ້ຢ່າງເປັນທາງການ ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດິຈິຕອນ

ເປີດນໍາໃຊ້ຢ່າງເປັນທາງການ ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດິຈິຕອນ

ໜັງສືພິມຄວາມສະຫງົບລາຍງານວ່າ: ວັນທີ 30 ກໍລະກົດ 2025 ກະຊວງປ້ອງກັນຄວາມສະຫງົບ ເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດິຈິຕອນ ຢ່າງເປັນທາງການ ໂດຍ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ…

ສົກຮຽນ 2024-2025 ນະຄອນຫລວງວຽງຈັນ ມີນັກຮຽນຊັ້ນ ມ7 ເສັງໄດ້ໃບປະກາດແດງ 79 ຄົນ

ສົກຮຽນ 2024-2025 ນະຄອນຫລວງວຽງຈັນ ມີນັກຮຽນຊັ້ນ ມ7 ເສັງໄດ້ໃບປະກາດແດງ 79 ຄົນ

ວັນທີ 30 ກໍລະກົດ 2025 ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ (ນວ) ໄດ້ລາຍງານການສອບເສັງຈົບຊັ້ນສາຍສາມັນສຶກສາ ມ4 ແລະ ມ7 ປະຈຳສົກຮຽນ 2024-2025 ວ່າ: ພ້ອມນີ້,…

ນະຄອນຫລວງພະບາງ ຈະຈັດງານບຸນຊ່ວງເຮືອ ວັນທີ 14-23 ສິງຫາ 2025

ນະຄອນຫລວງພະບາງ ຈະຈັດງານບຸນຊ່ວງເຮືອ ວັນທີ 14-23 ສິງຫາ 2025

ວັນທີ 30 ກໍລະກົດ 2025 ທ່ານ ສະເຫວີຍ ສີລາວັນ ຮັກສາການປະທານອົງການປົກຄອງ ນະຄອນຫລວງພະບາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບ ການຈັດບຸນຫໍ່ເຂົ້າປະດັບດິນ ຫລື ບຸນຊ່ວງເຮືອເດືອນເກົ້າ ທີ່ຍຶ່ງນ້ຳຄານ ນະຄອນຫລວງພະບາງ ປີ2025 ວ່າ: ບຸນຫໍ່ເຂົ້າປະດັບດິນປີນີ້ ຈະໄດ້ຈັດຂຶ້ນວັນທີ…

ສປປ ລາວ ຖະແຫລງຂ່າວການຮັບຮອງເອົາ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍຣະດົກໂລກທາງທຳມະຊາດ

ສປປ ລາວ ຖະແຫລງຂ່າວການຮັບຮອງເອົາ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍຣະດົກໂລກທາງທຳມະຊາດ

ພິທີຖະແຫຼງຂ່າວຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນກັບອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2025 ທີ່ສະໂມສອນແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ…

ບ້ານພຽງຫົ່ງ ເມືອງໜອງແຮດເສຍຫາຍ ຫລາຍກວ່າ 40 ຕື້ກີບ

ບ້ານພຽງຫົ່ງ ເມືອງໜອງແຮດເສຍຫາຍ ຫລາຍກວ່າ 40 ຕື້ກີບ

ທ່ານ ວຽງໄຊ ສີວິໄລ ຮອງປະທານສະພາປະຊາຊົນແຂວງຊຽງຂວາງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ເມືອງ ແລະ ປກຊ ລົງກວດກາພື້ນທີ່ຕົວຈິງ ເພື່ອປະເມີນຜົນເສຍຫາຍຈາກໄພພິບັດນ້ຳຖ້ວມ ຢູ່ບ້ານພຽງຫົ່ງ ເມືອງໜອງແຮດ ແຂວງຊຽງຂວາງ ໃນລະຫ່ວາງວັນທີ 27-28 ກໍລະກົດ 2025. ທ່ານ ທອງບົວ…

ຈະລາຈອນ ເມືອງບາຈຽງຈະເລີນສຸກ ສຶກສາອົບຮົມກຸ່ມໄວໜຸ່ມ 10 ຄົນ ຂີ່ລົດສຽງດັງ

ຈະລາຈອນ ເມືອງບາຈຽງຈະເລີນສຸກ ສຶກສາອົບຮົມກຸ່ມໄວໜຸ່ມ 10 ຄົນ ຂີ່ລົດສຽງດັງ

ຂ່າວກອງບັນຊາການ ປກສ ແຂວງຈຳປາສັກ ລາຍງານວ່າ: ວັນທີ 25 ກໍລະກົດ 2025 ຜ່ານມາ ທ່ານ ພັຕ ພອນສະຫວັນ ລິນສາລີ ຮອງພະແນກຕຳຫຼວດ ປກສ ເມືອງບາຈຽງຈະເລີນສຸກ, ພ້ອມດ້ວຍພະນັກງານວິຊາສະເພາະ ໄດ້ສຶກສາອົບຮົມໄວໜຸ່ມ 10 ຄົນທີ່…

ທົ່ວປະເທດໄດ້ຮັບຜົນກະທົບຈາກພາຍຸວິພາ 34 ເມືອງ, ເສຍຊີວິດ 4 ຄົນ ແລະ ສູນຫາຍ 4 ຄົນ

ທົ່ວປະເທດໄດ້ຮັບຜົນກະທົບຈາກພາຍຸວິພາ 34 ເມືອງ, ເສຍຊີວິດ 4 ຄົນ ແລະ ສູນຫາຍ 4 ຄົນ

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸວິພາ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູງກາງ, ມີລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ຈາກບັນດາກະຊວງ…

ສະເຫຼີມສະຫຼອງຄົບຮອບ 58 ປີ ການສ້າງຕັ້ງອາຊຽນ ແລະ ຄົບຮອບ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສະເຫຼີມສະຫຼອງຄົບຮອບ 58 ປີ ການສ້າງຕັ້ງອາຊຽນ ແລະ ຄົບຮອບ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ຕອນເຊົ້າວັນທີ 28 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967-8 ສິງຫາ 2025) ແລະ ວັນຄົບຮອບ…

ການນຳເມືອງມຸນລະປາໂມກ ລົງເຄືອນໄຫວຕິດຕາມ, ຊຸກຍູ້ວຽກງານ ປກຊ-ປກສ ຢູ່ເຂດຊາຍແດນ ລາວ-ກຳປູເຈຍ -ໄທ

ການນຳເມືອງມຸນລະປາໂມກ ລົງເຄືອນໄຫວຕິດຕາມ, ຊຸກຍູ້ວຽກງານ ປກຊ-ປກສ ຢູ່ເຂດຊາຍແດນ ລາວ-ກຳປູເຈຍ -ໄທ

ໜັງສືພິມຈຳປາໃໝ່ລາຍງານວ່າ: ວັນທີ 26 ກໍລະກົດ 2025 ຜ່ານມານີ ສະຫາຍ ວັນນະສັກ ຊາດຕະກຸນ ເລຂາພັກເມືອງ ຫົວໜ້າຄະນະກຳມະການ ປກຊ-ປກສ ເມືອງມຸນລະປາໂມກ ພ້ອມດ້ວຍ ທ່ານຮອງຄະນະກຳມະການປົກຄອງເມືອງ, ຫົວໜ້າຄະນະຫັນລົງກໍ່ສ້າງຮາກຖານແຂວງຈຳປາສັກ ຊຸກຍູ້ຂະບວນການວຽກງານຮອບດ້ານຢູ່ເມືອງມຸນລະປາໂມກ ໄດ້ລົງເຄື່ອນ ໄຫວຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກສ້າງຄວາມເຂັ້ມແຂງ…