ກະຊວງການຕ່າງປະເທດ ລາວ ແລະ ກູບາ ຮັດແໜ້ນການພົວພັນຮ່ວມມື

ວັນທີ 25 ກໍລະກົດ 2025 ຢູ່ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ ກູບາ ຄັ້ງທີ 2 ໂດຍການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຮຣາຣໂດ ເປຫຍາເວນຣ ປໍຣຕັນ (Gerardo Peñalver Portal) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ກູບາ ໃນໂອກາດນໍາພາຄະນະເດີນທາງມາຢ້ຽມຢາມເຮັດວຽກທີ່ ສປປ ລາວ.
ໃນກອງປະຊຸມ ທ່ານ ໄມທອງ ທໍາມະວົງສາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງຄະນະຜູ້ແທນກູບາ ຊຶ່ງເປັນການຢ້ຽມຢາມທີ່ມີຄວາມໝາຍຄວາມສໍາຄັນ ປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວ ພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ກູບາ ໃຫ້ນັບມື້ໜັກແໜ້ນຍິ່ງໆຂຶ້ນ. ຂະນະດຽວກັນ, ສະຫາຍ ເຮຣາຣໂດ ເປຫຍາເວນຣ ປໍຣຕັນ ກໍໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນດັ່ງກ່າວ.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ກອງປະຊຸມປຶກສາຫາລືທາງດ້ານການເມືອງຄັ້ງນີ້ ຊຶ່ງຖືວ່າເປັນນິມິດໝາຍອັນດີໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ ແລະ ກູບາ, ທັງເປັນການສົ່ງເສີມຄວາມເຂົ້າອົກເຂົ້າໃຈ, ແລກປ່ຽນຂໍ້ມູນຂ່າວສານ, ທັດສະນະເຊິ່ງກັນ ແລະ ກັນ, ຮ່ວມກັນຕີລາຄາຄືນການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ເພື່ອຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ການກໍານົດທິດທາງການຮ່ວມມືກັນໃນຕໍ່ໜ້າ ລະຫວ່າງ ສອງປະເທດ ໂດຍສະເພາະ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ກູບາ ໃຫ້ກ້າວເຂົ້າສູ່ລວງເລິກ.

ສອງຝ່າຍ ໄດ້ຢໍ້າຄືນຄວາມໝາຍຄວາມສໍາຄັນຂອງການພົວພັນຮ່ວມມືຂອງສອງປະເທດ ທີ່ເປັນມູນເຊື້ອມາແຕ່ດົນນານ ບົນພື້ນ ຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ແລະ ການຮ່ວມມືໃນຂະແໜງການອື່ນໆ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເຊັ່ນ: ດ້ານເສດຖະກິດ, ສາທາລະນະສຸກ, ການສຶກສາ ແລະ ກິລາ, ກະສິກໍາ, ວັດທະນະທໍາ-ສັງຄົມ ແລະ ດ້ານ ອື່ນໆ.
ພ້ອມນີ້, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ກໍຄື ບັນດາເອກະສານທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ; ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດວຽກງານ ແລະ ຂະແໜງການທີ່ມີຢູ່ແລ້ວ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ລວມທັງຂະແໜງການໃໝ່ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ; ສືບຕໍ່ເຮັດວຽກຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມການຄ້າ-ການລົງທຶນ ລະຫວ່າງ ສອງປະເທດໃຫ້ຫລາຍຂຶ້ນ ໂດຍສະເພາະ ບັນດາຂະແໜງການທີ່ເປັນທ່າແຮງຂອງສອງປະເທດ, ພ້ອມທັງສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ກ່ຽວກັບ ສະພາບການພາຍໃນທີ່ພົ້ນເດັ່ນຂອງຕົນ, ລວມທັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

