ປູກຈິດສຳນຶກສັງຄົມລາວກ່ຽວກັບການຫລຸດຜ່ອນຄວາມສ່ຽງດ້ານໄພພິບັດໃນຕົວເມືອງ

ວັນທີ 1-2 ເມສານີ້, ອົງການກາແດງລາວ, ໄດ້ຈັດເຝິກອົບຮົມການໂຄສະນາປູກ ຈິດສຳນຶກໃຫ້ຊຸມຊົນ ກ່ຽວກັບການຫລຸດ ຜ່ອນຄວາມສ່ຽງໄພ ພິບັດຂຶ້ນທີ່ສູນເຝິກອົບຮົມກຳມະການໃນນະຄອນຫລວງວຽງຈັນ,  ໂດຍມີ ນັກສຳມະນາກອນຈາກໂຮງຮຽນຕ່າງໆໃນ 4 ຕົວເມືອງເຂົ້າຮ່ວມເປັນຈຳນວນຫລາຍ.

ເພື່ອສ້າງຂີດຄວາມສາມາດດ້ານການປັບຕົວຕໍ່ກັບ ຄວາມສ່ຽງໄພພິບັດພາຍໃນຕົວເມືອງ, ໂດຍສະເພາະແມ່ນການສ້າງຄວາມອາດສາມາດ ແລະ   ຄວາມເຂົ້າໃຈໃຫ້ແກ່ຄູ, ອາຈານ,  ນັກຮຽນ, ຊາວໜຸ່ມກາແດງ ແລະ ອາສະໝັກໃຫ້ມີການປັບຕົວ  ແລະ ການປັບປ່ຽນພຶດຕິກຳ, ເພື່ອຫລຸດຜ່ອນຄວາມສ່ຽງທາງ ດ້ານໄພພິບັດພາຍໃນຕົວເມືອງເຊັ່ນ: ການຂັບຂີ່ປອດໄພ, ການປ້ອງກັນອັກຄີໄພ, ນ້ຳຖ້ວມ ແລະ  ອື່ນໆ, ເພື່ອແນ່ໃສ່ເສີມສ້າງທັດສະການເຂົ້າເຖິງຊຸມຊົນ ແລະ  ການສື່ສານຂອງເຂົາເຈົ້າເພື່ອຕົວເຂົາເອງ, ເຊິ່ງການອົບຮົມດັ່ງ ກ່າວຈະດຳເນີນໄປ 2 ໄລຍະຄື:  ລະຫວ່າງວັນທີ 1-2 ເມສານີ້  ແລະ ວັນທີ 8-9 ເມສານີ້.