ຮາມັດສະເໜີປ່ອຍຕົວປະກັນທັງໝົດຢູ່ເຂດກາຊາ ແລກຂໍ້ຕົກລົງຢຸດຍິງຖາວອນ

ກອງພົນນ້ອຍອັລ-ກັສຊໍາ ຂອງກຸ່ມຮາມັດ ປະກາດວ່າ: ຮາມັດສະເໜີຂໍ້ຕົກລົງທັງໝົດເພື່ອປ່ອຍຕົວປະກັນຊາວອິດສະລາແອນທັງໝົດ ໂດຍແລກກັບການຢຸດຍິງຢ່າງສົມບູນ ແລະ ການທີ່ອິດສະລາແອນຖອນກໍາລັງທະຫານອອກຈາກເຂດກາຊາຢ່າງສິ້ນເຊີງ.
ທ່ານ ອາບູ ໂອເບດາ ໂຄສົກກອງພົນນ້ອຍອັລ-ກັສຊໍາ ເປີດເຜີຍວ່າ: ຮາມັດໄດ້ຍື່ນຂໍ້ສະເໜີດັ່ງກ່າວຈໍານວນຫລາຍຄັ້ງໃນໄລຍະຫລາຍເດືອນຜ່ານມາ, ແຕ່ລັດຖະບານອິດສະລາແອນຍັງປະຕິເສດຂໍ້ສະເໜີດັ່ງກ່າວ.
ທ່ານ ໂອເບດາ ກ່າວຫາວ່າ: ອິດສະລາແອນໄດ້ລະເມີດຂໍ້ຕົກລົງຢຸດຍິງ ແລະ ໄດ້ກັບມາເປີດການໂຈມຕີເຂດກາຊາອີກໃນໄລຍະ 4 ເດືອນຜ່ານມາ.
ທ່ານລະບຸວ່າ: ຮາມັດພ້ອມຮັບມືຕໍ່ການຜະເຊີນທີ່ຍືດເຍື້ອ ໂດຍຍຸດທະສາດໃນປັດຈຸບັນນີ້ຈະເນັ້ນໃສ່ການສ້າງຄວາມສູນເສຍຕໍ່ກອງກໍາລັງອິດສະລາແອນ, ການໂຈມຕີທີ່ສ້າງຜົນກະທົບສູງ ແລະ ຄວາມພະຍາຍາມລັກພາຕົວທະຫານເພີ່ມອີກ.

